ຜູ້ຂ້າມພົ້ນກາມະໂລກ-ຣູປະໂລກ-ອະຣູປະໂລກຍັງບໍ່ຊື່ວ່າຂ້າມພົ້ນໂລກ
ທໍາໃນທີສຸດ
(ຈົນກວ່າຈະບັນລຸອະນາສະວະສັນຍາເວທະຢິຕະນິໂຣດະ)
ພຣາມ ! ກາມະຄຸນ ໕ ຢ່າງ ເຫຼົ່ານີ້ ໃນອະຣິຍະວິນັຍເອີ້ນກັນວ່າ ໂລກ. ຫ້າຢ່າງແນວໃດໜໍ ? ຫ້າຢ່າງຄື ຮູບທີ່ຈະຕ້ອງຮູ້ແຈ້ງດ້ວຍຈັກຂຸ....ສຽງທີ່ຈະຕ້ອງຮູ້ແຈ້ງດ້ວຍໂສຕະ....ກິ່ນທີ່ຈະຕ້ອງຮູ້ແຈ້ງດ້ວຍຄານະ....ຣົສທີ່ຈະຕ້ອງຮູ້ແຈ້ງດ້ວຍຊິວຫາ.... ໂຜຕຖັພພະທີ່ຈະຕ້ອງຮູ້ແຈ້ງດ້ວຍຜິວກາຍ ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ. ພຣາມ ! ກາມະຄຸນຫ້າຢ່າງເຫຼົ່ານີ້ແລ ໃນອະຣິຍະວິນັຍເອີ້ນກັນວ່າ ໂລກ.
ພຣາມ ! ພິກຂຸໃນກໍລະນີນີ້ ສະງັດຈາກກາມ ສະງັດຈາກອະກຸສົລທັມເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ພຣາມ ! ພິກຂຸນີ້ ເຂົາກ່າວກັນວ່າ ໄດ້ເຖິງທີ່ສຸດແຫ່ງໂລກ ຢູ່ໃນທີ່ສຸດແຫ່ງໂລກ; ຄົນພວກອື່ນກ່າວເຖິງພິກຂຸນັ້ນເຊັ່ນນີ້ວ່າ “ພິກຂຸນີ້ ຍັງເນື່ອງຢູ່ກັບໂລກ ຍັງບໍ່ອອກຈາກໂລກ” ດັ່ງນີ້. ພຣາມ ! ເຖິງແມ່ນວ່າເຮົາກໍກ່າວເຊັ່ນນີ້ວ່າ “ພິກຂຸນີ້ ຍັງເນື່ອງຢູ່ກັບໂລກ ຍັງບໍ່ອອກຈາກໂລກ”.
(ໃນກໍຣະນີ ແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ກໍມີຂໍ້ຄວາມທີ່ຕຣັດໄວ້ເຊັ່ນດຽວກັນກັບ ໃນກໍລະນີ ແຫ່ງປະຖົມມະຊານຂ້າງເທິງ)
ພຣາມ ! ຂໍ້ອື່ນຍັງມີອີກ : ພິກຂຸ ຜ່ານຂ້າມ ເນວະສັນຍານາສັນຍາຢະຕະນະ ເສຍໄດ້ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່; ເຖິງແມ່ນວ່າ ອາສະວະທັງຫຼາຍຂອງເຂົານັ້ນກໍດັບສິ້ນໄປຮອບ ເພາະເຫັນດ້ວຍປັນຍາ ຢູ່. ພຣາມ ! ພິກຂຸນີ້ ອັນໃຜໆຍ່ອມກ່າວວ່າ ໄດ້ເຖິງຊຶ່ງທີ່ສຸດແຫ່ງໂລກ ຢູ່ໃນທີ່ສຸດແຫ່ງໂລກ ຂ້າມແລ້ວຊຶ່ງເຄື່ອງຂ້ອງໃນໂລກ, ດັ່ງນີ້ແລ.
- ນວກ. ອັງ. ໒໓/໔໔໘/໒໔໒.
ພຣະອໍຣະຫັນຕ໌ຄືຜູ້ເປັນເກພະລີ
(ຈົບພຣົມມະຈັນຣຍ໌ແລ້ວຢູ່ໂດຍປາສະຈາກທັມຫ້າ ແຕ່ເຖິງພ້ອມດ້ວຍທັມຫ້າ)
ພິກຂຸ ທ. ! ພິກຂຸມີອົງຄ໌ຫ້າ ອັນລະຂາດແລ້ວ ແລະມີອົງຄ໌ຫ້າ ອັນປະກອບພ້ອມແລ້ວ ເຮົາກ່າວວ່າເປັນ ເກພະລີ (ມີໄກວັນລະຢະທັມ) ຢູ່ຈົບພຣົມມະຈັນຣຍ໌ ເປັນອຸດົມບຸຣຸສ ໃນທັມວິນັຍນີ້.
ພິກຂຸ ທ. ! ພິກຂຸເປັນຜູ້ມີອົງຄ໌ຫ້າ ອັນລະຂາດແລ້ວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີກາມະສັນທະອັນລະຂາດແລ້ວ ມີພະຍາບາດອັນລະຂາດແລ້ວ ມີຖີນະມິດທະອັນລະຂາດແລ້ວ ມີອຸດທັດຈະກຸກກຸດຈະອັນລະຂາດແລ້ວ ມີວິຈິກິດສາອັນລະຂາດແລ້ວ. ພິກຂຸ ທ. ! ເຊັ່ນນີ້ແລ ພິກຂຸເປັນຜູ້ມີອົງຄ໌ຫ້າ ອັນລະຂາດແລ້ວ.
ພິກຂຸ ທ. ! ພິກຂຸເປັນຜູ້ມີອົງຄ໌ຫ້າ ອັນປະກອບພ້ອມແລ້ວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ປະກອບພ້ອມແລ້ວດ້ວຍສີລະຂັນທ໌ອັນເປັນອະເສຂະ ປະກອບພ້ອມແລ້ວດ້ວຍສະມາທິຂັນທ໌ອັນເປັນອະເສຂະ ປະກອບພ້ອມແລ້ວດ້ວຍປັນຍາຂັນທ໌ ອັນເປັນອະເສຂະ ປະກອບພ້ອມແລ້ວດ້ວຍວິມຸຕຕິຂັນທ໌ ອັນເປັນ ອະເສຂະ ປະກອບພ້ອມແລ້ວດ້ວຍວິມຸຕຕິຍານະທັສສະນະຂັນທ໌ ອັນເປັນອະເສຂະ. ພິກຂຸ ທ. ! ເຊັ່ນນີ້ແລ ພິກຂຸເປັນຜູ້ມີອົງຄ໌ຫ້າອັນປະກອບພ້ອມແລ້ວ.
ພິກຂຸ ທ. ! ພິກຂຸມີອົງຄ໌ຫ້າ ອັນລະຂາດແລ້ວແລະມີອົງຄ໌ຫ້າ ອັນປະກອບພ້ອມແລ້ວ ເຮົາກ່າວວ່າ ເປັນເກພະລີ ຢູ່ຈົບພຣົມມະຈັນຣຍ໌ ເປັນອຸດົມບຸຣຸສ ໃນທັມວິນັຍນີ້.
(ຄາຖາຜະນວກ(ເພີ່ມ)ທ້າຍພຣະສູຕ)
ກາມະສັນທະ ພະຍາບາດ ຖີນະມິດທະ ອຸດທັດຈະກຸກກຸດຈະ ແລະວິຈິກິດສາ ບໍ່ມີແກ່ພິກຂຸ ໂດຍປະການທັງປວງ; ພິກຂຸ ຜູ້ເຊັ່ນນັ້ນ ສົມບູນດ້ວຍອະເສຂະສີລ ອະເສຂະສະມາທິ ອະເສຂະປັນຍາ ອະເສຂະວິມຸຕຕິ ແລະອະເສຂະຍານ. ພິກຂຸຜູ້ເຊັ່ນນັ້ນ ສົມບູນດ້ວຍອົງຄ໌ຫ້າ ເວັ້ນຂາດຈາກອົງຄ໌ຫ້າ. ພິກຂຸຜູ້ເຊັ່ນນັ້ນທ່ານກ່າວວ່າ ເປັນ “ເກພະລີ” ໃນທັມວິນັຍນີ້.
- ທສກ. ອັງ. ໒໔/໑໗/໑໒.