ຊົງສະແຫວງຫາ
ອະຣິຍະສັດ 4
ຣາຊະກຸມາຣ ! ເມື່ອເຮົາຍັງເປັນໂພທິສັຕ ຍັງບໍ່ໄດ້ຕຣັສຮູ້ ກ່ອນແຕ່ການຕຣັສຮູ້ ໄດ້ເກີດຄວາມຮູ້ສຶກຂຶ້ນພາຍໃນໃຈ ວ່າ “ຊື່ວ່າຄວາມສຸຂແລ້ວ ໃຜໆຈະບັນລຸໄດ້ໂດຍ ງ່າຍເປັນບໍ່ມີ” ດັ່ງນີ້. ຄັນສະໄໝອື່ນອີກ ເຮົານັ້ນ ທັງທີ່ຍັງໜຸ່ມ ເກສາຍັງດໍາກ້ຽງຢູ່ ບໍຣິບູນດ້ວຍວັຍເຍົາ ອັນຈະເຣີນໃນປະຖົມມະວັຍ, ເມື່ອມານດາບິດາບໍ່ປາຖນາ ດ້ວຍ ກໍາລັງພາກັນຮ້ອງໄຫ້ ນໍ້າຕາອາບໜ້າຢູ່, ເຮົາໄດ້ໂກນຜົມແລະໜວດ ຄອງຜ້າຍ້ອມຝາດອອກຈາກເຮືອນ ບວດເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ.
ເຮົານັ້ນ ຄັນບວດເຊັ່ນນີ້ແລ້ວ ສະແຫວງຫາຢູ່ ວ່າອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດ ຊະນິດທີ່ບໍ່ມີອັນໃດຍິ່ງໄປກວ່າ. ໄດ້ເຂົ້າໄປຫາອາລາຣະດາບົດ ຜູ້ກາລາມະໂຄດ.... ໄດ້ເຂົ້າໄປຫາອຸທະກະດາບົດ ຜູ້ຣາມະບຸຕ.... ໄດ້ຮຽນທັມນັ້ນໆ ໄດ້ວ່ອງໄວບໍ່ເຫິງ ບໍ່ດົນເລີຍ.... ໄດ້ເກີດຄວາມຮູ້ສຶກນີ້ວ່າ “ທັມນີ້ຈະໄດ້ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງຄວາມຮູ້ພ້ອມ ແລະນິພພານກໍຫາກບໍ່ແມ່ນ, ແຕ່ເປັນໄປພ້ອມພຽງເພື່ອການບັງເກີດໃນ ເນວະສັນຍານາສັນຍາຢະຕະນະພົບເທົ່ານັ້ນເອງ.” ເຮົາບໍ່ໄດ້ມີການຢຸດເຊົາສະເພາະແຕ່ທັມນັ້ນໆ ເມື່ອຍໜ່າຍຈາກທັມນັ້ນໆ ແລ້ວຫຼີກຜ່າຍອອກໄປເສຍ.
ເຮົານັ້ນ ເມື່ອຜ່າຍຈາກສໍານັກອຸທະກະດາບົດ ຜູ້ຣາມະບຸຕແລ້ວ ສະແຫວງຫາຢູ່ ວ່າ ອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດ ອັນບໍ່ມີອື່ນຍິ່ງໄປກວ່າສືບຕໍ່ໄປ, ທ່ຽວຈາຣິກໄປຕາມລໍາດັບຫຼາຍເຂດ ໃນມະຄົດຣັດ ຈົນລຸເຖິງເຂດອຸຣຸເວລາເສນານິຄົມ ພັກຄ້າງຢູ່ໃນບ່ອນນັ້ນ ໄດ້ພົບພື້ນທີ່ຮົ່ມເຢັນຊື່ນໃຈ ໃນສະຖານທີ່....ຕົກລົງໃຈພັກຢູ່ບ່ອນນັ້ນເອງ ດ້ວຍຄິດວ່າ “ບ່ອນນີ້ຄວນແລ້ວເພື່ອການຕັ້ງຄວາມພຽນ” ດັ່ງນີ້.
- ມ. ມ. ໑໓/໔໔໓-໔໔໘/໔໘໙-໔໙໑; ໑໓/໖໗໐-໖໗໔/໗໓໘-໗໔໐.
ຕໍ່ໄປນີ້ ມີການຕຣັດເລົ່າເຖິງ ການປະພຶດອັຕຕະກິລະມະຖານຸໂຢຄະ ຈົນອຸປະມາປາກົດແລະຊົງຝຶກທຸກະຣະກິຣິຢາ ແລ້ວຊົງເລີກ ໝູນໄປຈັບເອົາການບໍາເພັນຄວາມພຽນທາງໃຈ ດັ່ງສະແດງໄວ້ ໃນ ພຣະພຸດທະປະວັຕຕິ ຕ່າງໆ ຈົນໄດ້ “ພົບ” ຄື ຕຣັສະຮູ້ ຄວາມຈິງອັນປະເສີດ.