ເບັນຈະຂັນເປັນທັງຜູ້ຂ້າ ແລະຜູ້ຕາຍ

ອະຣິຍະສັດ 4

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ມາຣ ມາຣ’ ດັ່ງນີ້, ເຂົາກ່າວກັນວ່າ ‘ມາຣ’ ເຊັ່ນນີ້ ມີຄວາມໝາຍພຽງໃດ ຂ້ານ້ອຍ ?”

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ຮູບ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍ ກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ເວທະນາ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ສັນຍາ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ສັງຂາຣທັງຫຼາຍ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເມື່ອ (ຄວາມຢຶດຖືໃນ) ວິນຍານ ມີຢູ່, ມາຣກໍຈະມີ ຜູ້ໃຫ້ຕາຍກໍຈະມີ ຫຼືຜູ້ຕາຍກໍຈະມີ.

ຣາທະ ! ເພາະສະນັ້ນ ໃນກໍລະນີນີ້ ເຈົ້າຈົ່ງເຫັນຮູບກໍດີ ເວທະນາກໍດີສັນຍາກໍດີ ສັງຂາຣທັງຫຼາຍກໍດີ ແລະວິນຍານກໍດີ ວ່າເປັນມາຣ, ວ່າເປັນຜູ້ໃຫ້ຕາຍ, ວ່າຜູ້ຕາຍ, ວ່າໂຣຄາ, ວ່າຫົວຝີ, ວ່າລູກສອນ, ວ່າທຸກຂ໌, ແລະວ່າທຸກຂ໌ທີ່ເກີດແລ້ວ, ບຸຄຄົລເຫຼົ່າໃດ ເຫັນຂັນທ໌ທັງຫ້າ ໃນລັກສະນະເຊັ່ນນີ້ ບຸຄຄົລເຊັ່ນນັ້ນຊື່ວ່າ ເຫັນຢູ່ໂດຍຊອບ (ຖືກຕ້ອງ) ແລ.

- ຂັນທະ. ສັງ. ໑໗/໒໓໑/໓໖໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ