ຕັນຫາເປັນເຊື້ອໄຟແຫ່ງການເກີດ
ປະຕິຈະສະມຸບາດ
ວັດສະ ! ເຮົາ ຍ່ອມບັນຍັຕຄວາມບັງເກີດຂຶ້ນ ສໍາລັບສັຕ ຜູ້ທີ່ຍັງມີອຸປາທານ (ເຊື້ອ) ຢູ່, ບໍ່ແມ່ນສໍາລັບສັຕ ຜູ້ທີ່ບໍ່ມີອຸປາທານ. ວັດສະ ! ປຽບເໝືອນ ໄຟທີ່ມີເຊື້ອ ຍ່ອມຕິດໄໝ້ຂຶ້ນໄດ້, ທີ່ບໍ່ມີເຊື້ອໄຟ ກໍລຸກໄໝ້ຂຶ້ນບໍ່ໄດ້, ອຸປະມານີ້ເຊັ່ນໃດອຸປະໄມກໍເຊັ່ນນັ້ນ; ວັດສະ ! ເຮົາຍ່ອມບັນຍັຕ ຄວາມບັງເກີດຂຶ້ນ ສໍາລັບສັຕ ຜູ້ທີ່ຍັງມີອຸປາທານຢູ່, ບໍ່ແມ່ນສໍາລັບສັຕ ຜູ້ທີ່ບໍ່ມີອຸປາທານ.
“ພຣະໂຄດົມຜູ້ຈະເຣີນ ! ຖ້າສະໄໝໃດ ແປວໄຟຖືກລົມພັດ ຫຼຸດປິວໄປໄກ, ສະໄໝນັ້ນ ພຣະໂຄດົມ ຍ່ອມບັນຍັຕ ຊຶ່ງອັນໃດວ່າ ເປັນເຊື້ອແກ່ແປວໄຟນັ້ນ ຖ້າຖືວ່າມັນຍັງມີເຊື້ອຢູ່ ?”
ວັດສະ ! ສະໄໝໃດ ແປວໄຟຖືກລົມພັດຫຼຸດປິວໄປໄກ, ເຮົາຍ່ອມບັນຍັຕແປວໄຟນັ້ນວ່າ ມີລົມນັ້ນແລ ເປັນເຊື້ອໄຟ. ວັດສະ ! ເພາະວ່າສະໄໝນັ້ນ ລົມຍ່ອມເປັນເຊື້ອ ຂອງແປວໄຟນັ້ນ.
“ພຣະໂຄດົມຜູ້ຈະເຣີນ ! ຖ້າສະໄໝໃດ ສັຕປະຖິ້ມກາຍນີ້ ແລະ ຍັງບໍ່ບັງເກີດຂຶ້ນດ້ວຍກາຍອື່ນ, ສະໄໝນັ້ນ ພຣະໂຄດົມ ຍ່ອມບັນຍັຕຊຶ່ງອັນໃດ ວ່າເປັນເຊື້ອແກ່ສັຕນັ້ນ ຖ້າຖືວ່າມັນຍັງມີເຊື້ອຢູ່ ?”
(ໃຫ້ຜູ້ສຶກສາ ຈົ່ງສັງເກດຄໍາຕຣັດຕໍ່ໄປນີ້ ຊຶ່ງຈະສາມາດນຳໄປອະທິບາຍ ເຖິງຄວາມສັມພະເວສີສັຕໄດ້ ເບິ່ງໜ້າ ໒໘໗)
ວັດສະ ! ສະໄໝໃດ ສັຕປະຖິ້ມກາຍນີ້ ແລະ ຍັງບໍ່ບັງເກີດຂຶ້ນດ້ວຍກາຍອື່ນ(ສັມພະເວສີສັຕ), ເຮົາກ່າວສັຕນີ້ວ່າ ມີຕັນຫານັ້ນແລເປັນເຊື້ອ; ເພາະວ່າ ສະໄໝນັ້ນ ຕັນຫາ ຍ່ອມເປັນເຊື້ອຂອງສັຕນັ້ນ ແລ.
(ຢັສສະມິງ ໂຂ ວັສສະ ສະມະເຢ ອິມະຈະ ກາຢັງ ນິກຂິປະຕິ ສັຕໂຕຈະ ອັນຍະຕະຣັງ ກາຍັງ ອະນຸປປັນໂນ ໂຫຕິ ຕະມະຫັງ ຕັນຫຸປາທານັງ ວະທາມິ ຕັນຫາ ຫິສສະ ວັສສະ ຕັສສະມິງ ສະມະເຢ ອຸປະທານັງ ໂຫຕີຕິ ຯ)
- ສລາ. ສັງ. ໑໘/໔໘໕/໘໐໐.