ໄວພົດ (ຄໍາແທນຊື່) ຂອງກາມ

ສັງໂຍດ

0:00/0:00
ພິກຂຸ ທ. ! ຄໍາວ່າ ‘ພັຍ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ທຸກຂ໌’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ໂຣຄາ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ຫົວຝີ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ລູກສອນ’ ດັ່ງນີ້ນັ້ນເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ເຄື່ອງຂ້ອງ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ຂີ້ຕົມ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.
ພິກຂຸ ທ. ! ຄໍາວ່າ ‘ຄັນຄູ’ ດັ່ງນີ້ນັ້ນ ເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ພັຍ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ .! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ ຈາກພັຍ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລະອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ພັຍ’ ຈຶ່ງເປັນຄໍາແທນຊື່ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ທຸກຂ໌’ ຈຶ່ງເປັນຄໍາແທນຊື່ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ,ເພາະສະນັ້ນ ຄໍາວ່າ ‘ທຸກຂ໌’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ໂຣຄາ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກຳໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກໂຣຄາ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ,ເພາະສະນັ້ນຄໍາວ່າ ‘ໂຣຄາ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ຫົວຝີ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກຫົວຝີ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ຫົວຝີ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ລູກສອນ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກຳໜັດແລ້ວ ດ້ວຍກາມະຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກລູກສອນ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ລູກສອນ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ເຄື່ອງຂ້ອງ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມະຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກເຄື່ອງຂ້ອງ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນຄໍາວ່າ ‘ເຄື່ອງຂ້ອງ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ຂີ້ຕົມ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກເໝືອກຕົມ ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ,ເພາະສະນັ້ນຄໍາວ່າ ‘ຂີ້ຕົມ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍ.

ພິກຂຸ ທ. ! ເພາະເຫຕໃດຄໍາວ່າ ‘ຄັນ’ ຈຶ່ງເປັນຄໍາແທນຊື່ ຂອງກາມທັງຫຼາຍໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕນີ້ ເປັນຜູ້ກໍາໜັດແລ້ວ ດ້ວຍກາມຣາຄະ ຖືກຜູກພັນແລ້ວ ດ້ວຍສັນທະຣາຄະ ຍ່ອມບໍ່ຫຼຸດພົ້ນໄປໄດ້ ຈາກຄັນ () ທັງທີ່ເປັນໄປໃນທິຕຖະທັມ (ປັຈຈຸບັນ) ນີ້ ແລະທີ່ເປັນໄປໃນກາລອະນາຄົຕເບື້ອງໜ້າ, ເພາະສະນັ້ນ ຄໍາວ່າ ‘ຄັນ’ ຈຶ່ງເປັນຄໍາແທນຊື່ຂອງກາມທັງຫຼາຍ, ດັ່ງນີ້ແລ.

- ອັຕຖກ. ອັງ. ໒໓/໒໙໘/໑໔໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ