ບຸດ 3 ຈຳພວກ

ຄູ່ສົມຣົດ

0:00/0:00
ພຣະຜູ້ມີພຣະພາກຕຣັສກັບພິກຂຸທັງຫຼາຍວ່າ
ບຸດທີ່ມີປະກົດຢູ່ໃນໂລກ ມີ 3 ຈຳພວກ ຄື ອະຕິຊາດະບຸດ ອະນຸຊາດະບຸດ ແລະອະວະຊາດະບຸດ

**ອະຕິຊາດະບຸດ** ຄື ບຸດທີ່ເປັນຜູ້ເຖິງພຣະພຸດທະເຈົ້າ ພຣະທຳ ພຣະສົງ ວ່າເປັນສະຣະນະ ມີສີນ 5 ຄື ງົດເວັ້ນຈາກການຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ການດື່ມນໍ້າເມົາ ຄື ສຸລາແລະເມລັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ມີທຳອັນງາມ ເປັນບຸດຜູ້ເກີດກັບມານດາບິດາທີ່ບໍ່ເປັນຜູ້ບໍ່ເຖິງພຣະພຸດທະເຈົ້າ ພຣະທັມ ພຣະສົງ ວ່າເປັນສະຣະນະ ບໍ່ມີສີນ 5 ໄດ້ແກ່ ບໍ່ງົດເວັ້ນຈາກການຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ການດື່ມນໍ້າເມົາ ຄື ສຸລາແລະເມລັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຜູ້ທຸສີນ ມີທຳອັນລາມົກ

**ອະນຸຊາດະບຸດ** ຄື ບຸດທີ່ເປັນຜູ້ເຖິງພຣະພຸດທະເຈົ້າ ພຣະທຳ ພຣະສົງ ວ່າເປັນສະຣະນະ ມີສີນ 5 ມີທຳອັນງາມ ເປັນບຸດຜູ້ເກີດກັບມານດາບິດາທີ່ເປັນຜູ້ເຖິງພຣະພຸດທະເຈົ້າ ພຣະທຳ ພຣະສົງ ວ່າເປັນສະຣະນະ ມີສີນ 5 ມີທຳອັນງາມ

**ອະວະຊາດະບຸດ** ຄື ບຸດທີ່ເປັນຜູ້ບໍ່ເຖິງພຣະພຸດທະເຈົ້າ ພຣະທຳ ພຣະສົງ ວ່າເປັນສະຣະນະ ບໍ່ມີສີນ 5 ເປັນຜູ້ທຸສີນ ມີທຳອັນລາມົກ ເປັນບຸດຜູ້ເກີດກັບມານດາບິດາທີ່ເປັນຜູ້ເຖິງພຣະພຸດທະເຈົ້າ ພຣະທຳ ພຣະສົງ ວ່າເປັນສະຣະນະ ມີສີນ 5 ມີທຳອັນງາມ

ບັນດິດທັງຫຼາຍຍ່ອມປາຖະໜາອະຕິຊາດະບຸດ ແລະອະນຸຊາດະບຸດ ບໍ່ປາຖະໜາອະວະຊາດະບຸດ ຊຶ່ງເປັນຜູ້ທຳລາຍຕະກູນ

ສ່ວນບຸດໃດເປັນອຸບາສົກ ມີສັດທາ ເຖິງພ້ອມດ້ວຍສີນ ໂອບອ້ອມອາລີ ປາສະຈາກຄວາມຕະຫນີ່ ຍ່ອມຮຸ່ງເຮືອງໃນບໍລິສັດທັງຫຼາຍ

**ອ້າງອີງ**
ພຣະສຸດຕັນຕະປິດົກ ຫມວດທີ່ 17 ຂໍ້ທີ່ [252] ປຸດຕະສູດ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ