ຜູ້ບໍ່ກືນເບັດຂອງມານ

ທໍາໃນທ່າມກາງ

0:00/0:00
ພິກຂຸ ທ. ! ຮູບ ທີ່ເຫັນດ້ວຍຕາກໍດີ, ສຽງ ທີ່ຟັງດ້ວຍຫູກໍດີ, ກິ່ນ ທີ່ດົມດ້ວຍດັງກໍດີ, ຣົສ ທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະ ທີ່ສັມຜັສດ້ວຍກາຍກໍດີ, ແລະທັມມາຣົມ ທີ່ຮູ້ແຈ້ງດ້ວຍໃຈກໍດີ, ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ເປັນທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ແລະເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ມີຢູ່. ຖ້າພິກຂຸໃດ ບໍ່ເພີດເພີນ ບໍ່ພໍ່າເພີ້ເຖິງ ບໍ່ເມົາໝົກຕິດອົກຕິດໃຈຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ແລ້ວ ;

ພິກຂຸ ທ. ! ພິກຂຸເຊັ່ນນີ້ ເຮົາເອີ້ນວ່າ ເປັນຜູ້ບໍ່ກືນເບັດຂອງມາຣ ໄດ້ທຳລາຍເບັດ ຫັກເບັດມຸ່ນລະອຽດແລ້ວ ບໍ່ເຖິງຄວາມວິບັດ ບໍ່ເຖິງຄວາມວິນາດຈິບຫາຍ ບໍ່ເປັນຜູ້ທີ່ມາຣໃຈບາບ ຈະເຮັດອັນໃດໃຫ້ໄດ້ຕາມໃຈເລີຍ ; ດັ່ງນີ້ແລ.
- ສລາ. ສັງ. ໑໘/໑໙໘/໒໙໐.

ຜູ້ບໍ່ເຂົ້າໄປຫາຍ່ອມຫຼຸດພົ້ນ
(ຄໍາຕຣັດໃນເລື່ອງນີ້ເປັນປະເດັນທີ່ສໍາຄັນຫຼາຍ ເພາະສະແດງລໍາດັບການລະ ໄປຈົນເຖິງຂະນະແຫ່ງການ ຫຼຸດພົ້ນຂອງຈິຕ)

ພິກຂຸ ທ. ! ຜູ້ເຂົ້າໄປຫາ ເປັນຜູ້ບໍ່ຫຼຸດພົ້ນ ; ຜູ້ບໍ່ເຂົ້າໄປຫາ ເປັນຜູ້ຫຼຸດພົ້ນ.

ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາຮູບ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີຮູບເປັນອາຣົມ ມີຮູບເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປ(ມົ່ວ)ສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້ ; ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີເວທະນາເປັນອາຣົມ ມີເວທະນາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມໄພບູນໄດ້ ; ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາສັນຍາ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັນຍາເປັນອາຣົມ ມີສັນຍາເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນ ງອກງາມໄພບູນໄດ້ ; ພິກຂຸ ທ. ! ວິນຍານ ຊຶ່ງ ເຂົ້າຖືເອົາສັງຂາຣ ຕັ້ງຢູ່ ກໍຕັ້ງຢູ່ໄດ້, ເປັນວິນຍານທີ່ມີສັງຂາຣເປັນອາຣົມ ມີສັງຂາຣເປັນທີ່ຕັ້ງອາໄສ ມີນັນທິ (ຄວາມເພີນ) ເປັນທີ່ເຂົ້າໄປສຸມເສບ ກໍເຖິງຄວາມຈະເຣີນງອກງາມ ໄພບູນໄດ້.

ພິກຂຸ ທ. ! ຜູ້ໃດຈະຍ່ອມກ່າວດັ່ງນີ້ວ່າ “ເຮົາຈະບັນຍັຕຊຶ່ງ ການມາ ການໄປ ການຈຸຕິ ການອຸບັດ ຄວາມຈະເຣີນ ຄວາມງອກງາມ ແລະຄວາມໄພບູນຂອງວິນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະເວັ້ນຈາກສັງຂາຣ” ດັ່ງນີ້ນັ້ນ, ນີ້ບໍ່ແມ່ນຖານະ ທີ່ຈະມີໄດ້ເລີຍ.
(ເລື່ອງຄວນເບິ່ງປະກອບໃນຊ່ວງຂໍ້ຄວາມຕໍ່ໄປນີ້ຈາກເຫຼັ້ມນີ້ໜ້າ ໒໐໘)

ພິກຂຸ ທ. ! ຖ້າຣາຄະໃນຣູປະທາຕຸ ໃນເວທະນາທາຕຸ ໃນສັນຍາທາຕຸ ໃນສັງຂາຣະທາຕຸ ໃນວິນຍານະທາຕຸ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ ; ເພາະລະຣາຄະໄດ້ ອາຣົມສໍາລັບວິນຍານກໍຂາດລົງ ທີ່ຕັ້ງຂອງວິນຍານກໍບໍ່ມີ. ວິນຍານອັນບໍ່ມີທີ່ຕັ້ງນັ້ນ ກໍບໍ່ງອກງາມ ຫຼຸດພົ້ນໄປ(ໄດ້)ເພາະບໍ່ຖືກປຸງແຕ່ງ ; ເພາະຫຼຸດພົ້ນໄປ(ໄດ້) ກໍຕັ້ງໝັ້ນ ເພາະຕັ້ງໝັ້ນ ກໍຍິນດີໃນຕົນເອງ ; ເພາະຍິນດີໃນຕົນເອງ ກໍບໍ່ຫວັ່ນໄຫວ ; ເມື່ອບໍ່ຫວັ່ນໄຫວ ກໍປະຣິນິພພານສະເພາະຕົນ ; ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
- ຂັນທະ. ສັງ. ໑໗/໖໖/໑໐໕.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ