ທັມ 7 ປະການຂອງ ຜູ້ຕັ້ງຢູ່ໃນໂສຕາປັດຕິຜົນ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ທັມ ໖ ປະການນີ້ ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ ທັມ ໖ ປະການນັ້ນ ເປັນແນວໃດໜໍ ? ຄື

(໑) ພິກຂຸທັງຫຼາຍ ! ພິກຂຸມີກາຍະກັມປະກອບດ້ວຍເມຕຕາ ປາກົດໃນເພື່ອນຮ່ວມປະພຶດພຣົມມະຈັນ ທັງໃນບ່ອນແຈ້ງແລະໃນບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໒) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີວະຈີກັມປະກອບດ້ວຍເມຕຕາ ປາກົດໃນເພື່ອນຮ່ວມປະພຶດພຣົມມະຈັນ ທັງໃນບ່ອນແຈ້ງແລະໃນບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໓) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີມະໂນກັມປະກອບດ້ວຍເມຕຕາ ປາກົດໃນເພື່ອນຮ່ວມປະພຶດພຣົມມະຈັນ ທັງໃນບ່ອນແຈ້ງແລະໃນບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໔) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີລາບໃດໆ ເກີດໂດຍທັມ ໄດ້ແລ້ວໂດຍທັມ ທີ່ສຸດແມ່ນແຕ່ພຽງອາຫານຕິດກົ້ນບາຕ ກໍບໍຣິໂພກໂດຍບໍ່ກີດກັນໄວ້ເພື່ອຕົນເອງ ຍ່ອມເປັນຜູ້ບໍຣິໂພກສະເລ່ຍທົ່ວໄປກັບເພື່ອນຮ່ວມປະພຶດພຣົມມະຈັນຜູ້ມີສີລ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໕) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເປັນຜູ້ມີສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ເສົ້າໝອງ ເປັນອິສະຣະພາບ ອັນຜູ້ຮູ້ສັນເສີນ ບໍ່ຖືກທິຕຖິຄອບງໍາ ເປັນໄປພ້ອມເພື່ອສະມາທິ ແລະເຖິງຄວາມເປັນຜູ້ມີສີລສະເໝີກັນໃນສີລເຊັ່ນນັ້ນກັບເພື່ອນຮ່ວມປະພຶດພຣົມມະຈັນທັງຫຼາຍ ທັງໃນບ່ອນແຈ້ງແລະບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໖) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເປັນຜູ້ມີທິຕຖິອັນເປັນອະຣິຍະ ອັນເປັນເຄື່ອງນໍາອອກ (ນິຍຍານິກະ) ນໍາໄປເພື່ອຄວາມໝົດທຸກຂ໌ໂດຍຊອບແກ່ຜູ້ເຮັດຕາມ ແລະເຖິງຄວາມເປັນຜູ້ມີທິຕຖິສະເໝີກັນໃນທິຕຖິເຊັ່ນນັ້ນກັບເພື່ອນຮ່ວມປະພຶດ ພຣົມມະຈັນທັງຫຼາຍ ທັງໃນບ່ອນແຈ້ງແລະບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫຼາຍ ! ທັມ ໖ ປະການເຫຼົ່ານີ້ແລ ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.
ພິກຂຸທັງຫຼາຍ ! ທິຕຖິອັນເປັນອະຣິຍະ ອັນເປັນເຄື່ອງນໍາອອກ ນໍາໄປເພື່ອຄວາມໝົດທຸກຂ໌ໂດຍຊອບແກ່ຜູ້ເຮັດຕາມ ເປັນຍອດຢຶດຄຸມທັມ ໖ ປະການເຫຼົ່ານີ້ ທີ່ເປັນເຫຕໃຫ້ລະລຶກເຖິງກັນໄວ້.
ພິກຂຸທັງຫຼາຍ ! ປຽບເໝືອນຍອດເປັນບ່ອນສູງສຸດ ເປັນໂຕຢຶດຄຸມຂອງເຮືອນຍອດເຊັ່ນໃດ ທິຕຖິອັນເປັນອະຣິຍະ ອັນເປັນເຄື່ອງນໍາອອກ ນໍາໄປເພື່ອຄວາມໝົດທຸກຂ໌ໂດຍຊອບແກ່ຜູ້ເຮັດຕາມ ກໍເຊັ່ນນັ້ນເໝືອນກັນ ເປັນຍອດຢຶດຄຸມທັມ ໖ ປະການເຫຼົ່ານີ້ ທີ່ເປັນເຫຕໃຫ້ລະລຶກເຖິງກັນ.
ພິກຂຸທັງຫຼາຍ ! ກໍທິຕຖິອັນເປັນອະຣິຍະ ອັນເປັນເຄື່ອງນໍາອອກ ນໍາໄປເພື່ອຄວາມໝົດທຸກຂ໌ໂດຍຊອບແກ່ຜູ້ເຮັດຕາມ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ໄປແລ້ວສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງກໍຕາມ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ເຮົາເປັນຜູ້ມີຈິຕຖືກເຄື່ອງຄອບງໍາອັນໃດຄອບງໍາແລ້ວ (ປະຣິຢຸຕຖາເນນະ ປະຣິຢຸຕຖິຕະຈິຕໂຕ) ບໍ່ອາດຮູ້ເຫັນຕາມຄວາມເປັນຈິງ ເຄື່ອງຄອບງໍານັ້ນທີ່ເຮົາຍັງລະບໍ່ໄດ້ໃນພາຍໃນ ມີຢູ່ຫຼືບໍ່ໜໍ.
ພິກຂຸທັງຫຼາຍ ! ຖ້າພິກຂຸມີຈິຕອັນກາມຣາຄະຄອບງໍາ ຫຼືມິຈິຕອັນພະຍາບາດຄອບງໍາ ຫຼືມີຈິຕອັນຖີນະມິດທະຄອບງໍາ ຫຼືມີຈິຕອັນອຸດທັດຈະກຸກກຸຈຈະຄອບງໍາ ຫຼືມີຈິຕອັນວິຈິກິຈສາຄອບງໍາ ກໍຊື່ວ່າເປັນຜູ້ມີຈິຕຖືກເຄື່ອງຄອບງໍາ ຄອບງໍາແລ້ວ.
ຖ້າພິກຂຸເປັນຜູ້ຂົນຂວາຍໃນການຄິດເລື່ອງໂລກນີ້ ຫຼືເປັນຜູ້ຂົນຂວາຍໃນການຄິດເລື່ອງໂລກອື່ນ ກໍຊື່ວ່າເປັນຜູ້ມີຈິຕຖືກເຄື່ອງຄອບງໍາ ຄອບງໍາແລ້ວ.
ຖ້າພິກຂຸເກີດຂັດໃຈ ທະເລາະວິວາດ ສຽບແທງກັນແລະກັນດ້ວຍຫອກຄືປາກຢູ່ ກໍຊື່ວ່າເປັນຜູ້ມີຈິຕຖືກເຄື່ອງຄອບງໍາ ຄອບງໍາແລ້ວ.
ຖ້າພິກຂຸນັ້ນ ຍ່ອມຮູ້ແຈ້ງຢ່າງນີ້ວ່າ ເຮົາເປັນຜູ້ມີຈິຕຖືກເຄື່ອງຄອບງໍາໃດຄອບງໍາແລ້ວ ບໍ່ອາດຮູ້ເຫັນຕາມຄວາມເປັນຈິງ ເຄື່ອງຄອບງໍານັ້ນທີ່ເຮົາຍັງລະບໍ່ໄດ້ໃນພາຍໃນ ບໍ່ໄດ້ມີເລີຍ.
ຈິຕຂອງເຮົາຕັ້ງໄວ້ດີແລ້ວ ເພື່ອຄວາມຕຣັສຮູ້ສັຈຈະທັງຫຼາຍ ນີ້ຄືຍານທີ ໑ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຊົນ ອັນພິກຂຸນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ເຮົາເສບໃຫ້ທົ່ວເຖິງ ຝຶກໃຫ້ຈະເຣີນ ຝຶກໃຫ້ຫຼາຍເຊິ່ງທິຕຖິນີ້ ຍ່ອມໄດ້ຄວາມສະງົບສະເພາະຕົນ ຍ່ອມໄດ້ຄວາມດັບສະເພາະຕົນຫຼືໜໍ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງດັ່ງນີ້ວ່າ ເຮົາເສບໃຫ້ທົ່ວເຖິງ ຝຶກໃຫ້ຈະເຣີນ ຝຶກໃຫ້ຫຼາຍເຊິ່ງທິຕຖິນີ້ ຍ່ອມໄດ້ຄວາມສະງົບສະເພາະຕົນ ຍ່ອມໄດ້ຄວາມດັບສະເພາະຕົນ ນີ້ຄືຍານທີ ໒ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຊົນ ອັນພິກຂຸນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ເຮົາເປັນຜູ້ປະກອບດ້ວຍທິຕຖິເຊັ່ນໃດ ສະມະນະ ຫຼືພຣາມເຫຼົ່າອື່ນນອກທັມວິນັຍນີ້ ທີ່ເປັນຜູ້ປະກອບດ້ວຍທິຕຖິເຊັ່ນນັ້ນມີຢູ່ຫຼືໜໍ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງດັ່ງນີ້ວ່າ ເຮົາເປັນຜູ້ປະກອບດ້ວຍທິຕຖິເຊັ່ນໃດ ສະມະນະຫຼືພຣາມເຫຼົ່າອື່ນນອກທັມວິນັຍນີ້ ທີ່ເປັນຜູ້ປະກອບດ້ວຍທິຕຖິເຊັ່ນນັ້ນບໍ່ໄດ້ມີ ນີ້ຄືຍານທີ ໓ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຊົນ ອັນພິກຂຸນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍ
ທໍາມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍທັມມະດາເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເປັນແນວໃດໜໍ ? ພິກຂຸທັງຫຼາຍ ! ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິມີທັມມະດາດັ່ງນີ້ ຄື ຄວາມອອກຈາກອາບັຕເຊັ່ນໃດ ຍ່ອມປາກົດ ອະຣິຍະສາວົກຍ່ອມຕ້ອງອາບັຕ ເຊັ່ນນັ້ນແດ່ໂດຍແທ້ ແຕ່ເຖິງຢ່າງນັ້ນ ອະຣິຍະສາວົກນັ້ນຈະຮີບສະແດງ ເປີດເຜີຍ ເຮັດໃຫ້ຕື້ນເຊິ່ງອາບັຕນັ້ນ ໃນສໍານັກ ພຣະສາສດາຫຼືເພື່ອນຜູ້ຮ່ວມປະພຶດພຣົມມະຈັນທີ່ເປັນວິນຍູຊົນທັງຫຼາຍ ຄັນສະແດງ ເປີດເຜີຍ ເຮັດໃຫ້ຕື້ນແລ້ວ ກໍເຖິງຄວາມ ສັງລວມຕໍ່ໄປ ປຽບເໝືອນເດັກນ້ອຍທີ່ນອນຫງາຍ ຖືກຖ່່ານໄຟ ດ້ວຍມືຫຼືດ້ວຍເທົ້າແລ້ວ ກໍຊັກຖີບໜີຢ່າງໄວ ສະນັ້ນ ອະຣິຍະສາວົກ ນັ້ນຍ່ອມຮູ້ແຈ່ມແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບ ດ້ວຍທັມມະດາເຊັ່ນນັ້ນ ນີ້ຄືຍານທີ ໔ ອັນເປັນອະຣິຍະ ເປັນໂລກຸຕ ຕະຣະ ບໍ່ທົ່ວໄປກັບພວກປຸຖຸຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍທັມມະດາ ເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ ປະກອບດ້ວຍທັມມະດາເປັນແນວໃດ ? ພິກຂຸທັງຫຼາຍ ! ບຸກຄົນ ຜູ້ເຖິງພ້ອມດ້ວຍທິຕຖິ ມີທັມມະດາດັ່ງນີ້ຄື ອະຣິຍະສາວົກຍ່ອມເຖິງ
ຄວາມຂົນຂວາຍໃນກິຈໃຫຍ່ນ້ອຍທີ່ຄວນປະພຶດຂອງເພື່ອນຮ່ວມປະພຶດພຣົມມະຈັນໂດຍແທ້ ແຕ່ເຖິງຢ່າງນັ້ນ ຄວາມປາຖນາຢ່າງແຮງກ້າໃນອະທິສີລະສິກຂາ ອະທິຈິຕຕະສິກຂາ ແລະອະທິປັນຍາສິກຂາຂອງອະຣິຍະສາວົກນັ້ນກໍຍັງມີຢູ່ ປຽບເໝືອນງົວແມ່ລູກອ່ອນ ຍ່ອມເລັມກິນຫຍ້າໄປດ້ວຍ ຫງວກຫຼຽວເບິ່ງລູກໄປນໍາສະນັ້ນ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍທັມມະດາເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍທັມມະດາ ເຊັ່ນນັ້ນ ນີ້ຄືຍານທີ ໕ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປກັບພວກປຸຖຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເປັນແນວໃດ ? ພິກຂຸທັງຫຼາຍ ! ພະລະຂອງບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິເປັນດັ່ງນີ້ຄື ອະຣິຍະສາວົກນັ້ນ ເມື່ອທັມວິນັຍທີ່ຕະຖາຄົຕປະກາສແລ້ວອັນບັນດິຕສະແດງຢູ່ ຍ່ອມເຮັດໃຫ້ເກີດປະໂຍຊນ໌ ຍ່ອມເຮັດໄວ້ໃນໃຈ ຍ່ອມກໍານົດດ້ວຍຈິຕທັງປວງ ຍ່ອມງ່ຽງໂສຕະລົງຟັງທັມ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ ນີ້ຄືຍານທີ່ ໖ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປແກ່ພວກປຸຖຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.
ພິກຂຸທັງຫຼາຍ ! ອີກຂໍ້ໜຶ່ງ ອະຣິຍະສາວົກຍ່ອມພິຈາຣະນາ ເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ. ພິກຂຸທັງຫຼາຍ ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເປັນແນວໃດ ? ພິກຂຸທັງຫຼາຍ ! ພະລະຂອງບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິເປັນດັ່ງນີ້ຄື ອະຣິຍະສາວົກນັ້ນ ເມື່ອທັມວິນັຍທີ່ຕະຖາຄົຕປະກາສແລ້ວອັນບັນດິຕສະແດງຢູ່ ຍ່ອມໄດ້ຄວາມຮູ້ອັຕຖະ ຍ່ອມໄດ້ຄວາມຮູ້ທັມ ຍ່ອມໄດ້ປາໂມດອັນປະກອບດ້ວຍທັມ ອະຣິຍະສາວົກນັ້ນຍ່ອມຮູ້ແຈ້ງຢ່າງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ເປັນຜູ້ປະກອບດ້ວຍພະລະເຊັ່ນໃດ ເຖິງເຮົາກໍເປັນຜູ້ປະກອບດ້ວຍພະລະເຊັ່ນນັ້ນ ນີ້ຄືຍານທີ ໗ ອັນເປັນອະຣິຍະ ເປັນໂລກຸຕຕະຣະ ບໍ່ທົ່ວໄປແກ່ພວກປຸຖຸຊົນ ອັນອະຣິຍະສາວົກນັ້ນບັນລຸແລ້ວ.

ພິກຂຸທັງຫຼາຍ ! ທັມມະດາອັນອະຣິຍະສາວົກຜູ້ປະກອບດ້ວຍອົງ ໗ ປະການຢ່າງນີ້ ກວດເບິ່ງດີແລ້ວ ດ້ວຍການເຮັດໃຫ້ແຈ້ງເຊິ່ງໂສດາປັຕຕິຜົລ. ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ປະກອບດ້ວຍອົງ ໗ ປະການນີ້ແລ ຍ່ອມເປັນຜູ້ພຽບພ້ອມດ້ວຍໂສດາປັຕຕິຜົລ ດັ່ງນີ້ແລ.

- ບາລີ ມູ. ມ. ໑໒/໕໘໑/໕໔໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ