ຊົງສະແດງດ້ວຍອາຣົມເປັນທີ່ຕັ້ງແຫ່ງນະຕິ (ນະຕິ-ຕັນຫາ)

ປະຕິຈະສະມຸບາດ

0:00/0:00
ອາການເກີດຂຶ້ນແຫ່ງຄວາມທຸກຂ໌ (ອີກປະຣິຍາຍໜຶ່ງ)
(ຊົງສະແດງດ້ວຍອາຣົມເປັນທີ່ຕັ້ງແຫ່ງນະຕິ)

ພິກຂຸ ທ. ! ຖ້າບຸຄຄົລຍ່ອມຄິດ (ເຈເຕຕິ) ເຖິງສິ່ງໃດຢູ່, ຍ່ອມດໍາຣິ (ປະກັບເປຕິ) ເຖິງສິ່ງໃດຢູ່, ແລະຍ່ອມມີໃຈຝັງລົງໄປ (ອະນຸເສຕິ) ໃນສິ່ງໃດຢູ່; ສິ່ງນັ້ນຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມ ມີຢູ່, ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກກງາມແລ້ວ, ເຄື່ອງນໍາໄປສູ່ພົບໃໝ່ (ນະຕິ-ຕັນຫາ) ຍ່ອມມີ; ເມື່ອເຄື່ອງນໍາໄປສູ່ພົບໃໝ່ມີ, ການມາການໄປ (ອາຄະຕິຄະຕິ) ຍ່ອມມີ; ເມື່ອການມາການໄປມີ, ການເຄື່ອນແລະການບັງເກີດ (ຈຸຕິ+ອຸປະປາຕະ) ຍ່ອມມີ, ເມື່ອມີການເຄື່ອນ ແລະການບັງເກີດມີ, ຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນຕໍ່ໄປ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

ພິກຂຸ ທ. ! ຖ້າບຸຄຄົລ ຍ່ອມບໍ່ຄິດເຖິງສິ່ງໃດ, ຍ່ອມບໍ່ດໍາຣິເຖິງສິ່ງໃດ, ແຕ່ເຂົາຍັງມີໃຈປັກລົງໄປໃນສິ່ງໃດຢູ່; ສິ່ງນັ້ນ ຍ່ອມເປັນອາຣົມ ເພື່ອການຕັ້ງຢູ່ແຫ່ງວິນຍານ. ເມື່ອອາຣົມມີຢູ່ ຄວາມຕັ້ງຂຶ້ນສະເພາະແຫ່ງວິນຍານ ຍ່ອມມີ; ເມື່ອວິນຍານນັ້ນ ຕັ້ງຂຶ້ນສະເພາະ ຈະເຣີນງອກງາມແລ້ວ, ເຄື່ອງນໍາໄປສູ່ພົບໃໝ່ (ນະຕິ-ຕັນຫາ) ຍ່ອມມີ ; ເມື່ອເຄື່ອງນໍາໄປສູ່ພົບໃໝ່ມີ, ການມາການໄປ (ອາຄະຕິຄະຕິ) ຍ່ອມມີ; ເມື່ອການມາການໄປມີ, ການເຄື່ອນ ແລະການບັງເກີດ (ຈຸຕິ+ອຸປະປາຕະ) ຍ່ອມມີ; ເມື່ອການເຄື່ອນ ແລະການບັງເກີດມີ, ຊາຕຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນຕໍ່ໄປ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

- ນິທານ. ສັງ. ໑໖/໖໘໐/໑໔໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ