ຄົນບໍ່ຖືກນິນທາບໍ່ມີໃນໂລກ

ຄາຣະວາດຊັ້ນເລີດ

0:00/0:00
ພຣະສາສດາຕຣັສກັບອະຕຸລະອຸປາສົກ
ຜູ້ມັກທ່ຽວຈັບຜິດພຣະສົງ ແລະຕິສິນນິນທາວ່າ :

ດູຣາອະຕຸລະ ! ການນິນທາ ຫຼືການສັນຣະເສີນ
ມີມາແຕ່ບູຮານ ບໍ່ແມ່ນຫາກໍ່ມີໃນວັນນີ້...

ຄົນຍ່ອມນິນທາແມ້ນຜູ້ນັ່ງນິ້ງ
ແມ້ນຜູ້ເວົ້າຫຼາຍ
ແມ້ນເວົ້າພໍປະມານ

(ນັຕຖິ ໂລເກ ອະນິນທິໂຕ)
“ຄົນບໍ່ຖືກນິນທາ ບໍ່ມີໃນໂລກ”

ບຸຣຸສຜູ້ຖືກນິນທາໂດຍສ່ວນດຽວ
ຫຼື ຖືກສັນຣະເສີນໂດຍສ່ວນດຽວ
ບໍ່ມີມາແລ້ວໃນອະດີຕ
ຈັກບໍ່ມີໃນອະນາຄົຕ
ແລະແມ້ນໃນຂະນະນີ້ກໍ່ບໍ່ມີ.

...........................................
-ພຣະໄຕຣປິດົກ : ຂຸ. ໒໕/໔໕/໒໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ