ຜົນແຫ່ງທານທີ່ພຶງເຫັນໄດ້ໃນປັດຈຸບັນ

ຄູ່ສົມຣົດ

0:00/0:00
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ກຸຏາຄານສາລາ ປ່າມະຫາວັນ ໃກ້ເມືອງເວສາລີ ຄັ້ງນັ້ນ ສີຫະເສນາບໍດີເຂົ້າໄປຖວາຍພຣະຜູ້ມີພຣະພາກ ກຣາບທູນໃຫ້ພຣະອົງຊີ້ແຈງຜົນແຫ່ງທານທີ່ຈະພຶງເຫັນໄດ້ໃນປັດຈຸບັນ

ຜົນແຫ່ງທານທີ່ຈະພຶງເຫັນໄດ້ໃນປັດຈຸບັນ
໑. ເປັນທີ່ຮັກທີ່ຊອບໃຈຂອງຊົນເປັນອັນຫຼາຍ
໒. ສັດບຸຣຸດຜູ້ສົງບຄົບຫາ
໓. ກິດຕິສັບທີ່ງາມຍ່ອມຂະຈອນໄປ
໔. ເປັນຜູ້ອົງອາດບໍ່ເກັ້ອເຂິນ ເມື່ອຕ້ອງເຂົ້າໄປສູ່ທີ່ປະຊຸມຂອງກະສັດ ພາມະນະ ຄຣິຫະບໍດີ ຫຼືສະມະນະ

ສ່ວນຜົນແຫ່ງທານທີ່ຈະພຶງໄດ້ໃນສັມປະລາຍະພົບ ຄື ເມື່ອຕາຍໄປແລ້ວຍ່ອມເຂົ້າເຖິງສຸຄະຕິ

ບັນດິດຜູ້ຫວັງສຸກ ຂະຈັດມົນທິນ ຄື ຄວາມຕະຫຼະ ແລ້ວໃຫ້ທານ ຍ່ອມປະດິສຖານໃນໄຕຣະທິບ ເຖິງຄວາມເປັນສະຫາຍຂອງເທວະດາ ບັນດິດໄດ້ເຮັດກຸສົນ ເມື່ອຕາຍໄປຍ່ອມທ່ຽວຊົມໄປໃນອຸທະຍານນັນທະນະວັນ ພຽບພ້ອມດ້ວຍກາມະຄຸນ ໕ ສາວົກທັງປວງຂອງພຣະສຸຄະຕະຜູ້ບໍ່ມີກິເລດ ເຮັດຕາມພຣະດຳຣັດຂອງພຣະອົງແລ້ວ ຍ່ອມລ່າເລີງທຸກເມື່ອ

ຜົນແຫ່ງທານ ໖ ຂໍ້ທີ່ປະຈັກໄດ້ໃນປັດຈຸບັນຂອງຄົນທີ່ມີສັດທາ ເປັນທານບໍດີ ຄື
ຈະໄດ້ຮັບການ (໑) ອານຸເຄາະ (໒) ເຂົ້າໄປຫາ (໓) ຮັບຂອງ (໔) ສະແດງທຳມະກ່ອນຈາກພຣະອະລະຫັນທັງຫຼາຍ (໕) ກິດຕິສັບທີ່ງາມພຶງຂະຈອນໄປ (໖) ແລະເປັນຜູ້ແກ້ວກ້າບໍ່ເກັ້ອເຂິນ ເມື່ອຕ້ອງເຂົ້າໄປສູ່ບໍລິສັດຂອງກະສັດ ພາມະນະ ຄຣິຫະບໍດີ ຫຼືສະມະນະ

ເມື່ອຕາຍໄປ ຈະໄດ້ເຂົ້າເຖິງສຸຄະຕິໂລກສະວັນ

**ອານິສົງແຫ່ງການໃຫ້ທານ ໕ ປະການ**
໑. ເປັນທີ່ຮັກທີ່ຊອບໃຈຂອງຊົນຫມູ່ຫຼາຍ
໒. ສັບບຸຣຸດຜູ້ສົງບຄົບຫາ
໓. ກິດຕິສັບທີ່ງາມຂະຈອນທົ່ວໄປ
໔. ບໍ່ຫ່າງເຫີນຈາກທຳມະຂອງຄຣິຫັດຖະ
໕. ເມື່ອຕາຍໄປແລ້ວໄດ້ເຂົ້າເຖິງສຸຄະຕິໂລກສະວັນ

ຜູ້ໃຫ້ທານຍ່ອມເປັນທີ່ຮັກຂອງຊົນເປັນອັນຫຼາຍ ຊື່ວ່າດຳເນີນຕາມທຳມະຂອງສັບບຸຣຸດ ສັບບຸຣຸດຜູ້ສົງບຜູ້ສຳຣວມອິນຍ ປະກອບພອມະຈັນຍ່ອມຄົບຫາຜູ້ໃຫ້ທານທຸກເມື່ອ ສັບບຸຣຸດເຫຼົ່ານັ້ນຍ່ອມສະແດງທຳມະເປັນທີ່ບັນເທົາທຸກທັງປວງແກ່ເຂົາ ເຂົາໄດ້ຮູ້ຊັດແລ້ວ ຍ່ອມເປັນຜູ້ຫາອາສະວະບໍ່ໄດ້ ປະລິນິບພານໃນໂລກນີ້

**ການທານ ໕ ປະການ** ໄດ້ແກ່ ທາຍົກຍ່ອມໃຫ້ທານ ແກ່ຜູ້ທີ່ມາສູ່ຖິ່ນຂອງຕົນ ຜູ້ທີ່ກະກຽມຈະໄປ ໃຫ້ທານໃນສະໄໝຂ້າວແພງ ໃຫ້ຂ້າວໃໝ່ແກ່ຜູ້ມີສີນ ແລະໃຫ້ຜົນໄມ້ໃໝ່ແກ່ຜູ້ມີສີນ

ຜູ້ມີປັນຍາ ປາດສະຈາກຄວາມຕະຫຼະ ຍ່ອມໃຫ້ທານໃນການທີ່ຄວນໃຫ້ ເພາະຜູ້ໃຫ້ທານຕາມການໃນພຣະອະລິຍະເຈົ້າທັງຫຼາຍ ຜູ້ປະຕິບັດຊື່ຕົງ ມີຈິດຜ່ອງໃສ ທັກຂິນາທານຈຶ່ງຈະມີຜົນໄພບູນ

ເຫຼົ່າຊົນອານຸໂມທະນາຫຼືຊ່ວຍເຫຼືອໃນທັກຂິນາທານນັ້ນ ຍ່ອມເປັນຜູ້ມີສ່ວນແຫ່ງບຸນ ດັ່ງນັ້ນ ຜູ້ມີຈິດບໍ່ທ້ອຖອຍຈຶ່ງຄວນໃຫ້ທານໃນເຂດທີ່ມີຜົນຫຼາຍ ບຸນທັງຫຼາຍຍ່ອມເປັນທີ່ພຶ່ງຂອງສັດທັງຫຼາຍໃນປະໂລກ

**ອ້າງອິງ**
ສີຫະສູດ, ທານານິສົງສູດ, ການທານສູດ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ