ເຄາະຮ້າຍອັນໃຫຍ່ຫຼວງຂອງຄົນພານ

ພົບພູມ

0:00/0:00
ພິກຂຸທັງຫຼາຍ ! ປຽບເໝືອນບຸຣຸດຖິ້ມບອກໄມ້ ທີ່ມີຮູດຽວລົງໄປໃນມະຫາສະມຸດ ບອກນັ້ນຖືກລົມຕາເວັນອອກພັດໄປທາງທິດຕາເວັນຕົກ ຖືກລົມຕາເວັນຕົກ ພັດໄປທາງທິດ ຕາເວັນອອກ ຖືກລົມເໜືອພັດໄປທາງທິດໃຕ້ ຖືກລົມໃຕ້ພັດໄປທາງທິດເໜືອ ມີເຕົ່າຕາບອດຢູ່ໃນມະຫາສະມຸດນັ້ນ ຜ່ານກາຍໄປຮ້ອຍປີ ຈຶ່ງໂຜ່ຜຸດຂຶ້ນຄັ້ງໜຶ່ງ.
ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດໜໍ ? ເຕົ່າຕາບອດໂຕນັ້ນ ຈະຍ່ອມເອົາຄໍປ່ອນສຸບເຂົ້າໃນບອກ ຊຶ່ງມີຮູດຽວນັ້ນ ໄດ້ແດ່ຫຼືບໍ່ໜໍ ?

ຂໍ້ນັ້ນເປັນໄປບໍ່ໄດ້ເລີຍ ຂ້ານ້ອຍ !
ຂ້າແຕ່ພຣະອົງຜູ້ຈະເລີນ ! ຖ້າຈະເປັນໄປໄດ້ແດ່ ໃນບາງຄັ້ງບາງຍາມ ກໍໂດຍຜ່ານໄລຍະກາລະນານດົນແນ່ນອນ.

ພິກຂຸທັງຫຼາຍ ! ເຕົ່າຕາບອດໂຕນັ້ນ ຈະຍ່ອມເອົາຄໍປ່ອນສຸບເຂົ້າບອກ ທີ່ມີຮູດຽວນັ້ນໄດ້ ຍັງຈະໄວກວ່າ ເຮົາກ່າວຄວາມເປັນມະນຸດ ທີ່ຄົນພາລໄປສູ່ວິນິບາຕເທື່ອໜຶ່ງແລ້ວຈະຍ່ອມໄດ້ ຍັງຍາກກວ່ານີ້ ນັ້ນເພາະເຫດໃດ ?


ພິກຂຸທັງຫຼາຍ ! ເພາະໃນໂຕຄົນພາລນີ້ ບໍ່ມີການປະພຶດທັມ ບໍ່ມີຄວາມປະພຶດສະງົບ ບໍ່ມີການເຮັດກຸສົລ ບໍ່ມີການເຮັດບຸນ ມີແຕ່ການກິນກັນເອງ ການບຽດບຽນຜູ້ອ່ອນແອ.
ພິກຂຸທັງຫຼາຍ ! ຄົນພາລນັ້ນແລ ຖ້າຈະມາສູ່ຄວາມເປັນມະນຸດໃນບາງຄັ້ງບາງຍາມ ບໍ່ວ່າກາລໃດໆ ໂດຍຜ່ານໄລຍະກາລດົນນານ ກໍຍ່ອມເກີດໃນຕະກູນຕ່ຳ ຄື ຕະກູນຄົນຈັນທານ ຫຼືຕະກູນນາຍພານ ຫຼືຕະກູນຈັກສານ ຫຼືຕະກູນຊ່າງລົດ ຫຼືຕະກູນ ຖິ້ມຂີ້ເຫຍື້ອ ເຫັນປານນັ້ນ ໃນບັ້ນປາຍ ອັນເປັນຕະກູນຄົນຈົນ ມີເຂົ້າ ນ້ຳແລະອາຫານໜ້ອຍ ມີຊີວິດເປັນໄປລໍາບາກ ຊຶ່ງເປັນຕະກູນທີ່ຈະໄດ້ຂອງກິນແລະເຄື່ອງນຸ່ງຫົ່ມໂດຍຝືດເຄືອງ ແລະເຂົາຈະມີຜິວພັນຂີ້ຮ້າຍ ໜ້າລັງກຽດ ຮ່າງເຕ້ຍຕຸ້ຍ ມີໂຣຄາຫຼາຍ ເປັນຄົນຕາບອດແດ່ ເປັນຄົນຫງ້ອຍແດ່ ເປັນຄົນຕໍ່າຕ້ອຍແດ່ ເປັນເປ້ຍແດ່ ບໍ່ໄດ້ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ເຂົາປະພຶດກາຢະທຸຈະຣິຕ ວາຈີທຸຈະຣິຕ ມະໂນທຸຈະຣິຕ ນັ້ນແລ້ວ ເມື່ອຕາຍໄປຈະເຂົ້າເຖິງອະບາຍ ທຸຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫຼາຍ ! ເໝືອນນັກເລງການພະນັນເພາະເຄາະຮ້າຍປະການທໍາອິດເທົ່ານັ້ນ ຈຶ່ງຕ້ອງສູນເສຍລູກແດ່ ເສຍເມຍແດ່ ເສຍ ສົມບັດທຸກເຍື່ອງແດ່ ຍິ່ງຂຶ້ນໄປອີກ ຕ້ອງຮອດຖືກຈັບຂັງ ເຄາະຮ້າຍຂອງນັກເລງການພະນັນທີ່ຕ້ອງເສຍໄປດັ່ງນັ້ນ ພຽງເລັກນ້ອຍ


ທີ່ແທ້ແລ ເຄາະຮ້າຍອັນໃຫຍ່ຫລວງກວ່ານັ້ນ ຄື
ເຄາະທີ່ຄົນພາລນັ້ນປະພຶດ ກາຢະທຸຈະຣິຕ
ວະຈີທຸຈະຣິຕ ມະໂນທຸຈະຣິຕແລ້ວ
ຕາຍໄປ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ນັ້ນເອງ.

- ບາລີ ອຸປຣິ. ມ. ໑໔/໓໑໙-໓໒໐/໔໘໑-໔໘໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ