ຄວາມໝາຍຂອງຄໍາວ່າ “ສັງຂານ”
ຂັນ 5
ພິກຂຸ ທ. ! ຄົນທົ່ວໄປ ກ່າວກັນວ່າ “ສັງຂານທັງຫຼາຍ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາທີ່ປຸງແຕ່ງໃຫ້ສໍາເລັດຮູບ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ສັງຂາຣ. ສິ່ງນັ້ນຍ່ອມປຸງແຕ່ງອັນໃດ ໃຫ້ເປັນຂອງສໍາເລັດຮູບ ? ສິ່ງນັ້ນ ຍ່ອມປຸງແຕ່ງຮູບ ໃຫ້ສໍາເລັດຮູບເພື່ອຄວາມເປັນຮູບ, ຍ່ອມປຸງແຕ່ງເວທະນາ ໃຫ້ສໍາເລັດຮູບເພື່ອຄວາມເປັນເວທະນາ, ຍ່ອມປຸງແຕ່ງສັນຍາ ໃຫ້ສໍາເລັດຮູບເພື່ອຄວາມເປັນສັນຍາ, ຍ່ອມປຸງແຕ່ງສັງຂາຣ ໃຫ້ສໍາເລັດຮູບເພື່ອຄວາມເປັນສັງຂາຣ, ແລະຍ່ອມປຸງແຕ່ງວິນຍານ ໃຫ້ສໍາເລັດຮູບເພື່ອຄວາມເປັນວິນຍານ. ພິກຂຸ ທ. ! ເພາະກິຣິຍາທີ່ປຸງແຕ່ງ ໃຫ້ສໍາເລັດຮູບມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ສັງຂາຣທັງຫຼາຍ.
- ຂັນທະ. ສັງ. ໑໗/໑໐໖/໑໕໙.
- ຂັນທະ. ສັງ. ໑໗/໑໐໖/໑໕໙.








