ແມ່ຍິງທີ່ຊື່ວ່າປະຕິບັດເພື່ອໄຊຊະນະໃນໂລກນີ້ ແລະໂລກໜ້າ

ສະຕຣີ

0:00/0:00
ມາຕຸຄາມຜູ້ປະກອບດ້ວຍທຳ 4 ປະການ ຊື່ວ່າເປັນຜູ້ປະຕິບັດເພື່ອໄຊຊະນະໃນໂລກນີ້ ຊື່ວ່າປາຣະໂລກນີ້ແລ້ວ

ເປັນຜູ້ຈັດການງານດີ 1 ສົງເຄາະຄົນຂ້າງຄຽງຂອງສາມີດີ 1 ປະພຶດເປັນທີ່ພໍໃຈຂອງສາມີ 1 ຮັກສາຊັບສົມບັດທີ່ສາມີຫາມາໄດ້ 1

*ມາຕຸຄາມເປັນຜູ້ຈັດການງານດີແນວໃດ*

ມາຕຸຄາມໃນໂລກນີ້ ເປັນຄົນຂະຍັນ ບໍ່ຂີ້ຄ້ານໃນການງານພາຍໃນເຮືອນຂອງສາມີ ຄືການເຮັດຜ້າຂົນສັດຫຼືການເຮັດຜ້າຝ້າຍ ປະກອບດ້ວຍປັນຍາເຄື່ອງພິຈາລະນາອັນເປັນອຸບາຍໃນການງານນັ້ນ ອາດເຮັດ ອາດຈັດໄດ້ ມາຕຸຄາມເປັນຜູ້ຈັດການງານດີແນວນີ້

*ມາຕຸຄາມເປັນຜູ້ສົງເຄາະຄົນຂ້າງຄຽງຂອງສາມີດີແນວໃດ*

ມາຕຸຄາມໃນໂລກນີ້ ຍ່ອມຮູ້ການງານທີ່ຊົນພາຍໃນເຮືອນຂອງສາມີ ຄື ຂ້າຄົນໃຊ້ຫຼືກຳມະກອນ ເຮັດແລ້ວວ່າເຮັດແລ້ວ ທີ່ຍັງບໍ່ໄດ້ເຮັດວ່າຍັງບໍ່ໄດ້ເຮັດ ຮູ້ຄົນທີ່ປ່ວຍໄຂ້ວ່າດີຂຶ້ນຫຼືທຸດລົງ ແລະແບ່ງຂອງເຄືອງຂອງບໍລິໂພກໃຫ້ຕາມເຫດທີ່ຄວນ ມາຕຸຄາມເປັນຜູ້ສົງເຄາະຄົນຂ້າງຄຽງຂອງສາມີດີແນວນີ້

*ມາຕຸຄາມເປັນຜູ້ປະພຶດເປັນທີ່ພໍໃຈສາມີແນວໃດ*

ມາຕຸຄາມໃນໂລກນີ້ ບໍ່ລະເມີດສິ່ງອັນບໍ່ເປັນທີ່ພໍໃຈຂອງສາມີແມ້ເພາະເຫດແຫ່ງຊີວິດ ມາຕຸຄາມປະພຶດເປັນທີ່ພໍໃຈຂອງສາມີແນວນີ້

*ມາຕຸຄາມຮັກສາຊັບສົມບັດທີ່ສາມີຫາມາໄດ້ແນວໃດ*

ມາຕຸຄາມໃນໂລກນີ້ ຈັດການຊັບສົມບັດ ເຂົ້າເປືອກ ເງິນຫຼືຄຳ ທີ່ສາມີຫາມາໄດ້ໃຫ້ຄົງຢູ່ ດ້ວຍການຮັກສາ ຄຸ້ມຄອງ ແລະບໍ່ເປັນນັກລ້ຽງການພະນັນ ບໍ່ເປັນໂຈນ ບໍ່ເປັນນັກດື່ມ ບໍ່ຜະລາຍຊັບສົມບັດໃຫ້ພິນາດ ມາຕຸຄາມຮັກສາຊັບສົມບັດທີ່ສາມີຫາມາໄດ້ແນວນີ້

ມາຕຸຄາມຜູ້ປະກອບດ້ວຍທຳ 4 ປະການນີ້ແລ ຊື່ວ່າປະຕິບັດເພື່ອໄຊຊະນະໃນໂລກນີ້ ຊື່ວ່າປາຣະພໂລກນີ້ແລ້ວ

ມາຕຸຄາມຜູ້ປະກອບດ້ວຍທຳ 4 ປະການ ຊື່ວ່າປະຕິບັດເພື່ອໄຊຊະນະໃນໂລກໜ້າ ຊື່ວ່າປາຣະພໂລກໜ້າແລ້ວ

ເປັນຜູ້ຮອດພ້ອມດ້ວຍສັດທາ 1 ເປັນຜູ້ຮອດພ້ອມດ້ວຍສີນ 1 ເປັນຜູ້ຮອດພ້ອມດ້ວຍຈາກະ 1 ເປັນຜູ້ຮອດພ້ອມດ້ວຍປັນຍາ 1

*ມາຕຸຄາມເປັນຜູ້ຮອດພ້ອມດ້ວຍສັດທາແນວໃດ*

ມາຕຸຄາມໃນໂລກນີ້ ເປັນຜູ້ມີສັດທາ ເຊື່ອພະປັນຍາເຄື່ອງຕັດສະຮູ້ຂອງພະຕະຖາຄະຕະວ່າ ແມ້ເພາະເຫດນີ້ ພະຜູ້ມີພະພາກພະອົງນັ້ນ ເປັນພະອະລະຫັນ ຕັດສະຮູ້ເອງໂດຍຊອບ ຮອດພ້ອມແລ້ວດ້ວຍວິດຊາແລະຈະລະນະ ສະເດັດໄປດີແລ້ວ ທອງຮູ້ແຈ້ງໂລກ ເປັນສາລະຖີຝຶກບູລຸດທີ່ຄວນຝຶກ ບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສະດາຂອງເທວະດາແລະມະນຸດທັງຫຼາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທຳ ມາຕຸຄາມເປັນຜູ້ຮອດພ້ອມດ້ວຍສັດທາແນວນີ້

*ມາຕຸຄາມເປັນຜູ້ຮອດພ້ອມດ້ວຍສີນແນວໃດ*

ມາຕຸຄາມໃນໂລກນີ້ ເປັນຜູ້ງົດເວັ້ນຈາກປານາຕິບາດ ເປັນຜູ້ງົດເວັ້ນຈາກອະທິນະນາທານ ເປັນຜູ້ງົດເວັ້ນຈາກກາເມສຸມິສະຈາ ເປັນຜູ້ງົດເວັ້ນຈາກມຸສາວາດ ເປັນຜູ້ງົດເວັ້ນຈາກການດື່ມນ້ຳເມົາ ຄື ສຸລາແລະເມລະຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ

ມາຕຸຄາມເປັນຜູ້ຮອດພ້ອມດ້ວຍສີນແນວນີ້ແລ

*ມາຕຸຄາມເປັນຜູ້ຮອດພ້ອມດ້ວຍຈາກະແນວໃດ*

ມາຕຸຄາມໃນໂລກນີ້ ມີໃຈປາສະຈາກມົນທິນ ຄືຄວາມຕະຫະໜີ່ ຢູ່ຄອງເຮືອນ ມີຈາກະອັນປ່ອຍແລ້ວ ມີຝ່າມືອັນຊຸ່ມ ຍິນດີໃນການສະລະ ຄວນແກ່ການຂໍ ຍິນດີໃນການຈຳແນກທານ ມາຕຸຄາມເປັນຜູ້ຮອດພ້ອມດ້ວຍຈາກະແນວນີ້

*ມາຕຸຄາມເປັນຜູ້ຮອດພ້ອມດ້ວຍປັນຍາແນວໃດ*

ມາຕຸຄາມໃນໂລກນີ້ ເປັນຜູ້ມີປັນຍາ ຄືປະກອບດ້ວຍປັນຍາເຄື່ອງພິຈາລະນາຄວາມເກີດແລະຄວາມດັບ ເປັນອະລິຍະ ຈຳເຮັກກິເລດ ໃຫ້ຮອດຄວາມສິ້ນທຸກທໂດຍຊອບ ມາຕຸຄາມເປັນຜູ້ຮອດພ້ອມດ້ວຍປັນຍາແນວນີ້ແລ

ມາຕຸຄາມປະກອບດ້ວຍທຳ 4 ປະການນີ້ ຊື່ວ່າເປັນຜູ້ປະຕິບັດເພື່ອໄຊຊະນະໃນໂລກໜ້າ ຊື່ວ່າປາຣະພໂລກໜ້າແລ້ວ

ມາຕຸຄາມຜູ້ຈັດການງານດີ ສົງເຄາະຄົນຂ້າງຄຽງຂອງສາມີດີ ປະພຶດເປັນທີ່ພໍໃຈຂອງສາມີ ຮັກສາຊັບສົມບັດທີ່ສາມີຫາມາໄດ້ ມາຕຸຄາມນັ້ນເປັນຜູ້ຮອດພ້ອມດ້ວຍສັດທາແລະສີນ ປາສະຈາກຄວາມຕະຫະໜີ່ ຮູ້ຄວາມປະສົງ ຈຳເຮັດທາງສັມປະລາຍິກັດຖະປະໂຍຊອົນຢູ່ເປັນນິດ

ນາລີໃດມີທຳ 8 ປະການນີ້ ດັ່ງກ່າວມານີ້ ປະຊາຍທັງຫຼາຍກ່າວສັນເສີນນາລີແມ້ນັ້ນວ່າ ເປັນຜູ້ມີສີນ ຕັ້ງຢູ່ໃນທຳ ເວົ້າຄຳສັດ ອຸບາສິກາຜູ້ມີສີນເຊັ່ນນັ້ນ ຮອດພ້ອມດ້ວຍອາການ 16 ຢ່າງ ປະກອບດ້ວຍອົງຄະຄຸນ 8 ປະການ ຍ່ອມເຂົ້າຮອດເທວະໂລກປະເພດມະນາປະກາຍິກາ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ