ພຣະໂສດາບັນມີຍານຢັ່ງຮູ້ເຫດໃຫ້ເກີດຂຶ້ນ ແລະ ເຫດໃຫ້ດັບໄປຂອງໂລກ

ໂສດາບັນ

0:00/0:00
ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມບໍ່ມີຄວາມສົງໄສຢ່າງນີ້ ວ່າ: -
“ເພາະຫຍັງມີ ອັນໃດຈຶ່ງມີໜໍ;
ເພາະຫຍັງເກີດຂຶ້ນ ອັນໃດຈຶ່ງເກີດຂຶ້ນ:
ເພາະຫຍັງມີ ນາມຮູບຈຶ່ງມີ;
ເພາະຫຍັງມີ ສະລາຍະຕະນະຈຶ່ງມີ;
ເພາະຫຍັງມີ ຜັສສະຈຶ່ງມີ;
ເພາະຫຍັງມີ ເວທະນາຈຶ່ງມີ;
ເພາະຫຍັງມີ ຕັນຫາຈຶ່ງມີ;
ເພາະຫຍັງມີ ອຸປາທານຈຶ່ງມີ;
ເພາະຫຍັງມີ ພົບຈຶ່ງມີ;
ເພາະຫຍັງມີ ຊາຕຈຶ່ງມີ;
ເພາະຫຍັງມີ ຊະຣາມໍຣະນະຈຶ່ງມີ” ດັ່ງນີ້.

ພິກຂຸທັງຫຼາຍ ! ໂດຍທີ່ແທ້ ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມມີຍານຢັ່ງຮູ້ໃນເລື່ອງນີ້ໂດຍບໍ່ຕ້ອງເຊື່ອຜູ້ອື່ນ ວ່າ : -
“ເພາະສິ່ງນີ້ມີ ສິ່ງນີ້ຈຶ່ງມີ;
ເພາະສິ່ງນີ້ເກີດຂຶ້ນ ສິ່ງນີ້ຈຶ່ງເກີດຂຶ້ນ;
ເພາະວິນຍານມີ ນາມຮູບຈຶ່ງມີ;
ເພາະນາມຮູບມີ ສະລາຍະຕະນະຈຶ່ງມີ;
ເພາະສະລາຍະຕະນະມີ ຜັສສະຈຶ່ງມີ;
ເພາະຜັສສະມີ ເວທະນາຈຶ່ງມີ;
ເພາະເວທະນາມີ ຕັນຫາຈຶ່ງມີ;
ເພາະຕັນຫາມີ ອຸປາທານຈຶ່ງມີ;
ເພາະອຸປາທານມີ ພົບຈຶ່ງມີ;
ເພາະພົບມີ ຊາຕຈຶ່ງມີ;
ເພາະຊາຕມີ ຊະຣາມໍຣະນະຈຶ່ງມີ” ດັ່ງນີ້.

ອະຣິຍະສາວົກນັ້ນ ຍ່ອມຮູ້ປະຈັກແຈ້ງຢ່າງນີ້ ວ່າ
“ໂລກນີ້ຍ່ອມເກີດຂຶ້ນ ດ້ວຍອາການຢ່າງນີ້” ດັ່ງນີ້.
ພິກຂຸທັງຫຼາຍ ! ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມບໍ່ມີຄວາມສົງໄສຢ່າງນີ້ ວ່າ: -
“ເພາະຫຍັງບໍ່ມີ ອັນໃດຈຶ່ງບໍ່ມີໜໍ;
ເພາະຫຍັງດັບ ອັນໃດຈຶ່ງດັບ;
ເພາະຫຍັງບໍ່ມີ ນາມຮູບຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ສະລາຍະຕະນະຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຜັສສະຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ເວທະນາຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຕັນຫາຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ອຸປາທານຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ພົບຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຊາຕຈຶ່ງບໍ່ມີ;
ເພາະຫຍັງບໍ່ມີ ຊະຣາມໍຣະນະຈຶ່ງບໍ່ມີ” ດັ່ງນີ້.

ພິກຂຸທັງຫຼາຍ ! ໂດຍທີ່ແທ້ ອະຣິຍະສາວົກຜູ້ໄດ້ສະດັບແລ້ວ ຍ່ອມມີຍານຢັ່ງຮູ້ໃນເລື່ອງນີ້ໂດຍບໍ່ຕ້ອງເຊື່ອຜູ້ອື່ນ ວ່າ : -
“ເພາະສິ່ງນີ້ບໍ່ມີ ສິ່ງນີ້ຈຶ່ງບໍ່ມີ;
ເພາະສິ່ງນີ້ດັບ ສິ່ງນີ້ຈຶ່ງດັບ;
ເພາະວິນຍານບໍ່ມີ ນາມຮູບຈຶ່ງບໍ່ມີ;
ເພາະນາມຮູບບໍ່ມີ ສະລາຍະຕະນະຈຶ່ງບໍ່ມີ;
ເພາະສະລາຍະຕະນະບໍ່ມີ ຜັສສະຈຶ່ງບໍ່ມີ;
ເພາະຜັສສະບໍ່ມີ ເວທະນາຈຶ່ງບໍ່ມີ;
ເພາະເວທະນາບໍ່ມີ ຕັນຫາຈຶ່ງບໍ່ມີ;
ເພາະຕັນຫາບໍ່ມີ ອຸປາທານຈຶ່ງບໍ່ມີ;
ເພາະອຸປາທານບໍ່ມີ ພົບຈຶ່ງບໍ່ມີ;
ເພາະພົບບໍ່ມີ ຊາຕຈຶ່ງບໍ່ມີ;
ເພາະຊາຕບໍ່ມີ ຊະຣາມໍຣະນະຈຶ່ງບໍ່ມີ” ດັ່ງນີ້.
ອະຣິຍະສາວົກນັ້ນ ຍ່ອມຮູ້ປະຈັກແຈ້ງຢ່າງນີ້ ວ່າ
“ໂລກນີ້ ຍ່ອມດັບດ້ວຍອາການຢ່າງນີ້” ດັ່ງນີ້.

ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ແຈ້ງຊັດເຖິງເຫຕເກີດແລະຄວາມດັບແຫ່ງໂລກ ຕາມທີ່ເປັນຈິງຢ່າງນີ້ ໃນກາລໃດ; ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນີ້ ວ່າ: -
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ແລ.

- ບາລີ ນິທານ. ສັງ. ໑໖/໙໒-໙໕/໑໗໘-໑໘໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ