ກາມປຽບທຽບດ້ວຍຕ່ອນຊີ້ນຄາປາກ

ສັງໂຍດ

0:00/0:00
ຄະຫະບໍດີ ! ປຽບເໝືອນແຮ້ງ ຫຼືແຫຼວ ຫຼືນົກກະຕຸມກໍຕາມ ໂຕໜຶ່ງຄາບຕ່ອນຊີ້ນພາບິນໄປ. ຝຸງແຮ້ງແດ່ ຝຸງແຫຼວແດ່ ຝູງນົກກະຕຸມແດ່ ຕາມສວບ ຕອມສວບ ນົກໂຕນັ້ນ ເພື່ອໃຫ້ຖິ້ມຊີ້ນຕ່ອນນັ້ນ ຍັງນົກໂຕນັ້ນໃຫ້ປ່ອຍ ໃຫ້ຄາຍ.

ຄະຫະບໍດີ ! ທ່ານຈະສຳຄັນ ຄວາມຂໍ້ນັ້ນວ່າແນວໃດ ? ຖ້າແຮ້ງ ຫຼືແຫຼວ ຫຼືນົກກະຕຸມນັ້ນ ບໍ່ຮີບໂຍນຖິ້ມຕ່ອນຊີ້ນນັ້ນເສຍແລ້ວ ມັນກໍຈະເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍ ເພາະຂໍ້ນັ້ນເປັນເຫຕ ບໍ່ແມ່ນຫຼື ?

“ເຊັ່ນນັ້ນ ຂ້ານ້ອຍ !”

ຄະຫະບໍດີ ! ດ້ວຍເຫຕນີ້ແຫຼະ ສາວົກຂອງພຣະອະຣິຍະເຈົ້າ ຍ່ອມພິຈະຣະນາເຫັນໂດຍແຈ່ມແຈ້ງດັ່ງນີ້ວ່າ “ກາມທັງຫຼາຍ ອັນພຣະຜູ້ມີພຣະພາຄເຈົ້າຕຣັດແລ້ວວ່າ ມີອຸປະມາດ້ວຍຕ່ອນຊີ້ນ ເປັນສິ່ງທີ່ໃຫ້ເກີດແຫ່ງທຸກຂ໌ຫຼາຍ ເຮັດໃຫ້ຄັບແຄ້ນໃຈຫຼາຍ ແລະມີໂທດຢ່າງຍິ່ງ” ດັ່ງນີ້, ຄັນເຫັນກາມນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ແລ້ວ ກໍເວັ້ນເສຍໂດຍເດັດຂາດ ຊຶ່ງຄວາມເພັ່ງມີປະການຕ່າງໆ ອັນອາໄສອາຣົມຕ່າງໆ (ກາມະຄຸນຫ້າ), ແລ້ວຈະເຣີນຊຶ່ງຄວາມເພັ່ງອັນດຽວ ອັນອາໄສອາຣົມອັນດຽວ (ເຊັ່ນອຸເປກຂາ ທີ່ເປັນອົງຄ໌ຂອງຈະຕຸຕຖະຊານ) ອັນເປັນທີ່ດັບສະນິດ ບໍ່ມີສ່ວນເຫຼືອຂອງອຸປາທານ ອັນມີຢູ່ໃນເຫຍື່ອໂລກ ໂດຍປະການທັງປວງ ແລ.

- ມ. ມ. ໑໓/໔໑/໔໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ