ຢາຖ່າຍ ແລະ ຢາຖ່າຍຖອນຄວາມເກີດ-ແກ່-ຕາຍ

ທໍາໃນທີສຸດ

0:00/0:00
ພິກຂຸ ທ. ! ແພດທັງຫຼາຍ ຍ່ອມໃຫ້ຢາຖ່າຍ ເພື່ອກໍາຈັດໂຣຄາ ທີ່ມີບີເປັນສົມມຸດຖານແດ່ ທີ່ມີຂີ້ເທີ່ເປັນສົມມຸດຖານແດ່ ທີ່ມີລົມເປັນສົມມຸດຖານແດ່. ພິກຂຸ ທ. ! ເຮົາກ່າວວ່າ ຢາຖ່າຍຊະນິດນັ້ນ ມີຢູ່ ບໍ່ແມ່ນບໍ່ມີ ແຕ່ວ່າຢາຖ່າຍຊະນິດນັ້ນ ບາງເທື່ອກໍມີຜົລ ບາງເທື່ອກໍບໍ່ມີຜົລ.

ພິກຂຸ ທ. ! ເຮົາຈະສະແດງຢາຖ່າຍອັນເປັນອະຣິຍະ (ອະຣິຢະວິເຣຈະນະ) ອັນເປັນຢາຖ່າຍມີຜົລໂດຍສ່ວນດຽວ ບໍ່ມີທີ່ຈະບໍ່ໃຫ້ຜົລ ອັນເປັນຢາຖ່າຍຊຶ່ງອາໄສແລ້ວ ສັຕທີ່ມີຄວາມເກີດເປັນທັມມະດາ ຈະພົ້ນຈາກຄວາມເກີດ ທີ່ມີຄວາມແກ່ເປັນທັມມະດາ ຈະພົ້ນຈາກຄວາມແກ່ ທີ່ມີຄວາມຕາຍເປັນທັມມະດາ ຈະພົ້ນຈາກຄວາມຕາຍ ສັຕທີ່ມີໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍເປັນທັມມະດາ ຈະພົ້ນຈາກໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ. ພວກເຈົ້າ ຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ.

ພິກຂຸ ທ. ! ຢາຖ່າຍອັນເປັນອະຣິຍະອັນໃຫ້ຜົລໂດຍສ່ວນດຽວ ບໍ່ມີເສຍຜົລເລີຍ ອັນສັຕອາໄສແລ້ວ ຈະພົ້ນຈາກຊາດ ໆລໆ ໄດ້ນັ້ນ ເປັນແນວໃດໜໍ ?

ພິກຂຸ ທ. ! ມິຈສາທິຕຖິ ອັນສັມມາທິຕຖິກະບຸຄຄົລ ລະບາຍອອກໄດ້ແລ້ວ; ກ່າວຄື ບາບອະກຸສົລທັມເປັນອະເນກ ເກີດຂຶ້ນເພາະມິຈສາທິຕຖິ ເປັນປັຈຈັຍເຫຼົ່າໃດ ບາບອະກຸສົລທັມເຫຼົ່ານັ້ນ ເປັນສິ່ງທີ່ເຂົາລະບາຍອອກໄດ້ແລ້ວ ແລະກຸສົລທັມເປັນອະເນກ ທີ່ມີສັມມາທິຕຖິ ເປັນປັຈຈັຍ ຍ່ອມເຖິງຄວາມຈະເຣີນບໍຣິບູນ.

ພິກຂຸ ທ. ! ມິຈສາສັງກັບປະ ອັນຜູ້ມີສັມມາສັງກັບປະ ລະບາຍອອກໄດ້ແລ້ວ....ໆລໆ....

ພິກຂຸ ທ. ! ມິຈສາວາຈາ ອັນຜູ້ມີສັມມາວາຈາ ລະບາຍອອກໄດ້ແລ້ວ….ໆລໆ....

ພິກຂຸ ທ. ! ມິຈສາກັມມັນຕະ ອັນຜູ້ມີສັມມາກັມມັນຕະ ລະບາຍອອກໄດ້ແລ້ວ….ໆລໆ....

ພິກຂຸ ທ. ! ມິຈສາອາຊີວະ ອັນຜູ້ມີສັມມາອາຊີວະ ລະບາຍອອກໄດ້ແລ້ວ....ໆລໆ....

ພິກຂຸ ທ. ! ມິຈສາວາຢາມະ ອັນຜູ້ມີສັມມາວາຢາມະ ລະບາຍອອກໄດ້ແລ້ວ ….ໆລໆ....

ພິກຂຸ ທ. ! ມິຈສາສະຕິ ອັນຜູ້ມີສັມມາສະຕິ ລະບາຍອອກໄດ້ແລ້ວ....ໆລໆ....

ພິກຂຸ ທ. ! ມິຈສາສະມາທິ ອັນຜູ້ມີສັມມາສະມາທິ ລະບາຍອອກໄດ້ແລ້ວ....ໆລໆ....

ພິກຂຸ ທ. ! ມິຈສາຍານະ ອັນຜູ້ມີສັມມາຍານະ ລະບາຍອອກໄດ້ແລ້ວ ....ໆລໆ....

ພິກຂຸ ທ. ! ມິຈສາວິມຸຕຕິ ອັນຜູ້ມີສັມມາວິມຸຕຕິ ລະບາຍອອກໄດ້ແລ້ວ; ກ່າວຄືບາບອະກຸສົລທັມເປັນອະເນກ ເກີດຂຶ້ນເພາະມິຈສາວິມຸຕຕິ ເປັນປັຈຈັຍເຫຼົ່າໃດ ບາບອະກຸສົລທັມເຫຼົ່ານັ້ນ ເປັນສິ່ງທີ່ເຂົາລະບາຍອອກໄດ້ແລ້ວ ແລະກຸສົລທັມເປັນອະເນກ ທີ່ມີສັມມາວິມຸຕຕິ ເປັນປັຈຈັຍ ຍ່ອມເຖິງຄວາມຈະເຣີນບໍຣິບູນ.

ພິກຂຸ ທ. ! ນີ້ແລ ຢາຖ່າຍອັນເປັນອະຣິຍະ (ລວມ ໑໐ ປະການ) ອັນເປັນຢາຖ່າຍ ມີຜົລໂດຍສ່ວນດຽວ ບໍ່ມີທີ່ຈະບໍ່ໃຫ້ຜົລ ອັນເປັນຢາຖ່າຍຊຶ່ງອາໄສແລ້ວ ສັຕທີ່ມີຄວາມເກີດ ເປັນທັມມະດາ ຈະພົ້ນຈາກຄວາມເກີດ ທີ່ມີຄວາມແກ່ ເປັນທັມມະດາ ຈະພົ້ນຈາກຄວາມແກ່ ທີ່ມີຄວາມຕາຍ ເປັນທັມມະດາ ຈະພົ້ນຈາກຄວາມຕາຍ ສັຕທີ່ມີໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍເປັນທຳມະດາ ຈະພົ້ນຈາກໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ.
- ທສກ. ອັງ. ໒໔/໒໓໓/໑໐໘.

[ທັມສິບປະການ ຊຶ່ງໃນສູຕຂ້າງເທິງນີ້ ຕຣັດຮຽກວ່າຢາຖ່າຍ (ວິເຣຈະນັງ) : ສ່ວນໃນສູຕຖັດໄປ ຊົງຮຽກວ່າຢາຖ່າຍຖອກໃຫ້ຮາກ (ວະມະນັງ); ມີຂໍ້ຄວາມເໝືອນກັນທຸກປະການ.

ໃນສູຕຖັດໄປອີກ ຕຣັດຮຽກທັມສິບປະການ ນັ້ນວ່າມົນເຄື່ອງປັດເປົ່າ (ນິດທະມະນັງ) ສາມາດປັດເປົ່າ ບາບ ອະກຸສົລໃຫ້ໝົດໄປ ແລະໃຫ້ທັມທີ່ເປັນກຸສົລເຖິງພ້ອມ ແຕ່ບໍ່ມີກ່າວເຖິງກັບ ວ່າສັຕທີ່ມີຄວາມເກີດເປັນທັມມະດາ ຈະພົ້ນຈາກຄວາມເກີດເປັນຕົ້ນ; ຜູ້ເຮັດການເສກເປົ່າຈົ່ງພິຈະຈາຣະນາເບິ່ງເທີ້ນ.

ໃນສູຕອື່ນອີກ (໒໔/໒໓໑/໑໐໗) ຕຣັດຮຽກທັມສິບປະການ ໃນຂໍ້ຄວາມຂ້າງເທິງນີ້ ວ່ານໍ້າຊໍາຮະກະດູກໃຫ້ບໍຣິສຸດ (ໂທວະນັງ) ຕາມປະເພນີຊາວບ້ານ ທີ່ເຂົາເຮັດກັນຢູ່ ຢ່າງເປັນພິທີຣີຕອງມາແຕ່ບູຮານ ແຕ່ນໍ້າຊໍາຮະທີ່ເປັນອະຣິຍະນີ້ ສາມາດຊໍາຮະບາບ ອະກຸສົລໃຫ້ໝົດໄປ ເຮັດກຸສົລໃຫ້ເຖິງພ້ອມ ແລະ ເປັນໄປເພື່ອຮູ້ຍິ່ງ ຮູ້ພ້ອມ ເພື່ອນິພພານ ແລະເມື່ອສັຕອາໄສແລ້ວ ສັຕທີ່ມີຄວາມເກີດເປັນທັມມະດາ ຈະພົ້ນຈາກຄວາມເກີດເປັນຕົ້ນ].
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ