ແວ່ນສ່ອງເຍືອງຄວາມເປັນພຣະໂສດາບັນ
ໂສດາບັນ
ອານົນທ໌ ! ເຮົາຈະສະແດງທັມປະຣິຍາຍອັນຊື່ວ່າ ແວ່ນທັມ ຊຶ່ງຫາກອະຣິຍະສາວົກ ຜູ້ໃດໄດ້ປະກອບພ້ອມແລ້ວ ເມື່ອຈໍານົງຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້ໃນຂໍ້ທີ່ຕົນ ເປັນຜູ້ມີນະຣົກດັບສິ້ນແລ້ວ ມີກໍາເນີດເດຣັດສານດັບສິ້ນແລ້ວ ມີເປຕະວິໄສດັບສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕດັບສິ້ນແລ້ວ, ໃນຂໍ້ທີ່ຕົນເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ ດັ່ງນີ້.
ອານົນທ໌ ! ກໍທັມປະຣິຍາຍອັນຊື່ວ່າ ແວ່ນທັມ ໃນບ່ອນນີ້ ເປັນແນວໃດໜໍ ?
ອານົນທ໌ ! ອະຣິຍະສາວົກ ໃນທັມວິນັຍນີ້ ເປັນຜູ້ ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ.... ໃນອົງຄ໌ພຣະທັມ.... ໃນອົງຄ໌ພຣະສົງຄ໌.... ແລະອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຄືເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ (ຄໍ້າ) ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ຕັນຫາແລະທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ.
ອານົນທ໌ ! ທັມປະຣິຍາຍອັນນີ້ແລ ທີ່ຊື່ວ່າແວ່ນທັມ ຊຶ່ງຫາກອະຣິຍະສາວົກຜູ້ໃດ ໄດ້ປະກອບພ້ອມແລ້ວ ເມື່ອຈໍານົງຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້, ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໔໕໐-໔໕໑/໑໔໗໙-໑໔໘໐.
ຜູ້ສົມບູນດ້ວຍທິຕຖິໂດຍທັມມະຊາດ
(ສິ່ງທີ່ຜູ້ສົມບູນດ້ວຍທິຕຖິ ເຮັດບໍ່ໄດ້ໂດຍທັມມະຊາດ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ (ໂດຍທັມມະຊາດ) ໖ ປະການ ເຫຼົ່ານີ້ມີຢູ່. ຫົກປະການ ເຫຼົ່າໃດໜໍ ? ຫົກປະການຄື :-
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ ໂດຍຄວາມເປັນຂອງທ່ຽງ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ ໂດຍຄວາມເປັນສຸຂ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງທັມມະໃດໆ ໂດຍຄວາມເປັນຕົວຕົນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຮັດອະນັນຕະຣິຍະກັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຫວັງການເຖິງຄວາມບໍຣິສຸດໂດຍໂກຕຸຫົລມຸງຄຸນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດສະແຫວງຫາທັກຂິເນີຍຍະບຸຄຄົລພາຍນອກຈາກສາສນານີ້.
ພິກຂຸ ທ. ! ເຫຼົ່ານີ້ແລ ຖານະ ທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ສັກກ. ອັງ. ໒໒/໔໘໘/໓໖໔.
(ຄໍາວ່າ “ເຂົ້າເຖິງ” ໃນສູຕນີ້ ມີຄວາມໝາຍແຫ່ງການຖືເອົາ ເຊັ່ນດຽວກັບຄໍາວ່າ ສະຣະນັງ ຄັຈສາມິ ໝາຍຄວາມວ່າ ຖືເອົາເປັນທີ່ເພິ່ງ. ຄໍາວ່າ “ໂກຕຸຫົລມຸງຄຸນ” ໝາຍເຖິງ ການຖືລັດທິບູຮານ ທາງໄສຍະສາສ ເຊັ່ນວ່າ ຕື່ນນອນຂຶ້ນມາໄດ້ເຫັນ ຫຼືໄດ້ຍິນ ຫຼືໄດ້ສັມຜັສສິ່ງໃດສິ່ງໜຶ່ງ ຕາມທີ່ບັນຍັຕໄວ້ວ່າ ຈະນໍາມາຊຶ່ງຄວາມບໍຣິສຸດ ຕາມລັດທິນັ້ນໆ).
ຜູ້ເຖິງພ້ອມດ້ວຍທິຕຖິ
(ອະຖານະສໍາລັບຜູ້ທີ່ເຖິງພ້ອມດ້ວຍທິຕຖິ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ມີຢູ່. ຫົກປະການເຫຼົ່າໃດໜໍ ? ຫົກປະການຄື :-
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນພຣະສາສດາ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນພຣະທັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນພຣະສົງຄ໌;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນສິກຂາ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ອະນາຄະມະນີຢະວັຕຖຸ (ວັຕຖຸທີ່ບໍ່ຄວນເຂົ້າຫາ);
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຍັງພົບທີ່ແປດໃຫ້ເກີດຂຶ້ນ.
ພິກຂຸ ທ. ! ເຫຼົ່ານີ້ແລ ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ສັກກ. ອັງ. ໒໒/໔໘໘/໓໖໓.
(ຄໍາວ່າ “ວັຕຖຸທີ່ບໍ່ຄວນເຂົ້າຫາ” ໝາຍເຖິງວັຕຖຸສິ່ງຂອງກໍໄດ້ ການກະທໍາກໍໄດ້ ຄວາມເຫັນກໍໄດ້. ຄໍາວ່າ “ພົບທີແປດ” ໝາຍຄວາມວ່າ ບໍ່ອາດຈະມີແກ່ພຣະໂສດາບັນ ພຣະໂສດາບັນຈະມີພົບ ຫຼືຊາດຕໍ່ໄປໄດ້ອີກພຽງເຈັດເທົ່ານັ້ນ).
ຜູ້ເຖິງພ້ອມດ້ວຍທິຕຖິ
(ອະຖານະ ສໍາລັບຜູ້ທີ່ເຖິງພ້ອມດ້ວຍທິຕຖິ)
(ອີກນັຍໜຶ່ງ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່; ຫົກປະການເຫຼົ່າໃດໜໍ ? ຫົກປະການຄື :-
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມປົງຊີວິຕມານດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມປົງຊີວິຕບິດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມປົງຊີວິຕພຣະອໍຣະຫັນຕ໌;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມຄິດປອງຮ້າຍຕະຖາຄົຕເຖິງແມ່ນວ່າພຽງເຮັດໂລຫິຕໃຫ້ຫໍ້;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມເຮັດສົງຄ໌ໃຫ້ແຕກກັນ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມຖືສາສດາອື່ນ (ນອກຈາກພຣະສັມມາສັມພຸດທະເຈົ້າ)

- ສັກກ. ອັງ. ໒໒/໔໘໘/໓໖໕.
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ. ໕໗໗; ໃນພຸ. ໂອ. ໜ້າ ໔໐໘-໔໑໑ ແລະໃນອຣິຍ. ໂອ. ປາຍໜ້າ ໑໐໗໘-໑໐໗໙, ໑໐໘໔-໑໐໘໙).
ຜູ້ເຖິງພ້ອມດ້ວຍທິຕຖິ
(ອະຖານະສໍາລັບຜູ້ທີ່ເຖິງພ້ອມດ້ວຍທິຕຖິ)
(ອີກນັຍໜຶ່ງ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່. ຫົກປະການເຫຼົ່າໃດໜໍ ? ຫົກປະການຄື :-
໕໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ຕົນເຮັດເອງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ຜູ້ອື່ນເຮັດໃຫ້”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ຕົນເຮັດເອງກໍມີ
ຜູ້ອື່ນເຮັດໃຫ້ກໍມີ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ບໍ່ຕ້ອງເຮັດເອງ
ເກີດຂຶ້ນໄດ້ຕາມລໍາພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ບໍ່ແມ່ນໃຜອື່ນ
ເຮັດໃຫ້ ເກີດຂຶ້ນໄດ້ຕາມລໍາພັງ”;

ແລະບໍ່ແມ່ນໃຜອື່ນເຮັດໃຫ້ ເກີດຂຶ້ນໄດ້ຕາມລຳພັງ”.
ຂໍ້ນັ້ນ ເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ເຫຕ (ແຫ່ງສຸຂແລະທຸກຂ໌) ອັນຜູ້ເຖິງພ້ອມດ້ວຍທິຕຖິເຫັນແລ້ວໂດຍແທ້ຈິງ ແລະທັມທັງຫຼາຍ ກໍເປັນສິ່ງທີ່ເກີດມາແຕ່ເຫຕດ້ວຍ.

- ສັກກ. ອັງ. ໒໒/໔໘໙/໓໖໖.