ຜູ້ມີທັມມະຍານ ແລະ ອັນນະວະຍະຍານ (ພຣະໂສດາບັນ)
ໂສດາບັນ
ພິກຂຸທັງຫຼາຍ ! ກໍ ຊະຣາມໍຣະນະ ເປັນແນວໃດໜໍ ?
ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມສິ້ນໄປໆ ແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ: ນີ້ເອີ້ນວ່າ ຊະຣາ. ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທຳກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄື ຊີວິຕ ຈາກສັຕວະນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ້ານັ້ນໆ: ນີ້ເອີ້ນວ່າ ມໍຣະນະ. ຊະຣານີ້ດ້ວຍ ມໍຣະນະນີ້ດ້ວຍ ຍ່ອມມີຢູ່ ດັ່ງນີ້; ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ຊະຣາມໍຣະນະ.
ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມໍຣະນະ ຍ່ອມມີ ເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາຕ; ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະຍ່ອມມີ ເພາະຄວາມດັບບໍ່ເຫຼືອແຫ່ງຊາຕ; ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິຕຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ພິກຂຸທັງຫຼາຍ ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງ ຊຶ່ງ
ຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ວ່າເປັນຢ່າງນີ້ໆ, ມາຮູ້ທົ່ວເຖິງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະວ່າເປັນຢ່າງນີ້ໆ, ໃນກາລໃດ; ໃນກາລນັ້ນຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ທັມມະຍານ (ຍານໃນທັມ). ດ້ວຍທັມນີ້ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈຳກັດກາລ, ອະຣິຍະສາວົກນັ້ນ ຍ່ອມນຳຄວາມຮູ້ນັ້ນໄປສູ່ນັຍຍະອັນເປັນອະດີຕແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະ ຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລຍືດຍາວນານຝ່າຍອະນາຄົຕ ຈັກຮູ້ຢ່າງຍິ່ງ ຊຶ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຈັກຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍຈັກຮູ້ຢ່າງຍິ່ງ ເໝືອນຢ່າງທີ່ເຮົາເອງໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ອັນນະວະຍະຍານ (ຍານໃນການຮູ້ຕາມ).
ພິກຂຸທັງຫຼາຍ ! ຍານທັງສອງ ຄື ທັມມະຍານ ແລະ ອັນນະວະຍະຍານເຫຼົ່ານີ້ຂອງອະຣິຍະສາວົກ ເປັນທຳມະຊາດບໍຣິສຸດ ຜ່ອງໃສ ໃນກາລໃດ;
ພິກຂຸທັງຫຼາຍ !
ໃນກາລນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນ ວ່າ :-
“ຜູ້ສົມບູນແລ້ວດ້ວຍທິຕຖິ” ດັ່ງນີ້ແດ່;
“ຜູ້ສົມບູນແລ້ວດ້ວຍທັດສະນະ” ດັ່ງນີ້ແດ່;
“ຜູ້ມາເຖິງພຣະສັດທັມນີ້ແລ້ວ” ດັ່ງນີ້ແດ່;
“ຜູ້ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ປະກອບແລ້ວດ້ວຍວິຊຊາອັນເປັນເສຂະ” ດັ່ງນີ້ແດ່;
“ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ” ດັ່ງນີ້ແດ່;
“ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ” ດັ່ງນີ້ແດ່;
“ຢືນຢູ່ຈໍາຂອບປະຕູແຫ່ງອະມະຕະ” ດັ່ງນີ້ແດ່, ດັ່ງນີ້ແລ.
- ບາລີ ນິທານ. ສັງ. ໑໖/໖໘-໗໑/໑໒໐-໑໒໕.