ຄວາມປາສະຈາກກາມະໂຢຄະ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ຄວາມປາສະຈາກກິເລສ ອັນເປັນເຄື່ອງປະກອບສັຕ ໄວ້ໃນພົບ ມີ ໔ ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມປາສະຈາກ ກາມະໂຢຄະ,ຄວາມປາສະຈາກ ພະວະໂຢຄະ, ຄວາມປາສະຈາກ ທິຕຖິໂຢຄະ, ຄວາມປາສະຈາກ ອະວິຊຊາໂຢຄະ.

ພິກຂຸ ທ. ! ຄວາມປາສະຈາກ ກາມະໂຢຄະ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງກາມທັງຫຼາຍດ້ວຍ ຊຶ່ງຄວາມດັບໄປແຫ່ງກາມທັງຫຼາຍດ້ວຍ ຊຶ່ງສະເໜ່ແຫ່ງກາມທັງຫຼາຍດ້ວຍ ຊຶ່ງໂທດແຫ່ງກາມທັງຫຼາຍດ້ວຍ ຊຶ່ງອຸບາຍເປັນເຄື່ອງອອກພົ້ນໄປໄດ້ຈາກກາມທັງຫຼາຍດ້ວຍ; ເມື່ອເຂົາ ຮູ້ຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນກາມ ຄວາມເພີດເພີນໃນກາມ ຄວາມສະເໜ່ຫາໃນກາມ ຄວາມສະຢົບຢູ່ໃນກາມ ຄວາມຫິວກະຫາຍໃນກາມ ຄວາມຮ້ອນເອົ້າເພາະກາມ ຄວາມເມົາໝົກໃນກາມ ແລະກາມຕັນຫາ, ໃນກາມທັງຫຼາຍເຫຼົ່ານີ້ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກ ກາມະໂຢຄະ.
- ຈຕຸກກະ. ອັງ. ໒໑/໑໔/໑໐.

ຄວາມປາສະຈາກພະວະໂຢຄະ

ພິກຂຸ ທ. ! ຄວາມປາສະຈາກ ພະວະໂຢຄະ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນ ໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງ ຊຶ່ງຄວາມກໍ່ຂຶ້ນແຫ່ງພົບທັງຫຼາຍດ້ວຍ ຊຶ່ງຄວາມດັບໄປແຫ່ງພົບທັງຫຼາຍດ້ວຍ ຊຶ່ງສະເໜ່ແຫ່ງພົບທັງຫຼາຍດ້ວຍ ຊຶ່ງໂທດແຫ່ງພົບທັງຫຼາຍດ້ວຍ ຊຶ່ງອຸບາຍເຄື່ອງອອກພົ້ນໄປຈາກພົພທັງຫຼາຍດ້ວຍ;
ເມື່ອເຂົາຮູ້ ຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນພົບ ຄວາມເພີດເພີນໃນພົບ ຄວາມສະເໜ່ຫາໃນພົບ ຄວາມສະຢົບຢູ່ໃນພົບ ຄວາມຫິວກະຫາຍໃນພົບ ຄວາມຮ້ອນເອົ້າເພາະພົບ ຄວາມເມົາໝົກໃນພົບ ແລະພະວະຕັນຫາ, ໃນພົບທັງຫຼາຍເຫຼົ່ານີ້ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກ ພະວະໂຢຄະ.
- ຈຕຸກກະ. ອັງ. ໒໑/໑໔/໑໐.

ຄວາມປາສະຈາກທິຕຖິໂຢຄະ

ພິກຂຸ ທ. ! ຄວາມປາສະຈາກ ທິຕຖິໂຢຄະ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງຕາມທີ່ເປັນຈິງຊຶ່ງຄວາມກໍ່ຂຶ້ນແຫ່ງທິຕ ຖິທັງຫຼາຍດ້ວຍ ຊຶ່ງຄວາມດັບໄປແຫ່ງທິຕຖິທັງຫຼາຍດ້ວຍ ຊຶ່ງສະເໜ່ແຫ່ງທິຕຖິທັງຫຼາຍດ້ວຍ; ຊຶ່ງໂທດແຫ່ງທິຕຖິທັງຫຼາຍດ້ວຍ ຊຶ່ງອຸບາຍເຄື່ອງອອກພົ້ນໄປຈາກ ທິຕຖິທັງຫຼາຍດ້ວຍ; ເມື່ອເຂົາຮູ້ຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ຄວາມກໍາໜັດໃນທິຕຖິ ຄວາມເພີດເພີນໃນທິຕຖິ ຄວາມສະເໜ່ຫາໃນທິຕຖິ ຄວາມສະຢົບຢູ່ໃນທິຕຖິ ຄວາມຫິວກະຫາຍໃນທິຕຖິ ຄວາມຮ້ອນເອົ້າເພາະທິຕຖິ ຄວາມເມົາໝົກໃນທິຕຖິ ແລະຕັນຫາທາງທິຕຖິ, ໃນທິຕຖິທັງຫຼາຍເຫຼົ່ານີ້ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກທິຕຖິໂຢຄະ.
- ຈຕຸກກະ. ອັງ. ໒໑/໑໕/໑໐.

ຄວາມປາສະຈາກອະວິຊຊາໂຢຄະ

ພິກຂຸ ທ. ! ຄວາມປາສະຈາກ ອະວິຊຊາໂຢຄະ ເປັນແນວໃດໜໍ ?
ພິກຂຸ ທ. ! ບຸຄຄົລບາງຄົນໃນໂລກນີ້ ຍ່ອມຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງຊຶ່ງຄວາມກໍ່ຂຶ້ນແຫ່ງຜັສສາຍະນະຕະຫົກດ້ວຍ ຊຶ່ງຄວາມດັບໄປແຫ່ງຜັສສາຍະຕະນະຫົກດ້ວຍ ຊຶ່ງສະເໜ່ແຫ່ງຜັສສາຍະຕະນະຫົກດ້ວຍ ຊຶ່ງໂທດແຫ່ງຜັສສາຍະຕະນະຫົກດ້ວຍ ຊຶ່ງອຸບາຍເຄື່ອງພົ້ນໄປຈາກຜັສສາຍະຕະນະຫົກດ້ວຍ; ເມື່ອເຂົາຮູ້ແຈ່ມແຈ້ງຕາມທີ່ເປັນຈິງຢູ່ເຊັ່ນນັ້ນ, ອະວິຊຊາແລະອັນຍານໃດໆ ໃນຜັສສາຍະຕະນະຫົກ ອະວິຊຊາ ແລະອັນຍານນັ້ນ ຍ່ອມບໍ່ນອນເນື່ອງຢູ່ໃນບຸຄຄົລນັ້ນ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ຄວາມປາສະຈາກ ອະວິຊຊາໂຢຄະ.
ພິກຂຸ ທ. ! ດ້ວຍເຫຕນີ້ແຫຼະ ຈຶ່ງລວມເປັນການບໍ່ປະກອບຢູ່ດ້ວຍກາມະໂຢຄະ ໑ ການບໍ່ປະກອບຢູ່ດ້ວຍ ພາວະໂຢຄະ ໑ ການບໍ່ປະກອບຢູ່ດ້ວຍ ທິຕຖິໂຢຄະ ໑ ແລະການບໍ່ປະກອບຢູ່ດ້ວຍ ອະວິຊຊາໂຢຄະ ໑.
ພິກຂຸ ທ. ! ບຸຄຄົລບໍ່ປະກອບດ້ວຍກິເລສ ເປັນເຄື່ອງປະກອບສັຕໄວ້ໃນພົບໂດຍເດັດຂາດ ອັນເປັນອະກຸສົລທັມອັນລາມົກ ເສົ້າໝອງ ເປັນເຫຕໃຫ້ມີພົບໃໝ່ ອັນກະສັບກະສ່າຍ ມີຜົລເປັນທຸກຂ໌ ມີຊາດ ຊະຣາ ແລະມະຣະນະຕໍ່ໄປ; ເພາະສະນັ້ນ ເຮົາຈຶ່ງເອີ້ນວ່າ “ຜູ້ມີປົກກະຕິກະເສມຈາກໂຢຄະ (ໂຢຄັກເຂມີ)” ດັ່ງນີ້.
ພິກຂຸ ທ. ! ເຫຼົ່ານີ້ຄືຄວາມປາສະຈາກກິເລສ ເປັນເຄື່ອງປະກອບສັຕໄວ້ໃນພົບ ໔ ຢ່າງແລ.

(ຄາຖາຜະນວກພຣະສູຕ)
ສັຕທັງຫຼາຍ ປະກອບພ້ອມແລ້ວ ດ້ວຍກາມະໂຢຄະ ດ້ວຍພະວະໂຢຄະດ້ວຍທິຕຖິໂຢຄະ ແລະຖືກອະວິຊຊາ ເຮັດໃນເບື້ອງໜ້າແລ້ວ, ມີປົກກະຕິໄປສູ່ຊາດ ແລະມະຣະນະ; ຍ່ອມໄປສູ່ສັງສາຣະວັຕ.
ສ່ວນສັຕເຫຼົ່າໃດ ຮອບຮູ້ແລ້ວຊຶ່ງກາມແລະພະວະໂຢຄະ ໂດຍປະການທັງປວງ, ຖອນຂຶ້ນໄດ້ແລ້ວຊຶ່ງທິຕຖິໂຢຄະ, ແລະແຍກອອກໄດ້ໂດຍເດັດຂາດຊຶ່ງ ອະວິຊຊາ, ສັຕເຫຼົ່ານັ້ນແລ ບໍ່ປະກອບແລ້ວດ້ວຍກິເລສ ອັນປະກອບສັຕໄວ້ໃນພົບທັງປວງ, ເປັນມຸນີ ຂ້າມພົ້ນເສຍໄດ້ຊຶ່ງ ໂຢຄະກິເລສ ເປັນເຄື່ອງປະກອບສັຕໄວ້ໃນພົບ; ດັ່ງນີ້ ແລ.
- ຈຕຸກກ. ອັງ. ໒໑/໑໕/໑໐.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ