ອາຍະຕະນະຫົກເປັນທຸກຂະອະຣິຢະສັດຈະ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂ໌ ເປັນແນວໃດໜໍ ? ຄວນຈະກ່າວວ່າໄດ້ແກ່ ອາຍະຕະນະພາຍໃນຫົກ. ອາຍະຕະນະພາຍໃນຫົກ ເຫຼົ່າໃດໜໍ ? ຫົກຄື ຈັກຂຸອາຍະຕະນະ ໂສຕະອາຍະຕະນະ ຄານະອາຍະຕະນະ ຊິວຫາອາຍະຕະນະກາຍະອາຍະຕະນະ ມະນະອາຍະຕະນະ.

ພິກຂຸ ທ. ! ນີ້ເຮົາ ເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂ໌.

- ມຫາວາຣ. ສັງ. ໑໙/໕໓໕/໑໖໘໕.

ກຸ່ມອາຍະຕະນະເປັນຂອງຮ້ອນ

ພິກຂຸ ທ. ! ສິ່ງທັງປວງ ເປັນຂອງຮ້ອນ. ພິກຂຸ ທ. ! ກໍອັນໃດໜໍ ຊື່ວ່າສິ່ງທັງປວງ ຊຶ່ງເປັນຂອງຮ້ອນ ?

ພິກຂຸ ທ. ! ຕາ ເປັນຂອງຮ້ອນ, ຮູບ ເປັນຂອງຮ້ອນ, ຄວາມຮູ້ແຈ້ງທາງຕາເປັນຂອງຮ້ອນ, ສັມຜັສທາງຕາ ເປັນຂອງຮ້ອນ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງຕາເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງຮ້ອນ.

ພິກຂຸ ທ. ! ຮ້ອນເພາະອັນໃດໜໍ ? ເຮົາກ່າວວ່າ “ຮ້ອນເພາະໄຟ ຄືຣາຄະ, ຮ້ອນເພາະໄຟ ຄືໂທສະ, ຮ້ອນເພາະໄຟ ຄືໂມຫະ, ຮ້ອນເພາະຄວາມເກີດ ເພາະຄວາມແກ່ ເພາະຄວາມຕາຍ ເພາະຄວາມຮໍ່າໄຮລໍາພັນ ເພາະຄວາມທຸກຂ໌ກາຍ ເພາະຄວາມທຸກຂ໌ໃຈ ແລະເພາະຄວາມຄັບແຄ້ນໃຈ” ດັ່ງນີ້.

ພິກຂຸ ທ. ! ຫູ ເປັນຂອງຮ້ອນ, ສຽງ ເປັນຂອງຮ້ອນ, ຄວາມຮູ້ແຈ້ງທາງຫູ ເປັນຂອງຮ້ອນ, ສັມຜັສທາງຫູ ເປັນຂອງຮ້ອນ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງຫູເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງຮ້ອນ....

ພິກຂຸ ທ. ! ດັງ ເປັນຂອງຮ້ອນ, ກິ່ນ ເປັນຂອງຮ້ອນ, ຄວາມຮູ້ແຈ້ງທາງດັງ ເປັນຂອງຮ້ອນ, ສັມຜັສທາງດັງ ເປັນຂອງຮ້ອນ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງດັງເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງຮ້ອນ....

ພິກຂຸ ທ. ! ລີ້ນ ເປັນຂອງຮ້ອນ, ຣົສ ເປັນຂອງຮ້ອນ, ຄວາມຮູ້ແຈ້ງທາງລີ້ນ ເປັນຂອງຮ້ອນ, ສັມຜັສທາງລີ້ນ ເປັນຂອງຮ້ອນ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງລີ້ນເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງຮ້ອນ....

ພິກຂຸ ທ. ! ກາຍ ເປັນຂອງຮ້ອນ, ໂຜຕຖັພພະ ເປັນຂອງຮ້ອນ, ຄວາມຮູ້ແຈ້ງທາງກາຍ ເປັນຂອງຮ້ອນ, ສັມຜັສທາງກາຍ ເປັນຂອງຮ້ອນ, ເວທະນາທີ່ເກີດຂຶ້ນເພາະສັມຜັສທາງກາຍເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງຮ້ອນ....

ພິກຂຸ ທ. ! ໃຈ ເປັນຂອງຮ້ອນ, ທັມມາຣົມ ເປັນຂອງຮ້ອນ, ຄວາມຮູ້ແຈ້ງທາງໃຈ ເປັນຂອງຮ້ອນ, ສັມຜັສທາງໃຈ ເປັນຂອງຮ້ອນ ເວທະນາທີ່ເກີດຂຶ້ນເພາະສັມຜັສທາງໃຈເປັນປັຈຈັຍ ເປັນສຸຂກໍຕາມ ທຸກຂ໌ກໍຕາມ ບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ກໍຕາມ ກໍເປັນຂອງຮ້ອນ.

ພິກຂຸ ທ. ! ຮ້ອນເພາະອັນໃດໜໍ ? ເຮົາກ່າວວ່າ “ຮ້ອນເພາະໄຟ ຄືຣາຄະ, ຮ້ອນເພາະໄຟ ຄືໂທສະ, ຮ້ອນເພາະໄຟ ຄືໂມຫະ, ຮ້ອນເພາະຄວາມເກີດ ເພາະຄວາມແກ່ ເພາະຄວາມຕາຍ ເພາະຄວາມໂສກ ເພາະຄວາມຮໍ່າໄຮລໍາພັນ ເພາະຄວາມທຸກຂ໌ກາຍ ເພາະຄວາມທຸກຂ໌ໃຈ ແລະເພາະຄວາມຄັບແຄ້ນໃຈ” ດັ່ງນີ້ແລ.

- ສະລາ. ສັງ. ໑໘/໒໓/໓໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ