ການຮູ້ອະຣິຍະສັດຮີບຟ້າວກວ່າການດັບໄຟທີ່ກໍາລັງໄໝ້ຢູ່ເທິງຫົວ
ອະຣິຍະສັດ 4
ພິກຂຸ ທ. ! ເມື່ອໄຟໄໝ້ລຸກວາບໆ ຢູ່ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ ບຸຄຄົລນັ້ນ ຄວນຈະເຮັດແນວໃດ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເມື່ອໄຟໄໝ້ລຸກວາບໆ ຢູ່ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ, ເພື່ອຈະດັບເສຍຊຶ່ງໄຟ ທີ່ເສື້ອຜ້າກໍດີ ທີ່ເທິງຫົວກໍດີ ສິ່ງທີ່ບຸຄຄົລນັ້ນຄວນເຮັດໂດຍຍິ່ງ ກໍຄືສັນທະ ວາຢາມະ ອຸດສາຫະ ອຸດໂສລະຫີ ອັບປະຕິວານີ ສະຕິແລະສັມປະຊັນຍະ (ເພື່ອຈະດັບໄຟນັ້ນເສຍ).”
ພິກຂຸ ທ. ! (ເຖິງແມ່ນເຊັ່ນນັ້ນກໍດີ) ວິນຍູຊົນ ຈະບໍ່ໃສ່ໃຈ ຈະບໍ່ເອົາໃຈໃສ່ກັບເສື້ອຜ້າກໍດີ ຫົວກໍດີ ທີ່ໄຟກຳລັງ(ໄໝ້)ລຸກວາບໆຢູ່ ; ແຕ່ຈະຮູ້ສຶກວ່າ ສິ່ງທີ່ຄວນເຮັດໂດຍຍິ່ງ ກໍຄື ສັນທະ ວາຢາມະ ອຸດສາຫະ ອຸດໂສລະຫີ (ຂະຫຍັນຂັນແຂງ) ອັບປະຕິວານີ (ບໍ່ຖອຍຫຼັງ) ສະຕິແລະສັມປະຊັນຍະ ເພື່ອຮູ້ສະເພາະຕາມເປັນຈິງຊຶ່ງອະຣິຍະສັຈຈ໌ທັງສີ່ ທີ່ຕົນຍັງບໍ່ຮູ້ສະເພາະ. ອະຣິຍະສັຈຈ໌ສີ່ ແນວໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໕໐/໑໗໑໗.