ອະຣິຍະສັດສີ່ສໍາລັບຄວາມເປັນອະຣິຍະບຸກຄົນ
ອະຣິຍະສັດ 4
ພິກຂຸ ທ. ! ພິກຂຸຜູ້ເຖິງຄວາມເປັນເທບ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ແລະສະງັດແລ້ວຈາກສິ່ງອັນເປັນອະກຸສົລທັງ ຫຼາຍ ບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່ ; ເພາະສະງົບວິຕົກວິຈາຣເສຍໄດ້ ບັນລຸຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ເຮັດໃຫ້ເກີດສະມາທິ ມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່ ; ເພາະຄວາມຈາງໄປແຫ່ງປີຕິ ຍ່ອມ ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ” ດັ່ງນີ້ແລ້ວແລຢູ່ ; ເພາະລະສຸຂແລະລະທຸກຂ໌ເສຍໄດ້ແລະເພາະຄວາມ ດັບຫາຍໄປ ແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ບັນລຸຊານທີສີ່ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ພິກຂຸຜູ້ເຖິງຄວາມເປັນເທບ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້ແລ.
ພິກຂຸ ທ. ! ພິກຂຸຜູ້ເຖິງຄວາມເປັນພຣົມ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ແຜ່ຈິຕອັນປະກອບດ້ວຍເມຕຕາ, ກະຣຸນາ, ມຸທິຕາ, ອຸເປກຂາ ສູ່ທິດທີໜຶ່ງ ທິດທີສອງ ທີສາມ ແລະທີສີ່ ໂດຍລັກສະນະເຊັ່ນດຽວກັນ ຕະຫຼອດໂລກທັງມວນ ໃນທີ່ທັງປວງ ທັງເບື້ອງເທິງເບື້ອງຕໍ່າ ແລະດ້ານຂວາງ, ດ້ວຍຈິຕອັນປະກອບດ້ວຍເມຕຕາ, ກະຣຸນາ, ມຸທິຕາ, ອຸເປກຂາອັນບໍ່ມີເວຣ ບໍ່ມີພະຍາບາດ ເປັນຈິຕກ້ວາງຂວາງປະກອບດ້ວຍຄຸນອັນໃຫຍ່ຫຼວງ ຫາປະມານບໍ່ໄດ້ແລ້ວແລຢູ່. ພິກຂຸ ທ. ! ພິກຂຸຜູ້ເຖິງຄວາມເປັນພຣົມ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້ແລ.
ພິກຂຸ ທ. ! ພິກຂຸຜູ້ເຖິງອະເນນຊາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະຜ່ານພົ້ນການກໍານົດໝາຍໃນຮູບເສຍໄດ້ ໂດຍປະການທັງປວງ ເພາະຄວາມດັບແຫ່ງການກໍານົດໝາຍໃນອາຣົມທີ່ຂັດໃຈ, ແລະເພາະການບໍ່ຕັ້ງໃນໃຈ ຊຶ່ງການກໍານົດໝາຍ ໃນພາວະຕ່າງໆເສຍໄດ້ ເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ດັ່ງນີ້, ແລ້ວແລຢູ່ ; ເພາະຜ່ານພົ້ນອາກາສານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ເຂົ້າເຖິງວິນຍານັນຈາ ຢະຕະນະ ອັນມີການຕັ້ງໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ດັ່ງນີ້, ແລ້ວແລຢູ່ ; ເພາະຜ່ານພົ້ນວິນຍານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ເຂົ້າເຖິງອາກິນຈັນຍາຢະຕະນະ ອັນມີການຕັ້ງໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້, ແລ້ວແລຢູ່ ; ເພາະຜ່ານພົ້ນອາກິນຈັນຍາຢະຕະນະເສຍໄດ້ ໂດຍປະການທັງປວງ ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ, ແລ້ວແລຢູ່. ພິກຂຸ ທ. ! ພິກຂຸຜູ້ເຖິງອາເນນຊາ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້ແລ.
ພິກຂຸ ທ. ! ພິກຂຸຜູ້ເຖິງຄວາມເປັນອະຣິຍະ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ “ທຸກຂ໌ເປັນເຊັ່ນນີ້ໆ”, ຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ “ເຫຕໃຫ້ເກີດແຫ່ງທຸກຂ໌ເປັນເຊັ່ນນີ້ໆ”, ຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ “ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້ໆ”, ຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ “ຂໍ້ປະຕິບັຕເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້ໆ” ດັ່ງນີ້. ພິກຂຸ ທ. ! ພິກຂຸ ຜູ້ເຖິງຄວາມເປັນອະຣິຍະ ຍ່ອມມີໄດ້ດ້ວຍອາການດັ່ງນີ້ແລ.
- ຈຕຸກກະ. ອັງ. ໒໑/໒໔໙/໑໙໐.