ທັມ 5 ປະການ ທີ່ມີຄວາມສຳຄັນຕໍ່ຜູ້ເຈັບໄຂ້

ທໍາໃນທ່າມກາງ

0:00/0:00
ພິກຂຸທັງຫລາຍ! ຖ້າທັມ 5 ປະການບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານຄື: ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່ ຕໍ່ການບໍ່ນານເລີຍ.
ທັມ 5 ປະການນັ້ນເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້
1. ຍ່ອມພິຈາຣະນາເຫັນຄວາມບໍ່ງາມໃນກາຍ.

2. ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ.

3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ.

4. ພິຈາຣະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງ.

5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ.


ພິກຂຸທັງຫລາຍ! ທຳ 5 ປະການນີ້ແລ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານ
ຄື ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້
ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່.


ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໒໘/໑໒໑
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ