ຫຼັກທີ່ຄວນຮູ້ກ່ຽວກັບເວທະນາ
ຂັນ 5
ພິກຂຸ ທ. ! ຂໍ້ທີ່ເຮົາກ່າວວ່າ “ຕ້ອງຮູ້ຈັກເວທະນາ, ຕ້ອງຮູ້ຈັກເຫຕເປັນແດນເກີດຂອງເວທະນາ, ຕ້ອງຮູ້ຈັກຄວາມເປັນຕ່າງໆກັນຂອງເວທະນາ, ຕ້ອງຮູ້ຈັກຜົລຂອງເວທະນາ, ຕ້ອງຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ແລະຕ້ອງຮູ້ຈັກທາງດໍາເນີນໃຫ້ເຖິງ ຄວາມດັບບໍ່ເຫຼືອຂອງເວທະນາ” ດັ່ງນີ້ນັ້ນ, ເຮົາກ່າວໝາຍເຖິງອັນໃດໜໍ ?
ພິກຂຸ ທ. ! ຂໍ້ນັ້ນເຮົາກ່າວໝາຍເຖິງ ເວທະນາສາມ ເຫຼົ່ານີ້; ຄື ສຸຂເວທະນາ ທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ.
ພິກຂຸ ທ. ! ເຫຕເປັນແດນເກີດຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ຜັສສະ (ການປະຈວບພໍ້ກັນແຫ່ງອາຍະຕະນະພາຍໃນ ແລະພາຍນອກ ແລະວິນຍານ) ເປັນເຫຕ ເປັນແດນເກີດຂອງ ເວທະນາ.
ພິກຂຸ ທ. ! ຄວາມເປັນຕ່າງໆກັນຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ສຸຂະເວທະນາ ທີ່ເຈືອປົນດ້ວຍອາມິດ (ກາມະຄຸນ ໕) ກໍມີ ສຸຂະເວທະນາ ທີ່ບໍ່ເຈືອປົນດ້ວຍອາມິດ (ບໍ່ມີກາມະຄຸນ ໕) ກໍມີ; ທຸກຂະເວທະນາ ທີ່ເຈືອປົນດ້ວຍອາມິດກໍມີທຸກຂະເວທະນາ ທີ່ບໍ່ເຈືອປົນດ້ວຍອາມິດກໍມີ; ອະທຸກຂະມະສຸຂະເວທະນາ ທີ່ເຈືອປົນດ້ວຍອາມິດກໍມີ ອະທຸກຂະມະສຸຂະເວທະນາ ທີ່ບໍ່ເຈືອປົນດ້ວຍມິດກໍມີ. ພິກຂຸ ທ. ! ນີ້ເອີ້ນວ່າ ຄວາມເປັນຕ່າງໆກັນຂອງ ເວທະນາ.
ພິກຂຸ ທ. ! ຜົລຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອສະເຫວີຍ ເວທະນາໃດຢູ່ ຍັງອັຕຕະພາບ ຊຶ່ງເກີດແຕ່ເວທະນານັ້ນໆ ໃຫ້ເກີດຂຶ້ນເປັນຝ່າຍບຸນຍ໌ກໍຕາມ ເປັນຝ່າຍບໍ່ແມ່ນບຸນຍ໌ກໍຕາມ. ພິກຂຸ ທ. ! ນີ້ເອີ້ນວ່າ ຜົລຂອງເວທະນາ.
ພິກຂຸ ທ. ! ຄວາມດັບບໍ່ເຫຼືອຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບບໍ່ເຫຼືອຂອງເວທະນາມີໄດ້ ເພາະຄວາມດັບບໍ່ເຫຼືອຂອງຜັສສະ.
ພິກຂຸ ທ. ! ອະຣິຍະມັຄຄະມີອົງຄ໌ ໘ ນີ້ນັ້ນເອງ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ, ໄດ້ແກ່ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ....
ພິກຂຸ ທ. ! ຄໍາໃດທີ່ເຮົາກ່າວວ່າ “ຕ້ອງຮູ້ຈັກເວທະນາ, ຕ້ອງຮູ້ຈັກເຫຕເປັນແດນເກີດຂອງເວທະນາ, ຕ້ອງຮູ້ຈັກຄວາມເປັນຕ່າງໆກັນຂອງເວທະນາ, ຕ້ອງຮູ້ ຈັກຜົລຂອງເວທະນາ, ຕ້ອງຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ແລະຕ້ອງຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ” ດັ່ງນີ້ນັ້ນ, ເຮົາກ່າວໝາຍເຖິງຄວາມຂໍ້ນີ້ແລ.
- ສັກກ. ອັງ. ໒໒/໔໖໐/໓໓໔.