ທຸກຂະສະມຸທະຢະອະຣິຢະສັດຈະ ເປັນສິ່ງທີ່ຄວນລະ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້, ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື :- ທຸກຂະອະຣິຢະສັຈຈະ ທຸກຂະສະມຸທະຢະອະຣິຢະສັຈຈະ ທຸກຂະນິໂຣດະອະຣິຢະສັຈຈະ ທຸກຂະນິໂຣດະຄາມິນີປະຕິປະທາອະຣິຍະສັຈຈ໌. ພິກຂຸ ທ. ! ເຫຼົ່ານີ້ແລ ຄືອະຣິຍະສັຈຈ໌ສີ່ຢ່າງ.

ພິກຂຸ ທ. ! ໃນບັນດາອະຣິຍະສັດສີ່ຢ່າງເຫຼົ່ານີ້, ອະຣິຍະສັດທີ່ໃຜໆຄວນຮອບຮູ້ ມີຢູ່, ອະຣິຍະສັດທີ່ໃຜໆ ຄວນລະ ມີຢູ່. .... ພິກຂຸ ທ. ! ອະຣິຍະສັດທີ່ໃຜໆຄວນຮອບຮູ້ນັ້ນ ໄດ້ແກ່ ອະຣິຍະສັດຄື ທຸກຂ໌; ອະຣິຍະສັຈຈ໌ທີ່ໃຜໆຄວນລະນັ້ນ ໄດ້ແກ່ ອະຣິຍະສັຈຈ໌ຄື ເຫຕໃຫ້ເກີດແຫ່ງທຸກຂ໌. ....

ພິກຂຸ ທ. ! ເພາະສະນັ້ນ ໃນກໍລະນີນີ້ ພວກເຈົ້າທັງຫຼາຍ ຈົ່ງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມທີ່ເປັນຈິງວ່າ ‘ທຸກຂ໌ ເປັນເຊັ່ນນີ້ໆ’, ດັ່ງນີ້; ວ່າ ‘ເຫຕໃຫ້ເກີດແຫ່ງທຸກຂ໌ ເປັນເຊັ່ນນີ້ໆ’. .... ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ