ເບັນຈະຂັນເປັນທຸກ
ຂັນ 5
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ທຸກຂ໌ ທຸກຂ໌’ ດັ່ງນີ້, ທຸກຂ໌ນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນທຸກຂ໌, ເວທະນາ ເປັນທຸກຂ໌, ສັນຍາ ເປັນທຸກຂ໌, ສັງຂາຣທັງຫຼາຍ ເປັນທຸກຂ໌, ແລະ ວິນຍານ ເປັນທຸກຂ໌ ແລ.
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ທຸກຂະທັມ ທຸກຂະທັມ’ (ມີທຸກຂ໌ ເປັນທັມມະດາ)’ ດັ່ງນີ້, ກໍທຸກຂະທັມນັ້ນ ເປັນແນວໃດໜໍ ? ຂ້ານ້ອຍ !”
ຣາທະ ! ຮູບ ເປັນທຸກຂະທັມ, ເວທະນາ ເປັນທຸກຂະທັມ, ສັນຍາ ເປັນທຸກຂະທັມ, ສັງຂາຣທັງຫຼາຍ ເປັນທຸກຂະທັມ, ແລະວິນຍານ ເປັນທຸກຂະທັມ ແລ.
- ຂັນທະ. ສັງ. ໑໗/໒໔໐/໓໘໑-໓໘໒.
ພິກຂຸ ທ. ! ຮູບ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້;
ພິກຂຸ ທ. ! ເວທະນາ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌, ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;
ພິກຂຸ ທ. ! ສັນຍາ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້;
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນ ອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້ ;
ພິກຂຸ ທ. ! ວິນຍານ ເປັນທຸກຂ໌, ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ, ສິ່ງໃດເປັນອະນັຕຕາ ຕ້ອງເຫັນສິ່ງນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ” ດັ່ງນີ້ ແລ.
- ຂັນທະ. ສັງ. ໑໗/໒໘/໔໓.