ຕະທັງຄະນິບພຸໂຕ-ຜູ້ດັບເຢັນດ້ວຍອົງນັ້ນໆ
ທໍາໃນທີສຸດ
ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໘໒, ໖໗໓, ໖໗໔, ໖໗໗)
ພິກຂຸ ທ. ! ເມື່ອບຸຄຄົລ ເຫັນຊຶ່ງຄວາມບໍ່ທ່ຽງ ຄວາມແປປ່ຽນ ຄວາມຈາງຄາຍ ຄວາມດັບຂອງ ຮູບ ນັ້ນແລ້ວ ເຫັນດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງ ວ່າຮູບທັງປວງທັງໃນກາລກ່ອນ ແລະໃນກາລນີ້ບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນ ທັມມະດາ ດັ່ງນີ້ຢູ່, ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຍ່ອມລະໄປ. ເພາະລະເສຍໄດ້ ຊຶ່ງໂສກະປະຣິເທວະ ທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍເຫຼົ່ານັ້ນ ເຂົາຍ່ອມບໍ່ຕົກໃຈຕື່ນຢ້ານ ; ເມື່ອບໍ່ຕົກໃຈຕື່ນຢ້ານ ຍ່ອມຢູ່ເປັນສຸຂ ; ຜູ້ຢູ່ເປັນສຸຂ (ດ້ວຍອາການເຊັ່ນນີ້) ເຮົາກ່າວວ່າ ເປັນພິກຂຸຜູ້ ຕະທັງຄະນິບພຸໂຕ (ດັບເຢັນດ້ວຍອົງຄ໌ນັ້ນໆ) ດັ່ງນີ້.
(ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຖ້ອຍຄວາມທີ່ຕຣັດໄວ້ແນວດຽວກັນ).
- ຂັນທະ. ສັງ. ໑໗/໕໔/໘໘.
ຜູ້ມີຕະທັງຄະນິພພານ ຕາມຄໍາຂອງພຣະອານົນທ໌
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໘໒, ໖໗໓, ໖໗໔, ໖໗໖)
“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ຕະທັງຄະນິພພານ ຕະທັງຄະນິພພານ’ ດັ່ງນີ້. ອາວຸໂສ ! ຕະທັງຄະນິພພານນີ້ ພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).
ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດຈາກວິເວກແລ້ວແລຢູ່. ອາວຸໂສ ! ຕະທັງຄະນິພພານ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວ ໂດຍປະຣິຍາຍ.
(ໃນກໍລະນີແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຍະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ ໂດຍແນວດຽວກັນກັບຂໍ້ຄວາມ ໃນກໍລະນີແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນຕະທັງຄະນິພພານ ໂດຍປະຣິຍາຍ. ສ່ວນ ສັນຍາເວທະຢິຕະນິໂຣດ ຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະເປັນຕະທັງຄະນິພພານ ໂດຍນິບປະຣິຍາຍ ດ້ວຍຂໍ້ຄວາມ ດັ່ງຕໍ່ໄປນີ້ : -)
ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣທ ແລ້ວແລຢູ່. ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນ ກໍດັບສິ້ນໄປຮອບ. ອາວຸໂສ ! ຕະທັງຄະນິພພານ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍນິບປະຣິຍາຍ.
- ນວກ. ອັງ. ໒໓/໔໗໕/໒໕໔.