ຈະເລີນເມດຕາຈະລະພະຍາບາດໄດ້

ພຣົມວິຫານ 4

0:00/0:00
ຣາຫຸລ! ເຈົ້າຈົ່ງຈະເຣີນເມຕຕາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນເມຕຕາພາວະນາຢູ່ ກໍຈັກລະພະຍາບາທໄດ້.
oເຈົ້າຈົ່ງຈະເຣີນກະຣຸນາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນກະຣຸນາພາວະນາຢູ່ ກໍຈັກລະວິຫິງສາໄດ້.
oເຈົ້າຈົ່ງຈະເຣີນມຸທິຕາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນມຸທິຕາພາວະນາຢູ່ ກໍຈັກລະອະຣະຕິໄດ້.
oເຈົ້າຈົ່ງຈະເຣີນອຸເປກຂາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນອຸເປກຂາພາວະນາຢູ່ ກໍຈັກລະປະຕິຄະໄດ້.
oເຈົ້າຈົ່ງຈະເຣີນອະສຸພະພາວະນາເຖີດ ເພາະເມື່ອເຈົ້າຈະເຣີນອະສຸພະພາວະນາຢູ່ ກໍຈັກລະຣາຄະໄດ້.
oເຈົ້າຈົ່ງຈະເຣີນອະນິຈຈະສັນຍາພາວະນາເຖີດ ເພາະເມື່ອເຈົ້າຈະເຣີນອະນິຈຈະສັນຍາພາວະນາຢູ່ ກໍຈັກລະອັສມິມານະໄດ້.

ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໑໑໕/໑໔໕
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ