ພິກຂຸຜູ້ປະກອບດ້ວຍອົງ 5 ເສບອາໄສຢູ່ເຊິ່ງເສນາສະນະທີ່ປະກອບດ້ວຍອົງ 5 ບໍ່ນານຍ່ອມເຈໂຕວິມຸດ ປັນຍາວິມຸດ

ທາງສາຍກາງ

0:00/0:00
ພິກຂຸຜູ້ປະກອບດ້ວຍອົງຄ໌ ໕ ເສພ ອາສັຍຢູ່ເຊິ່ງເສນາສະນະທີ່ປະກອບດ້ວຍອົງຄ໌ ໕ ບໍ່ນານຍ່ອມກະທໍາໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ


ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍອົງຄ໌ ໕ ເສພ ອາສັຍຢູ່ເຊິ່ງເສນາສະນະທີ່ປະກອບດ້ວຍອົງຄ໌ ໕ ບໍ່ນານຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່.
ພິກຂຸທັງຫລາຍ! ກໍພິກຂຸຜູ້ປະກອບດ້ວຍອົງຄ໌ ໕ ເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອພຣະປັນຍາກາຣຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ.

ເປັນຜູ້ມີອາພາທໜ້ອຍ ມີໂຣຄເບົາບາງ ປະກອບດ້ວຍໄຟທາຕສຳຣັບຍ່ອຍອາຫາຣສະໝ່ຳສະເໝີ ບໍ່ເຢັນຫລາຍ ບໍ່ຮ້ອນຫລາຍ ປານກາງ ຄວນແກ່ກາຣບຳເພັນພຽນ.

ເປັນຜູ້ບໍ່ໂອ້ອວດ ບໍ່ມີມາຍາ ກະທຳຕົນໃຫ້ເປີດເຜີຍຕາມຄວາມເປັນຈິງໃນສາສດາຫລືໃນເພື່ອນພຣົມມະຈັນຍ໌ທີ່ເປັນວິນຍູຊົນ.

ເປັນຜູ້ປຣາຣົພຄວາມພຽນເພື່ອລະອະກຸສົລທັມທັງຫລາຍ ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມທັງຫລາຍ ເປັນຜູ້ມີກຳລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫລາຍ.
ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາທີ່ເຫັນຄວາມເກີດຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ.

ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍອົງຄ໌ ໕ ເປັນຢ່າງນີ້ແລ.

ພິກຂຸທັງຫລາຍ! ເສນາສະນະອັນປະກອບດ້ວຍອົງຄ໌ ໕ ເປັນຢ່າງໃດ?

ພິກຂຸທັງຫລາຍ! ເສນາສະນະໃນກໍຣະນີນີ້ ຢູ່ບໍ່ໄກຫລາຍ ບໍ່ໃກ້ຫລາຍ ສົມບູນດ້ວຍທາງໄປມາ.

ກາງເວັນບໍ່ເກື່ອນກົ່ນ ກາງຄືນງຽບສຽງ ປາສະຈາກສຽງອຶກະທຶກ.

ມີເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານໜ້ອຍ.

ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຍ່ອມເກີດຂຶ້ນໂດຍບໍ່ຝືດເຄືອງແກ່ພິກຂຸຜູ້ຢູ່ໃນເສນາ ສະນະນັ້ນ.
ພິກຂຸທັງຫລາຍຜູ້ເປັນເຖຣະ ເປັນພະຫຸສູຕ ເລົ່າຮຽນທັມ ຊົງທັມ ຊົງວິນັຍ ຊົງມາຕິກາ ຢູ່ໃນເສນາສະນະນັ້ນ ພິກຂຸນັ້ນເຂົ້າໄປຫາພຣະເຖຣະເຫລົ່ານັ້ນຕາມກາລອັນສົມຄວນ ແລ້ວຍ່ອມສອບຖາມ ໄຕ່ຖາມວ່າ ຂ້າແຕ່ທ່ານຜູ້ຈະເຣີນ ຂໍ້ນີ້ເປັນຢ່າງໃດ ເນື້ອຄວາມແຫ່ງພາສິຕເປັນຢ່າງໃດ ທ່ານພຣະເຖຣະເຫລົ່ານັ້ນ ຍ່ອມເປີດເຜີຍຂໍ້ທີ່ຍັງບໍ່ໄດ້ເປີດເຜີຍ ຍ່ອມກະທຳໃຫ້ງ່າຍເຊິ່ງຂໍ້ທີ່ຍັງບໍ່ໄດ້ກະທຳໃຫ້ງ່າຍ ຍ່ອມບັນເທົາຄວາມສົງສັຍໃນທັມອັນເປັນທີ່ຕັ້ງແຫ່ງຄວາມສົງສັຍແກ່ພິກຂຸນັ້ນ.

ພິກຂຸທັງຫລາຍ! ເສນາສະນະອັນປະກອບດ້ວຍອົງຄ໌ ໕ ເປັນຢ່າງນີ້ແລ.

ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍອົງຄ໌ ໕ ເສພ ອາສັຍຢູ່ເຊິ່ງເສນາສະນະທີ່ປະກອບດ້ວຍອົງຄ໌ ໕ ນີ້ແລ ບໍ່ນານຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່.

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທທະສະກະນິບາຕ ໒໔/໑໔/໑໑
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ