ວິໂມກຂ໌ 2 ລະດັບ : ສະມະຍະວິໂມກ - ອະສະມະຍະວິໂມກ

ທໍາໃນທີສຸດ

0:00/0:00
ກ. ສະມະຢະວິໂມກຂ໌

ພິກຂຸ ທ. ! ໃນກໍລະນີນີ້ ກຸລະບຸຕບາງຄົນ ມີສັດທາອອກບວດຈາກເຮືອນ ບໍ່ກ່ຽວ ຂ້ອງດ້ວຍເຮືອນ ເພາະຄິດເຫັນວ່າ “ເຮົາຖືກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ສຸບງໍາເອົາແລ້ວ ເປັນຄົນຕົກຢູ່ໃນກອງທຸກຂ໌ ມີທຸກຂ໌ຢູ່ສະເພາະໜ້າແລ້ວ ເຮັດຈັ່ງໃດການເຮັດທີ່ສຸດແຫ່ງກອງທຸກຂ໌ທັງມວນນີ້ ຈະປາກົດມີໄດ້” ດັ່ງນີ້. ຄັນບວດແລ້ວ ເຂົາສາມາດເຮັດລາບສັກກາຣະ ແລະສຽງເຍີນຍໍ ໃຫ້ເກີດຂຶ້ນໄດ້, ເຂົາບໍ່ມີໃຈຍິນດີໃນລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ເຂົາບໍ່ທະນົງໂຕເພາະລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນລາບ ສັກກາຣະ ແລະສຽງເຍີນຍໍອັນນັ້ນ, ບໍ່ເຖິງຄວາມປະມາດໃນລາບ ສັກກາຣະ ແລະສຽງເຍີຍຍໍອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ຄວາມເຖິງພ້ອມດ້ວຍສີລ ເກີດຂຶ້ນໄດ້, ເຂົາມີໃຈຍິນດີ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ, ແຕ່ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ, ເຂົາບໍ່ທະນົງໂຕເພາະຄວາມເຖິງພ້ອມດ້ວຍສີລອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ, ບໍ່ເຖິງຄວາມປະມາດ ໃນຄວາມເຖິງພ້ອມດ້ວຍສີລອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ຄວາມເຖິງພ້ອມດ້ວຍສະມາທິເກີດຂຶ້ນໄດ້, ເຂົາມີໃຈຍິນດີໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ແຕ່ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ເຂົາບໍ່ທະນົງໂຕ ເພາະຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ, ບໍ່ເຖິງຄວາມປະມາດ ໃນຄວາມເຖິງພ້ອມດ້ວຍສະມາທິອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ຍານະທັສສະນະ (ປັນຍາເຄື່ອງຮູ້ເຫັນ) ເກີດຂຶ້ນໄດ້ອີກ, ເຂົາມີໃຈຍິນດີໃນຍານະທັສສະນະອັນນັ້ນ, ແຕ່ບໍ່ມີຄວາມດຳຣິເຕັມຮອບແລ້ວ ໃນຍານະທັສສະນະອັນນັ້ນ, ເຂົາບໍ່ທະນົງໂຕ ເພາະຍານະທັສສະນະອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນຍານະທັສສະນະອັນນັ້ນ, ບໍ່ເຖິງຄວາມປະມາດ ໃນຍານະທັສສະນະອັນນັ້ນ, ເມື່ອບໍ່ປະມາດແລ້ວ ເຂົາໃຫ້ສະມະຢະວິໂມກຂ໌ (ຄວາມພົ້ນພິເສດໂດຍສະໄໝ) ເກີດຂຶ້ນໄດ້ອີກ.
ພິກຂຸ ທ. ! ຂໍ້ນີ້ຍ່ອມເປັນໄປໄດ້ ຄືຂໍ້ທີ່ພິກຂຸນັ້ນ ຈະຍ່ອມເສື່ອມຄາຍຈາກ ສະມະຢະວິມຸຕຕິ ອັນນັ້ນ ກໍໄດ້.

ຂ. ອະສະມະຢະວິໂມກຂ໌

ພິກຂຸ ທ. ! ປຽບເໝືອນບຸຣຸສ ຜູ້ຕ້ອງການດ້ວຍແກນໄມ້ ເສາະຫາແກນໄມ້ທ່ຽວຄົ້ນຫາແກນໄມ້ ຈົນເຖິງຕົ້ນໄມ້ໃຫຍ່ມີແກນແລ້ວ ຕັດເອົາແກນຖືໄປດ້ວຍໝັ້ນໃຈວ່າ “ນີ້ເປັນແກນແທ້” ດັ່ງນີ້. ບຸຣຸສມີຕາດີ ເຫັນຄົນນັ້ນເຂົ້າແລ້ວ ກໍກ່າວວ່າ “ຜູ້ຈະເຣີນຄົນນີ້ ຊ່າງຮູ້ຈັກແກນ, ຮູ້ຈັກມອກ, ຮູ້ຈັກເປືອກສົດ, ຮູ້ຈັກສະເກັດແຫ້ງຕາມຜິວເປືອກ, ຮູ້ຈັກໃບອ່ອນທີ່ປາຍກິ່ງ. ຈິງດັ່ງວ່າຜູ້ຈະເຣີນຄົນນີ້ ຕ້ອງການແກນໄມ້ ເສາະຫາແກນໄມ້ ທ່ຽວຄົ້ນຫາແກນໄມ້ ຈົນເຖິງຕົ້ນໄມ້ໃຫຍ່ມີແກນແລ້ວ ກໍຕັດເອົາແກນແທ້ ຖືໄປດ້ວຍໝັ້ນໃຈວ່າ ‘ນີ້ແກນແທ້’ ດັ່ງນີ້; ສິ່ງທີ່ເຂົາຈະຍ່ອມເຮັດດ້ວຍແກນໄມ້ ຈະສໍາເລັດປະໂຍຊນ໌ເປັນແທ້” ດັ່ງນີ້, ນີ້ເຊັ່ນໃດ;

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ ກ່າວຄືກຸລະບຸຕບາງຄົນ ໃນກໍລະນີ ນີ້ເປັນຜູ້ມີສັດທາ ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນ ເພາະຄິດເຫັນວ່າ “ເຮົາຖືກຄວາມເກີດ ຄວາມແກ່ ຄວາມຕາຍ...(ຂໍ້ຄວາມຕໍ່ໄປເໝືອນກັບຂໍ້ຄວາມຕອນຕົ້ນ ຂອງຕອນສະມະຢະວິໂມກຂ໌ ຈົນເຖິງຂໍ້ຄໍາທີ່ວ່າ). ....ເຂົາບໍ່ທະນົງໂຕ ເພາະຍານະທັສສະນະອັນນັ້ນ, ເຂົາບໍ່ເມົາ ບໍ່ມົວເມົາໃນຍານະທັສສະນະອັນນັ້ນ, ບໍ່ເຖິງຄວາມປະມາດໃນຍານະທັສສະນະອັນນັ້ນ; ເມື່ອບໍ່ປະມາດແລ້ວ ເຂົາໃຫ້ ອະສະມະຢະວິໂມກຂ໌ເກີດຂຶ້ນໄດ້.
(ອະສະມະຍະວິໂມກຂ໌ ໝາຍເຖິງ ວິໂມກຂ໌ອັນສະຫງົບ ທີ່ບໍ່ກັບກໍາເລີບໄດ້ ຄືວິມຸຕຕິ)

ພິກຂຸ ທ. ! ຂໍ້ນີ້ ຍ່ອມເປັນໄປບໍ່ໄດ້ ບໍ່ແມ່ນໂອກາດ ທີ່ຈະເປັນໄດ້ ຄືຂໍ້ທີ່ພິກຂຸນັ້ນ ຈະຍ່ອມເສື່ອມຄາຍຈາກ ອະສະມະຢະວິມຸຕຕິ (ຄວາມຫຼຸດພົ້ນທີ່ບໍ່ກັບກໍາເລີບ) ອັນນັ້ນເລີຍ.

ພິກຂຸ ທ. ! ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີລາບ ສັກກາຣະ ແລະສຽງເຍີນຍໍເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍສີລ ເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍສະມາທິ ເປັນອານິສົງສ໌, ພຣົມມະຈັນຣຍ໌ນີ້ ບໍ່ແມ່ນມີຄວາມເຖິງພ້ອມດ້ວຍຍານະທັສສະນະເປັນອານິສົງສ໌.

ພິກຂຸ ທ. ! ກໍ ເຈໂຕວິມຸຕຕິ໑ ທີ່ບໍ່ກໍາເລີບ ອັນໃດ ມີຢູ່, ພຣົມມະຈັນຣຍ໌ນີ້ ມີສິ່ງນັ້ນນັ້ນແຫຼະ ເປັນປະໂຍຊນ໌ທີ່ມຸ່ງໝາຍ ມີເຈໂຕວິມຸຕຕິນັ້ນແຫຼະເປັນແກ່ນສານ ມີເຈໂຕວິມຸຕຕິນັ້ນແຫຼະເປັນຜົລສຸດທ້າຍຂອງພຣົມມະຈັນຣຍ໌ ແລ.
- ມູ. ມ. ໑໒/໓໗໐-໓໗໓/໓໕໑-໓໕໒.

໑. ເຈໂຕວິມຸຕຕິຄືການບັນລຸອະຣະຫັນຕະຜົລ ໂດຍມີນໍ້າໜັກຂອງການເນັ້ນສະມາທິຫຼາຍກວ່າການເຮັດ
ດ້ານອື່ນໆ ແບບຂອງການຫຼຸດພົ້ນຍັງມີຢ່າງອື່ນໆອີກ ເຊັ່ນສັດທາວິມຸຕຕິ ປັນຍາວິມຸຕຕິເປັນຕົ້ນ.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ