ວິນຍານເມື່ອເຮັດໜ້າທີ່ເປັນພືດ

ຂັນ 5

0:00/0:00
ພິກຂຸ ທ. ! ສິ່ງທີ່ໃຊ້ເປັນພືດ ມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງເຫຼົ່າໃດໜໍ ? ຫ້າຢ່າງຄື ພືດຈາກເຫງົ້າ ຫຼືຮາກ (ມູລະພີຊະ), ພືດຈາກຕົ້ນ (ຂັນທະພີຊະ) ພືດຈາກຕາ ຫຼືໝາກ (ຜະລຸພີຊະ), ພືດຈາກຍອດ (ອັກຄະພີຊະ), ແລະພືດຈາກເມັດ (ເຊັ່ນເຂົ້າເປັນຕົ້ນ) ເປັນອັນຖ້ວນຫ້າ (ພີຊະພີຊະ).

ພິກຂຸ ທ. ! ຖ້າສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານີ້ ທີ່ບໍ່ຖືກທຳລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມ ແລະແດດ ຍັງມີເຊື້ອງອກບໍຣິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ, ແຕ່ດິນນໍ້າບໍ່ມີ. ພິກຂຸ ທ. ! ສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານັ້ນ ຈະຍ່ອມຈະເຣີນງອກງາມໄພບູນ ໄດ້ແລຫຼື ?

“ຫາເປັນເຊັ່ນນັ້ນໄດ້ບໍ່ ຂ້ານ້ອຍ !”

ພິກຂຸ ທ. ! ຖ້າສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານີ້ແຫຼະທີ່ບໍ່ຖືກທຳລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມແລະແດດ ຍັງມີເຊື້ອງອກບໍຣິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ, ທັງດິນນໍ້າກໍມີດ້ວຍ. ພິກຂຸ ທ. ! ສິ່ງທີ່ໃຊ້ເປັນພືດຫ້າຢ່າງເຫຼົ່ານັ້ນ ຈະຍ່ອມຈະເຣີນງອກງາມໄພບູນໄດ້ ບໍ່ແມ່ນຫຼື ?

“ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ວິນຍານຖິຕິ (ທີ່ຕັ້ງຢູ່ຂອງວິນຍານ) ສີ່ຢ່າງ (ຮູບ ເວທະນາ ສັນຍາ ສັງຂາຣ) ຈົ່ງເຫັນວ່າເໝືອນກັບ ດິນ. ພິກຂຸ ທ. ! ນັນທິຣາຄະ ຈົ່ງເຫັນວ່າເໝືອນກັບນໍ້າ. ພິກຂຸ ທ. ! ວິນຍານ ຊຶ່ງປະກອບດ້ວຍປັດໄຈ (ວິນຍານຊຶ່ງປະກອບດ້ວຍເຫດດັ່ງນີ້) ຈົ່ງເຫັນວ່າເໝືອນກັບ ພືດສົດ ທັງຫ້ານັ້ນ.

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ຮູບ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີຮູບເປັນອາຣົມ ມີຮູບເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້;

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີເວທະນາເປັນອາຣົມ ມີເວທະນາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້;

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ສັນຍາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັນຍາເປັນອາຣົມ ມີສັນຍາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້;

ພິກຂຸ ທ. ! ວິນຍານຊຶ່ງເຂົ້າຖືເອົາ ສັງຂາຣ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັງຂາຣເປັນອາຣົມ ມີສັງຂາຣເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້.

ພິກຂຸ ທ. ! ຜູ້ໃດຈະຍ່ອມກ່າວດັ່ງນີ້ວ່າ “ເຮົາຈະບັນຍັຕຊຶ່ງການມາ ການໄປ ການຈຸຕິ ການອຸບັດ ຄວາມຈະເຣີນ ຄວາມງອກງາມ ແລະຄວາມໄພບູນຂອງວິນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະເວັ້ນຈາກສັງຂາຣ” ດັ່ງນີ້ ນັ້ນ, ນີ້ບໍ່ແມ່ນຖານະທີ່ຈະມີໄດ້ເລີຍ.

- ຂັນທະ. ສັງ. ໑໗/໖໗/໑໐໖-໑໐໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ