ບຸກຄົກຜູ້ເຖິງຊຶ່ງອະວິຊາ

ປະຕິຈະສະມຸບາດ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ອະວິຊຊາ-ອະວິຊຊາ’ ດັ່ງນີ້ ກໍອະວິຊຊາ ນັ້ນເປັນແນວໃດ ? ແລະ ບຸຄຄົລຊື່ວ່າມີ ອະວິຊຊາ ດ້ວຍເຫຕພຽງເທົ່າໃດ ? ຂ້ານ້ອຍ”

ພິກຂຸ ! ໃນໂລກນີ້ ປຸຖຸຊົນຜູ້ບໍ່ໄດ້ຍິນໄດ້ຟັງ ຍ່ອມບໍ່ຮູ້ຈັກຮູບ, ບໍ່ຮູ້ຈັກເຫຕໃຫ້ ເກີດຂອງຮູບ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງຮູບ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງຮູບ; ເຂົາຍ່ອມບໍ່ຮູ້ຈັກເວທະນາ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງເວທະນາ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ, ເຂົາຍ່ອມບໍ່ຮູ້ຈັກສັນຍາ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງສັນຍາ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງສັນຍາ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ;

໑. ວິນຍານ ໃນບ່ອນນີ້ໝາຍເຖິງ ມະໂນວິນຍານ ທີ່ຮູ້ສຶກຕໍ່ຄວາມເພີນ ແລະຄວາມມົວເມົາໃນຮູບນັ້ນ; ບໍ່ແມ່ນຈັກຂຸວິນຍານ ທີ່ເຫັນຮູບຕາມທຳມະດາ.

ເຂົາຍ່ອມບໍ່ຮູ້ຈັກສັງຂາຣທັງຫຼາຍ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງສັງຂາຣທັງຫຼາຍ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ; ເຂົາຍ່ອມບໍ່ຮູ້ຈັກວິນຍານ, ບໍ່ຮູ້ຈັກເຫຕໃຫ້ເກີດຂອງວິນຍານ, ບໍ່ຮູ້ຈັກຄວາມດັບບໍ່ເຫຼືອຂອງວິນຍານ, ບໍ່ຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງວິນຍານ, ພິກຂຸ ! ຄວາມບໍ່ຮູ້ນີ້ເຮົາເອີ້ນວ່າ “ອະວິຊຊາ”; ແລະບຸຄຄົລຊື່ວ່າມີ ອະວິຊຊາ ດ້ວຍເຫຕມີປະມານ ເທົ່ານີ້ແລ.

- ຂັນທະ. ສັງ. ໑໗/໑໙໘/໓໐໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ