ກາມປຽບທຽບດ້ວຍທວນໄຟທີ່ທວນລົມ
ສັງໂຍດ
ຄະຫະດໍດີ ! ປຽບເໝືອນບຸຣຸສຜູ້ໜຶ່ງ ຖືເອົາມັດຫຍ້າແຫ້ງ ທີ່ຕິດໄຟໃໝ້ຢູ່ ພາທວນລົມໄປ.
ຄະຫະບໍດີ ! ທ່ານຈະສຳຄັນ ຄວາມຂໍ້ນັ້ນວ່າແນວໃດ ? ຖ້າບຸຣຸສຜູ້ນັ້ນບໍ່ຮີບຖິ້ມທວນໄຟຫຍ້າແຫ້ງນັ້ນເສຍໂດຍໄວເຊັ່ນໃດ, ທວນໄຟນັ້ນກໍຍ່ອມຈະລາມໄໝ້ມື ໄໝ້ແຂນ ຫຼືໄໝ້ອະໄວຍະວະນ້ອຍໃຫຍ່ ສ່ວນໃດສ່ວນໜຶ່ງຂອງບຸຣຸສນັ້ນ, ເຂົາກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕບໍ່ແມ່ນຫຼື ?
“ເຊັ່ນນັ້ນ ຂ້ານ້ອຍ !”
ຄະຫະດໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈາຣະນາເຫັນ ໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າ ຕຣັດແລ້ວ ວ່າມີອຸປະມາດ້ວຍທວນໄຟຫຍ້າແຫ້ງ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນທັງຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.
- ມ. ມ. ໑໓/໔໒/໔໙.