ພຣະເສຂະຄືຜູ້ກໍາລັງຈະບໍ່ຢຶດຖື
ທໍາໃນເບື້ອງຕົ້ນ
ພິກຂຸ ທ. ! ພິກຂຸໃດ ເຖິງແມ່ນວ່າຍັງເປັນພຣະເສຂະ ຍັງບໍ່ບັນລຸເຖິງອະຣະຫັຕຕະ ມັຄຄະ ຍັງປາຖນາພຣະນິພພານ ອັນເປັນທີ່ກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າຢູ່, ພິກຂຸແມ່ນດັ່ງນັ້ນ ຍ່ອມຮູ້ແຈ່ມແຈ້ງຊຶ່ງດິນ ນໍ້າ ໄຟ ລົມ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ເມື່ອຮູ້ແຈ່ມແຈ້ງຊຶ່ງ ດິນ ນໍ້າ ໄຟ ລົມ ໂດຍສັກແຕ່ວ່າເປັນດິນ ນໍ້າ ໄຟ ລົມແລ້ວ, ເປັນຜູ້ ຈະບໍ່ໝາຍໝັ້ນ໑ ຊຶ່ງດິນ ນໍ້າ ໄຟ ລົມ; ຈະບໍ່ໝາຍໝັ້ນໃນດິນ ນໍ້າ ໄຟ ລົມ; ຈະບໍ່ໝາຍໝັ້ນ ໂດຍຄວາມເປັນດິນ ນໍ້າ ໄຟ ລົມ; ຈະບໍ່ໝາຍໝັ້ນວ່າດິນ ນໍ້າ ໄຟ ລົມ ເປັນຂອງເຮົາດັ່ງນີ້; ຈຶ່ງເປັນຜູ້ ຈະບໍ່ມີປົກກະຕິເພີດເພີນຍິ່ງ ຊຶ່ງ ດິນ ນໍ້າ ໄຟ ລົມ, ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ພິກຂຸ ຜູ້ເສຂະນັ້ນ ຈະຍ່ອມໄດ້ຮູ້ຮອບ.” ດັ່ງນີ້ ແລ.
- ມ. ມ. ໑໒/໖/໒.
- ມ. ມ. ໑໒/໖/໒.








