ບາບກຳເກົ່າ ບໍ່ອາດໝົດໄດ້ ດ້ວຍການທໍລະມານຕົນເອງ
ກຳ
ມະຫານາມະ ! ຄັ້ງໜຶ່ງ ເຮົາຢູ່ທີ່ພູເຂົາຄິຊຊະກູດ ໃກ້ນະຄອນຣາຊະຄຶ, ເທື່ອນັ້ນພວກນິຄັນຖ໌ຈໍານວນຫຼາຍ ປະພຶຕວັຕຢືນຢ່າງດຽວ ງົດການນັ່ງ ຢູ່ ນະ ທີ່ກາລະສິລາ ຂ້າງພູເຂົາ
ອິສິຄິລິ, ຕ່າງປະກອບຄວາມພຽນແຮງກ້າ ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ. ມະຫານາມະ ! ເທື່ອນັ້ນ ເປັນເວລາແລງ ເຮົາອອກຈາກບ່ອນມິດງຽບແລ້ວ ໄປສູ່ກາລະສິລາ ຂ້າງພູເຂົາອິສິຄິລິ ອັນພວກນິຄັນຖ໌ປະພຶຕວັຕຢູ່, ໄດ້ກ່າວກັບພວກນິຄັນຖ໌ເຫຼົ່ານັ້ນວ່າ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ !
ເພາະຫຍັງໜໍ ພວກທ່ານທັງຫຼາຍຈຶ່ງປະພຶຕຢືນ ບໍ່ນັ່ງ ປະກອບຄວາມພຽນ ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ? ” ດັ່ງນີ້.
ມະຫານາມະ ! ນິຄັນຖ໌ເຫຼົ່ານັ້ນໄດ້ກ່າວກັບເຮົາວ່າ
ທ່ານຜູ້ມີອາຍຸ ! ທ່ານນິຄັນຖະນາຕະບຸຕ ເປັນຜູ້ຮູ້ສິ່ງທັງປວງ ເຫັນສິ່ງທັງປວງ ໄດ້ຢືນຢັນຍານທັສສະນະຂອງຕົນເອງ ໂດຍບໍ່ມີການຍົກເວັ້ນວ່າ ເມື່ອເຮົາຍ່າງຢູ່ ຢືນຢູ່ ຫຼັບຢູ່ ຕື່ນຢູ່ ກໍຕາມ ຍານທັສສະນະຂອງເຮົາ ຍ່ອມປາກົດຕິດຕໍ່ກັນບໍ່ຂາດສາຍ” ດັ່ງນີ້. ທ່ານນິຄັນຖະນາຕະບຸຕນັ້ນ ກ່າວໄວ້ເຊັ່ນນີ້ວ່າ “ນິຄັນຖ໌ຜູ້ຈະເຣີນ ! ບາບກັມໃນການກ່ອນ ທີ່ໄດ້ເຮັດໄວ້ ມີຢູ່ແລ, ພວກທ່ານຈົ່ງທໍາລາຍ ກັມນັ້ນໃຫ້ໝົດສິ້ນໄປ ດ້ວຍທຸກະຣະກິຣິຍາອັນເຈັບປວດນີ້; ອັນໜຶ່ງ ເພາະການສັງລວມ ກາຍ ວາຈາ ໃຈ ໃນບັດນີ້ ຍ່ອມຊື່ວ່າບໍ່ໄດ້ເຮັດກັມ ອັນເປັນບາບອີກຕໍ່ໄປ. ເພາະການເຜົາຜານກັມເກົ່າບໍ່ມີເຫຼືອ ແລະເພາະການບໍ່ເຮັດກັມໃໝ່ ກັມຕໍ່ໄປກໍຂາດສາຍ, ເພາະກັມຂາດສາຍ ກໍດັບສິ້ນກັມ, ເພາະດັບສິ້ນກັມ ກໍສິ້ນທຸກຂ໌, ເພາະສິ້ນທຸກຂ໌ ກໍສິ້ນເວທະນາ, ເພາະສິ້ນເວທະນາ ທຸກຂ໌ທັງໝົດ ກໍເຫືອດແຫ້ງໄປ, ດັ່ງນີ້. ຄໍາສອນຂອງ ທ່ານນາຕະບຸຕນັ້ນ ເປັນທີ່ຖືກໃຈແລະຄວນແກ່ເຮົາ, ແລະພວກເຮົາກໍເປັນຜູ້ພໍໃຈຕໍ່ຄໍາສອນນັ້ນ ດ້ວຍ” ດັ່ງນີ້.
ມະຫານາມະ ! ເຮົາໄດ້ກ່າວຄໍານີ້ກັບນິຄັນຖ໌ເຫຼົ່ານັ້ນ ສືບຕໍ່ໄປວ່າ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າພວກເຮົາທັງຫຼາຍ ໄດ້ມີແລ້ວໃນກາລກ່ອນ ຫຼືວ່າບໍ່ໄດ້ມີ ? ”.
“ບໍ່ຮູ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າພວກເຮົາທັງຫຼາຍ ໄດ້ເຮັດກັມທີ່ເປັນບາບແລ້ວ ໃນກາລກ່ອນຫຼືວ່າພວກເຮົາບໍ່ໄດ້ເຮັດແລ້ວ ? ”.
“ບໍ່ຮູ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າພວກເຮົາທັງຫຼາຍ ໄດ້ເຮັດກັມທີ່ເປັນບາບເຊັ່ນນີ້ ໆ ໃນກາລກ່ອນ ? ”.
“ບໍ່ຮູ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າ (ຕັ້ງແຕ່ເຮັດຕະບະມາ) ທຸກຂ໌ມີຈຳນວນທໍ່ນີ້ ໆ ໄດ້ໝົດສິ້ນໄປແລ້ວ ແລະຈຳນວນທໍ່ນີ້ ໆ ຈະໝົດສິ້ນໄປອີກ, ຫຼືວ່າຖ້າທຸກຂ໌ໝົດສິ້ນໄປອີກຈຳນວນທໍ່ນີ້ ທຸກຂ໌ກໍຈັກບໍ່ມີເຫຼືອ ? ”.
“ບໍ່ຮູ້ໄດ້ເລີຍທ່ານ !”.
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທ່ານທັງຫຼາຍ ຮູ້ຢູ່ຫຼືບໍ່ວ່າ ແມ່ນຫຍັງເປັນການລະເສຍຊຶ່ງສິ່ງອັນເປັນອະກຸສົລ ແລະເຮັດສິ່ງທີ່ເປັນກຸສົລໃຫ້ເກີດຂຶ້ນໄດ້ ໃນພົບປັດຈຸບັນນີ້ ? ”.
“ບໍ່ເຂົ້າໃຈເລີຍທ່ານ !”.
ມະຫານາມະ ! ເຮົາໄດ້ກ່າວຄໍານີ້ ກັບນິຄັນຖ໌ເຫຼົ່ານັ້ນ ສືບຕໍ່ໄປວ່າ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ດັ່ງໄດ້ຟັງແລ້ວວ່າ ທ່ານທັງຫຼາຍ ບໍ່ຮູ້ຢູ່ ວ່າເຮົາທັງຫຼາຍໄດ້ມີແລ້ວໃນກາລກ່ອນ ຫຼືບໍ່ໄດ້ມີແລ້ວໃນກາລກ່ອນ,... ໆລໆ... ແມ່ນຫຍັງເປັນການລະເສຍຊຶ່ງສິ່ງອັນເປັນອະກຸສົລແລ້ວ ແລະເຮັດສິ່ງທີ່ເປັນກຸສົລໃຫ້ເກີດຂຶ້ນໄດ້ ໃນພົບປັດຈຸບັນນີ້. ຄັນເມື່ອບໍ່ຮູ້ເຊັ່ນນີ້ແລ້ວ (ຄວນຈະເຫັນວ່າ) ຊົນທັງຫຼາຍເຫຼົ່າໃດໃນໂລກ ທີ່ເປັນພວກນາຍພານ ມີຝ່າມືເປື້ອນໄປດ້ວຍໂລຫິດ ມີການງານຢ່າງກັກຂະລະ ພາຍຫຼັງມາເກີດເປັນມະນຸສແລ້ວ ຍ່ອມບັນພະຊາໃນພວກນິຄັນຖ໌ທັງຫຼາຍຈັ່ງຊັ້ນບໍ ? ”.
ມູ. ມ. ໑໒/໑໘໔/໒໑໙.