ຄວາມສັນໂດດດ້ວຍຈີວອນ ບິນທະບາດ ເສນາສະນະ ແລະຄິລານະປັດໃຈເພສັດບໍຣິຂານ ເປັນໜຶ່ງໃນທັມອັນເປັນທີ່ຕັ້ງແຫ່ງຄວາມເຫລື້ອມໃສ

ທາງສາຍກາງ

0:00/0:00
ສມັຍໜຶ່ງ ເມື່ອພຣະຜູ້ມີພຣະພາຄປະຣິນິພພານແລ້ວບໍ່ນານ ທ່ານພຣະອານົນທ໌ຢູ່ທີ່ພຣະວິຫາຣເວລຸວັນ ອັນເຄີຍເປັນສະຖານທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂຕພຣະນະຄອຣຣາຊະຄຶຫ໌ ສມັຍນັ້ນແລ ພຣະເຈົ້າອະຊາສັຕຕູເວເທຫິບຸຕ ເປັນຣາຊາແຫ່ງແຄວ້ນມະຄົທ ຊົງລະແວງພຣະເຈົ້າປັຊໂຊຕ ຈຶ່ງຕຣັສສັ່ງໃຫ້ສ້ອມແຊມພຣະນະຄອຣຣາຊະຄຶຫ໌.
ຄັ້ງນັ້ນແລ ທ່ານພຣະອານົນທ໌ນຸ່ງສະບົງ ຊົງບາຕແລະຈີວອຣ ເຂົ້າໄປບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ໃນເວລາເຊົ້າ ຂະນະນັ້ນ ທ່ານມີຄວາມດຳຣິຢ່າງນີ້ວ່າ ຍັງເຊົ້າເກີນໄປທີ່ຈະທ່ຽວບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປຫາພຣາມນ໌ໂຄປະກະໂມຄຄັລລານະໃນບ່ອນເຮັດວຽກແລະທີ່ຢູ່ເຖີດ.

ຄັນແລ້ວ ທ່ານພຣະອານົນທ໌ຈຶ່ງເຂົ້າໄປຍັງທີ່ນັ້ນ ພຣາມນ໌ໂຄປະກະໂມຄຄັລລານະແລເຫັນທ່ານພຣະອານົນທ໌ເດີນມາແຕ່ໄກ ຈຶ່ງໄດ້ກ່າວກັບທ່ານພຣະອານົນທ໌ດັ່ງນີ້ວ່າ:

ນິມົນເຖີດ ທ່ານພຣະອານົນທ໌ຜູ້ຈະເຣີນ ທ່ານມາດີແລ້ວ ດົນແລ້ວທີ່ທ່ານໄດ້ແວະມາທີ່ນີ້ ນິມົນນັ່ງເຖີດ ນີ້ອາສະນະແຕ່ງຕັ້ງໄວ້ແລ້ວ ທ່ານພຣະອານົນທ໌ນັ່ງເທິງອາສະນະທີ່ແຕ່ງຕັ້ງໄວ້ແລ້ວ ຝ່າຍພຣາມນ໌ໂຄປະກະໂມຄຄັລລານະກໍຖືເອົາອາສະນະຕ່ຳແຫ່ງໜຶ່ງນັ່ງລົງ ພໍນັ່ງຮຽບຮ້ອຍແລ້ວ ພຣາມນ໌ໂຄປະກະໂມຄຄັລລານະໄດ້ກ່າວກັບທ່ານພຣະອານົນທ໌ວ່າ:

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ?

ທ່ານພຣະອານົນທ໌ກ່າວວ່າ:

ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ ເພາະພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຊົງກະທຳມັຄທີ່ຍັງບໍ່ອຸບັຕ ໃຫ້ອຸບັຕ ທີ່ຍັງບໍ່ເກີດ ໃຫ້ເກີດ ຕຣັສບອກມັຄທີ່ຍັງບໍ່ມີໃຜບອກ ຊົງຊາບມັຄ(ມັຄຄັນຍູ) ຊົງຮູ້ແຈ້ງມັຄ(ມັຄຄະວິທູ) ແລະຊົງສລາດໃນມັຄ(ມັຄຄະໂກວິໂທ) ສ່ວນເຫລົ່າສາວົກໃນບັດນີ້ ເປັນຜູ້ດຳເນີນຕາມມັຄ(ມັຄຄານຸຄາ) ຈຶ່ງເປັນຜູ້ເຖິງພ້ອມໃນພາຍຫລັງຢູ່.

ກໍແລ ຄຳເວົ້າລະຫວ່າງທ່ານພຣະອານົນທ໌ກັບພຣາມນ໌ໂຄປະກະໂມຄຄັລລານະໄດ້ຄ້າງຢູ່ພຽງນີ້.

ຂະນະນັ້ນ ວັສສະກາຣະພຣາມນ໌ ມະຫາອະມາຕຍ໌ແຫ່ງມະຄົທຣັຖ ທ່ຽວກວດຣາຊະກາຣໃນພຣະນະຄອຣຣາຊະຄຶຫ໌ ໄດ້ເຂົ້າໄປຍັງບ່ອນເຮັດວຽກຂອງພຣາມນ໌ໂຄປະກະໂມຄຄັລລານະ ທີ່ມີທ່ານພຣະອານົນທ໌ຢູ່ດ້ວຍ ແລ້ວໄດ້ທັກທາຍປຣາສັຍກັບທ່ານພຣະອານົນທ໌ ຄັນຜ່ານກາຣທັກທາຍປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ໄດ້ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພໍນັ່ງຮຽບຮ້ອຍແລ້ວ ໄດ້ກ່າວກັບທ່ານພຣະອານົນທ໌ດັ່ງນີ້ວ່າ:

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ພຣະຄຸນເຈົ້ານັ່ງສົນທະນາກັນດ້ວຍເຣື່ອງອັນໃດໜໍ ແລະພຣະຄຸນເຈົ້າເວົ້າເຣື່ອງອັນໃດຄ້າງຢູ່ໃນລະຫວ່າງ?

ທ່ານພຣະອານົນທ໌ກ່າວວ່າ:

ພຣາມນ໌! ໃນເຣື່ອງທີີ່ເວົ້າກັນຢູ່ນີ້ ພຣາມນ໌ໂຄປະກະໂມຄຄັລລານະໄດ້ຖາມອາຕະມະພາບວ່າ:

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ?

ເມື່ອພຣາມນ໌ໂຄປະກະໂມຄຄັລລານະຖາມຢ່າງນີ້ແລ້ວ ອາຕະມະພາບໄດ້ຕອບວ່າ:
ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ ເພາະພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຊົງກະທຳມັຄທີ່ຍັງບໍ່ອຸບັຕ ໃຫ້ອຸບັຕ ທີ່ຍັງບໍ່ເກີດ ໃຫ້ເກີດ ຕຣັສບອກມັຄທີ່ຍັງບໍ່ມີໃຜບອກ ຊົງຊາບມັຄ ຊົງຮູ້ແຈ້ງມັຄ ແລະຊົງສລາດໃນມັຄ ສ່ວນເຫລົ່າສາວົກໃນບັດນີ້ ເປັນຜູ້ດຳເນີນຕາມມັຄ ຈຶ່ງເປັນຜູ້ເຖິງພ້ອມໃນພາຍຫລັງຢູ່.

ນີ້ແລ ຄຳເວົ້າລະຫວ່າງອາຕະມະພາບກັບພຣາມນ໌ໂຄປະກະໂມຄຄັລລານະໄດ້ຄ້າງຢູ່ພຽງນີີ້ ຈາກນັ້ນທ່ານກໍມາເຖິງ.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ທ່ານພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້?

ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້?

ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ກໍເມື່ອບໍ່ມີທີ່ເພິ່ງອາສັຍຢ່າງນີ້ ອັນໃດໜໍຈະເປັນເຫຕແຫ່ງຄວາມສາມັຄຄີກັນໂດຍທັມ?

ພຣາມນ໌! ອາຕະມະພາບທັງຫລາຍບໍ່ແມ່ນວ່າບໍ່ມີທີ່ເພິ່ງອາສັຍເລີຍ ພວກອາຕະມະພາບມີທີ່ເພິ່ງອາສັຍຄື ມີທັມເປັນທີ່ເພິ່ງອາສັຍ.
ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ຂ້ານ້ອຍຖາມພຣະຄຸນເຈົ້າຢ່າງນີ້ວ່າ ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ທ່ານພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້ ພຣະຄຸນເຈົ້າຕອບວ່າ “ພຣາມນ໌ ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.”

ຂ້ານ້ອຍຖາມຕໍ່ໄປວ່າ:

ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້?

ພຣະຄຸນເຈົ້າກໍຕອບວ່າ:

“ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.”

ແລະຂ້ານ້ອຍກໍຖາມຕໍ່ໄປອີກວ່າ:

ກໍເມື່ອບໍ່ມີທີ່ເພິ່ງອາສັຍຢ່າງນີ້ ອັນໃດໜໍຈະເປັນເຫຕແຫ່ງຄວາມສາມັຄຄີກັນໂດຍທັມ?

ພຣະຄຸນເຈົ້າກໍຕອບວ່າ:

“ພຣາມນ໌! ອາຕະມະພາບທັງຫລາຍບໍ່ແມ່ນວ່າບໍ່ມີທີ່ເພິ່ງອາສັຍເລີຍ ພວກອາຕະມະພາບມີທີ່ເພິ່ງອາສັຍຄື ມີທັມເປັນທີ່ເພິ່ງອາສັຍ.”

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ກໍຄຳທີ່ພຣະຄຸນເຈົ້າກ່າວແລ້ວນີ້ ຂ້ານ້ອຍຄວນຈະເຫັນເນື້ອຄວາມໄດ້ຢ່າງໃດ?

ພຣາມນ໌! ມີຢູ່ແລ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຊົງບັນຍັຕສິກຂາບົທແກ່ພິກຂຸທັງຫລາຍ ຊົງສະແດງປາຕິໂມກຂ໌ແກ່ພິກຂຸທັງຫລາຍທຸກໆວັນອຸໂປສົຖ ອາຕະມະພາບທັງຫລາຍເທົ່າທີ່ມີຢູ່ນັ້ນ ຈະເຂົ້າໄປອາສັຍຄາມະເຂຕແຫ່ງໜຶ່ງຢູ່ ທຸກໆອົງຄ໌ຈະປະຊຸມຮ່ວມກັນ ຄັນແລ້ວຈະນິມົນພິກຂຸອົງຄ໌ທີ່ສູຕປາຕິໂມກຂ໌ໄດ້ໃຫ້ສູຕ ຖ້າຂະນະທີ່ສູຕປາຕິໂມກຂ໌ຢູ່ ປາກົຕພິກຂຸມີອາບັຕແລະໂທສທີ່ລ່ວງລະເມີດ ອະຕະມະພາບທັງຫລາຍຈະໃຫ້ເຂົາກະທຳຕາມທັມ ຕາມທີ່ຊົງສັ່ງສອນໄວ້ ເພາະສະນັ້ນເປັນອັນວ່າ ພິກຂຸຜູ້ຈະເຣີນທັງຫລາຍບໍ່ໄດ້ໃຫ້ພວກອາຕະມະພາບກະທຳ, ທັມຕ່າງຫາກໃຫ້ພວກອາຕະມະພາບກະທຳ.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້?

ພຣາມນ໌! ມີຢູ່ອົງຄ໌ໜຶ່ງແລ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ຂ້ານ້ອຍຖາມພຣະຄຸນເຈົ້າຢ່າງນີ້ວ່າ ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ທ່ານພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້ ພຣະຄຸນເຈົ້າຕອບວ່າ “ພຣາມນ໌ ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະຊົງແຕ່ງຕັ້ງໄວ້ວ່າ ເມື່ອເຮົາລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງທ່ານທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.”

ຂ້ານ້ອຍຖາມຕໍ່ໄປວ່າ:

ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງພຣະຄຸນເຈົ້າທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້?

ພຣະຄຸນເຈົ້າກໍຕອບວ່າ:

“ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ສົງຄ໌ອັນພິກຂຸຜູ້ເປັນເຖຣະຫລາຍອົງຄ໌ສົມມຸຕແລ້ວ ແຕ່ງຕັ້ງໄວ້ວ່າ ເມື່ອພຣະຜູ້ມີພຣະພາຄສະເດັຈລ່ວງລັບໄປແລ້ວ ພິກຂຸອົງຄ໌ນີ້ຈັກເປັນທີ່ເພິ່ງອາສັຍຂອງເຮົາທັງຫລາຍ ເຊິ່ງອາຕະມະພາບທັງຫລາຍຍ່ອມເຂົ້າໄປຫາໄດ້ໃນບັດນີ້.”

ແລະຂ້ານ້ອຍກໍຖາມຕໍ່ໄປອີກວ່າ:

ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້?

ພຣະຄຸນເຈົ້າກໍຕອບວ່າ:

“ພຣາມນ໌! ມີຢູ່ອົງຄ໌ໜຶ່ງແລ ເຊິ່ງພິກຂຸທັງຫລາຍສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້.”

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ກໍຄຳທີ່ພຣະຄຸນເຈົ້າກ່າວແລ້ວນີ້ ຂ້ານ້ອຍຄວນຈະເຫັນເນື້ອຄວາມໄດ້ຢ່າງໃດ?

ພຣາມນ໌! ມີຢູ່ແລ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສບອກທັມເປັນທີ່ຕັ້ງແຫ່ງຄວາມເຫລື້ອມໃສ ໑໐ ປະກາຣ ບັນດາພິກຂຸທັງຫລາຍ ອົງຄ໌ໃດມີທັມເຫລົ່ານັ້ນ ອາຕະມະພາບທັງຫລາຍຍ່ອມສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້, ໑໐ ປະກາຣເປັນຢ່າງໃດ?

ພຣາມນ໌! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສີລ ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍມະຣະຍາທແລະໂຄຈອຣ ເປັນຜູ້ເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ.

ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ສະດັບຫລາຍ ຊົງໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິໃນທັມທັງຫລາຍ ອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ.

ເປັນຜູ້ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ.
ເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ອັນມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນປັຈຈຸບັນ.

ຍ່ອມສະແດງລິທໄດ້ໂດຍອະເນກປະກາຣຄື:
ຄົນດຽວເຮັດເປັນຫລາຍຄົນກໍໄດ້;
ຫລາຍຄົນເປັນຄົນດຽວກໍໄດ້;
ຫາຍໂຕໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້;
ກະທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້;
ເດີນເທິງນ້ຳບໍ່ແຕກເໝືອນເດີນເທິງແຜ່ນດິນກໍໄດ້;
ເຫາະໄປໃນອາກາສທັງໆທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້;
ໃຊ້ອຳນາຈທາງກາຍໄປຕລອດພຣົມມະໂລກກໍໄດ້.

ສາມາດຟັງສຽງທັງ ໒ ຄື ສຽງທິພຍ໌ແລະສຽງມະນຸສທັງໃນທີ່ໄກແລະໃນທີ່ໃກ້ ດ້ວຍທິພພະໂສຕະ(ຫູທິບ) ອັນບໍຣິສຸທ ລ່ວງໂສຕະຂອງມະນຸສ.

ສາມາດກຳນົດຮູ້ໃຈຂອງສັຕອື່ນ ແລະບຸຄຄົລອື່ນໄດ້ດ້ວຍໃຈຄື:
ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ;
ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ;
ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ;
ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ;
ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ;
ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ;
ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່;
ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ;
ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ;
ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ;
ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ;
ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ;
ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ;
ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ;
ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ;
ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນ.

ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອະເນກປະກາຣຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອະເນກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້.

ຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກ ດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກ ດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້.

ຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່.

ພຣາມນ໌! ນີ້ແລ ທັມເປັນທີ່ຕັ້ງແຫ່ງຄວາມເຫລື້ອມໃສ ໑໐ ປະກາຣ ທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ຊົງຮູ້ ຊົງເຫັນ ເປັນພຣະອະຣະຫັນຕະສັມມາສັມພຸທທະ ຕຣັສບອກໄວ້ ບັນດາພິກຂຸທັງຫລາຍ ອົງຄ໌ໃດມີທັມເຫລົ່ານັ້ນ ອາຕະມະພາບທັງຫລາຍຍ່ອມສັກກາຣະ ເຄົາຣົພ ນັບຖື ບູຊາ ຄັນສັກກາຣະ ເຄົາຣົພແລ້ວ ຍ່ອມເຂົ້າໄປອາສັຍຢູ່ໃນບັດນີ້.

ເມື່ອທ່ານພຣະອານົນທ໌ກ່າວຢ່າງນີ້ແລ້ວ ວັສສະກາຣະພຣາມນ໌ ມະຫາອະມາຕຍ໌ແຫ່ງມະຄົທຣັຖໄດ້ຮຽກອຸປະນັນທະເສນາບໍດີມາກ່າວວ່າ:
ເສນາບໍດີ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ທີ່ພຣະຄຸນເຈົ້າເຫລົ່ານີ້ ສັກກາຣະທັມທີ່ຄວນສັກກາຣະ ເຄົາຣົພທັມທີ່ຄວນເຄົາຣົພ ນັບຖືທັມທີ່ຄວນນັບຖື ບູຊາທັມທີ່ຄວນບູຊາຢູ່ຢ່າງນີ້ ຕົກລົງພຣະຄຸນເຈົ້າເຫລົ່ານີ້ ຍ່ອມສັກກາຣະທັມທີ່ຄວນສັກກາຣະ ເຄົາຣົພທັມທີ່ຄວນເຄົາຣົພ ນັບຖືທັມທີ່ຄວນນັບຖື ບູຊາທັມທີ່ຄວນບູຊາ ກໍຖ້າພຣະຄຸນເຈົ້າເຫລົ່ານີ້ບໍ່ສັກກາຣະ ເຄົາຣົພ ນັບຖື ບູຊາສິ່ງນີ້ ພຣະຄຸນເຈົ້າເຫລົ່ານີ້ຈະສັກກາຣະ ເຄົາຣົພ ນັບຖື ບູຊາສິ່ງໃດ ແລ້ວຈະເຂົ້າໄປອາສັຍສິ່ງໃດຢູ່ໄດ້?

ຈາກນັ້ນ ວັສສະກາຣະພຣາມນ໌ ມະຫາອະມາຕຍ໌ແຫ່ງມະຄົທ ຣັຖຖາມທ່ານພຣະອານົນທ໌ດັ່ງນີ້ວ່າ:

ກໍເວລານີ້ ທ່ານພຣະອານົນທ໌ອາສັຍຢູ່ທີ່ໃດໜໍ?

ພຣາມນ໌! ເວລານີ້ ອາຕະມະພາບຢູ່ທີ່ພຣະວິຫາຣເວລຸວັນ.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ກໍພຣະວິຫາຣເວລຸວັນເປັນທີ່ຣື່ນຣົມຍ໌ ງຽບສຽງ ແລະບໍ່ອຶກະທຶກຄຶກໂຄມ ມີລົມພັດເຢັນສະບາຍ ເປັນທີ່ພັກຜ່ອນຂອງມະນຸສ ສົມຄວນແກ່ກາຣຫລີກເຣັ້ນຢູ່.
ພຣາມນ໌! ຄວາມຈິງ ພຣະວິຫາຣເວລຸວັນຈະເປັນທີ່ຣື່ນຣົມຍ໌ ງຽບສຽງ ແລະບໍ່ອຶກະທຶກຄຶກໂຄມ ມີລົມພັດເຢັນສະບາຍ ເປັນທີ່ພັກຜ່ອນຂອງມະນຸສ ສົມຄວນແກ່ກາຣຫລີກເຣັ້ນຢູ່ ກໍດ້ວຍມີຜູ້ຮັກສາຄຸ້ມຄອງເຊັ່ນທ່ານ.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ຄວາມຈິງ ພຣະວິຫາຣເວລຸວັນຈະເປັນທີ່ຣື່ນຣົມຍ໌ ງຽບສຽງ ແລະບໍ່ອຶກະທຶກຄຶກໂຄມ ມີລົມພັດເຢັນສະບາຍ ເປັນທີ່ພັກຜ່ອນຂອງມະນຸສ ສົມຄວນແກ່ກາຣຫລີກເຣັ້ນຢູ່ ກໍດ້ວຍມີພຣະຄຸນເຈົ້າທັງຫລາຍເປັນຜູ້ມີຊານ ແລະເຂົ້າຊານເປັນປົກກະຕິຕ່າງຫາກ ພຣະຄຸນເຈົ້າທັງຫລາຍທັງມີຊານແລະເຂົ້າຊານເປັນປົກກະຕິ.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ຂ້ານ້ອຍຂໍເລົ່າຖວາຍ ສມັຍໜຶ່ງ ພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນ ປະທັບຢູ່ທີ່ກູຕາຄາຣະສາລາ ໃນປ່າມະຫາວັນ ເຂຕພຣະນະຄອຣເວສາລີ ຄັ້ງນັ້ນແລ ຂ້ານ້ອຍເຂົ້າໄປເຝົ້າພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນເຖິງທີ່ປະທັບ ໃນກູຕາຄາຣະສາລາ ປ່າມະຫາວັນ ໃນທີ່ນັ້ນແລ ພຣະອົງຄ໌ໄດ້ຕຣັສຊານກະຖາໂດຍອະເນກປະຣິຍາຍ ພຣະອົງຄ໌ທັງເປັນຜູ້ມີຊານແລະເປັນຜູ້ເຂົ້າຊານເປັນປົກກະຕິ ແລະຊົງສັນລະເສີນຊານທັງປວງ.

ພຣາມນ໌! ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຊົງສັນລະເສີນຊານທັງປວງກໍບໍ່ແມ່ນ ບໍ່ຊົງສັນລະເສີນຊານທັງປວງກໍບໍ່ແມ່ນ ພຣະອົງຄ໌ບໍ່ຊົງສັນລະເສີນຊານເຊັ່ນໃດ?

ພຣາມນ໌! ພິກຂຸບາງອົງຄ໌ໃນທັມວິນັຍນີ້ ມີໃຈປະກອບດ້ວຍກາມຣາຄະ ຖືກກາມຣາຄະຄອບງຳຢູ່ ແລະບໍ່ຮູ້ຈັກກາຣສະລັດອອກເຊິ່ງກາມຣາຄະທີ່ເກີດຂຶ້ນແລ້ວຕາມຄວາມເປັນຈິງ ເຂົາຍ່ອມເພັ່ງເລັ່ງ ຈົດຈໍ່ ປັກໃຈ ມຸ່ງໝາຍສະເພາະກາມຣາຄະ ກະທຳກາມຣາຄະໄວ້ໃນພາຍໃນ;

ມີໃຈປະກອບດ້ວຍພະຍາບາທ ຖືກພະຍາບາທຄອບງຳຢູ່ ແລະບໍ່ຮູ້ຈັກກາຣສະລັດອອກເຊິ່ງພະຍາບາທທີ່ເກີດຂຶ້ນແລ້ວຕາມຄວາມເປັນຈິງ ເຂົາຍ່ອມເພັ່ງເລັ່ງ ຈົດຈໍ່ ປັກໃຈ ມຸ່ງໝາຍສະເພາະພະຍາບາທ ກະທຳພະຍາບາທໄວ້ໃນພາຍໃນ;

ມີໃຈປະກອບດ້ວຍຖີນະມິທທະ ຖືກຖີນະມິທທະຄອບງຳຢູ່ ແລະບໍ່ຮູ້ຈັກກາຣສະລັດອອກເຊິ່ງຖີນະມິທທະທີ່ເກີດຂຶ້ນແລ້ວຕາມຄວາມເປັນຈິງ ເຂົາຍ່ອມເພັ່ງເລັ່ງ ຈົດຈໍ່ ປັກໃຈ ມຸ່ງໝາຍສະເພາະຖີນະມິທທະ ກະທຳຖີນະມິທທະໄວ້ໃນພາຍໃນ;

ມີໃຈປະກອບດ້ວຍອຸທທັຈຈະກຸກກຸຈຈະ ຖືກອຸທທັຈຈະກຸກກຸຈຈະຄອບງຳຢູ່ ແລະບໍ່ຮູ້ຈັກກາຣສະລັດອອກເຊິ່ງອຸທທັຈຈະກຸກກຸຈຈະທີ່ເກີດຂຶ້ນແລ້ວຕາມຄວາມເປັນຈິງ ເຂົາຍ່ອມເພັ່ງເລັ່ງ ຈົດຈໍ່ ປັກໃຈ ມຸ່ງໝາຍສະເພາະອຸທທັຈຈະກຸກກຸຈຈະ ກະທຳອຸທທັຈຈະກຸກກຸຈຈະໄວ້ໃນພາຍໃນ;

ມີໃຈປະກອບດ້ວຍວິຈິກິຈສາ ຖືກວິຈິກິຈສາຄອບງຳຢູ່ ແລະບໍ່ຮູ້ຈັກກາຣສະລັດອອກເຊິ່ງວິຈິກິຈສາທີ່ເກີດຂຶ້ນແລ້ວຕາມຄວາມເປັນຈິງ ເຂົາຍ່ອມເພັ່ງເລັ່ງ ຈົດຈໍ່ ປັກໃຈ ມຸ່ງໝາຍສະເພາະວິຈິກິຈສາ ກະທຳວິຈິກິຈສາໄວ້ໃນພາຍໃນ.

ພຣາມນ໌! ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນບໍ່ຊົງສັນລະເສີນຊານເຊັ່ນນີ້ແລ.

ພຣາມນ໌! ກໍພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຊົງສັນລະເສີນຊານເຊັ່ນໃດ?

ພຣາມນ໌! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ພຣາມນ໌! ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຊົງສັນລະເສີນຊານເຊັ່ນນີ້ແລ.

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ເປັນອັນວ່າ ພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນຊົງຕິຕຽນຊານທີ່ຄວນຕິຕຽນ ຊົງສັນລະເສີນຊານທີ່ຄວນສັນລະເສີນ.

ເອົາລະ! ຂ້ານ້ອຍມີກິຈຫລາຍ ມີກະຣະນີຍະກິຈຫລາຍ ຈະຂໍລາໄປໃນບັດນີ້.

ພຣາມນ໌! ຂໍທ່ານໂປດສຳຄັນກາລອັນຄວນໃນບັດນີ້ເຖີດ. ວັສສະກາຣະພຣາມນ໌ ມະຫາອະມາຕຍ໌ແຫ່ງມະຄົທຣັຖຊື່ນຊົມຍິນດີພາສິຕຂອງທ່ານພຣະອານົນທ໌ແລ້ວ ລຸກຈາກອາສະນະຫລີກໄປ.

ເມື່ອວັສສະກາຣະພຣາມນ໌ ມະຫາອະມາຕຍ໌ແຫ່ງມະຄົທຣັຖຫລີກໄປແລ້ວບໍ່ນານ, ພຣາມນ໌ໂຄປະກະໂມຄຄັລລານະໄດ້ກ່າວກັບທ່ານພຣະອານົນທ໌ວ່າ:

ບັນຫາຂອງຂ້ານ້ອຍ ເຊິ່ງຂ້ານ້ອຍໄດ້ຖາມທ່ານພຣະອານົນທ໌ນັ້ນ ທ່ານພຣະອານົນທ໌ຍັງບໍ່ໄດ້ພະຍາກອຣແກ່ຂ້ານ້ອຍເລີຍ.

ທ່ານພຣະອານົນທ໌ກ່າວວ່າ:

ພຣາມນ໌! ເຮົາໄດ້ກ່າວແກ່ທ່ານແລ້ວບໍ່ແມ່ນຫລືວ່າ ພຣາມນ໌ ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ ເພາະພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຊົງກະທຳມັຄທີ່ຍັງບໍ່ອຸບັຕ ໃຫ້ອຸບັຕ ທີ່ຍັງບໍ່ເກີດ ໃຫ້ເກີດ ຕຣັສບອກມັຄທີ່ຍັງບໍ່ມີໃຜບອກ ຊົງຊາບມັຄ ຊົງຮູ້ແຈ້ງມັຄ ແລະຊົງສລາດໃນມັຄ ສ່ວນເຫລົ່າສາວົກໃນບັດນີ້ ເປັນຜູ້ດຳເນີນຕາມມັຄ ຈຶ່ງເປັນຜູ້ເຖິງພ້ອມໃນພາຍຫລັງຢູ່.

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໖໘-໗໖/໑໐໕-໑໑໙
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ