ລັກສະນະແຫ່ງພະວະຕັນຫາ
ສັງໂຍດ
ພິກຂຸ ທ. ! ພະວະໂຢຄະ (ການປະກອບຢູ່ດ້ວຍພົບ) ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນໂລກນີ້ ຍ່ອມບໍ່ຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງພົບທັງຫຼາຍ ຊຶ່ງຄວາມດັບໄປແຫ່ງພົບທັງຫຼາຍ ຊຶ່ງສະເໜ່ແຫ່ງພົບທັງຫຼາຍ ຊຶ່ງໂທດແຫ່ງພົບທັງຫຼາຍ ແລະ ຊຶ່ງອຸບາຍເຄື່ອງອອກພົ້ນໄປໄດ້ຈາກພົບທັງຫຼາຍ. ພິກຂຸ ທ. ! ເມື່ອເຂົາບໍ່ຮູ້ຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນພົບ ຄວາມເພີດເພີນໃນພົບ ຄວາມສະເໜ່ຫາໃນພົບ ຄວາມສະຢົບໃນພົບ ຄວາມຫິວກະຫາຍໃນພົບ ຄວາມຮ້ອນເອົ້າເພາະພົບ ຄວາມເມົາມົວໃນພົບ ແລະພະວະຕັນຫາໃນພົບທັງຫຼາຍ ຍ່ອມນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ພະວະໂຢຄະ (ການປະກອບຢູ່ດ້ວຍພົບ), ດັ່ງນີ້ ແລ.
- ຈຕຸກກະ. ອັງ. ໒໑/໑໓/໑໐.
- ຈຕຸກກະ. ອັງ. ໒໑/໑໓/໑໐.








