ເມື່ອຍັງບໍ່ຊົງຮູ້ອະຣິຍະສັດກໍຍັງບໍ່ຊື່ວ່າ ໄດ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ປັນຍາເຄື່ອງຮູ້ເຫັນ (ຍານະທັສສະນະ) ຕາມເປັນຈິງຂອງເຮົາ ໃນອະຣິຍະສັຈຈ໌ສີ່ເຫຼົ່ານີ້ ວ່າ ມີປະຣິວັຕສາມ ມີອາການສິບສອງເຊັ່ນນີ້ໆ ຍັງບໍ່ເປັນປັນຍາທີ່ບໍຣິສຸດສະອາດດ້ວຍດີແລ້ວ ຕະຫຼອດກາລພຽງນັ້ນນັ້ນແລ ເຮົາຍັງບໍ່ປະຕິນຍາວ່າເປັນຜູ້ຕຣັສຮູ້ ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກພ້ອມດ້ວຍເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ແລະເທວະດາພ້ອມທັງມະນຸສສ໌. ພິກຂຸ ທ. ! ກໍແຕ່ວ່າໃນກາລໃດແລ, ປັນຍາເຄື່ອງຮູ້ເຫັນຕາມເປັນຈິງຂອງເຮົາ ໃນອະຣິຍະສັຈຈ໌ສີ່ເຫຼົ່ານີ້ ວ່າ ມີປະຣິວັຕສາມ ມີອາການສິບສອງ ເຊັ່ນນີ້ໆ ເປັນປັນຍາທີ່ບໍຣິສຸດສະອາດດ້ວຍດີແລ້ວ ; ໃນກາລນັ້ນແລ ເຮົາກໍປະຕິນຍາ ວ່າເປັນຜູ້ຕຣັສຮູ້ ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກພ້ອມດ້ວຍເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ແລະ ເທວະດາພ້ອມທັງມະນຸສສ໌. ທັງປັນຍາເຄື່ອງຮູ້ ແລະປັນຍາເຄື່ອງເຫັນ ໄດ້ເກີດຂຶ້ນແລ້ວແກ່ເຮົາວ່າ “ຄວາມຫຼຸດພົ້ນຂອງເຮົາ ບໍ່ກັບກໍາເລີບ ຊາດນີ້ເປັນຊາດສຸດທ້າຍ ບັດນີ້ພົບທີ່ເກີດໃໝ່ ບໍ່ໄດ້ມີອີກຕໍ່ໄປ” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໓໐/໑໖໗໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ