ນິບພານທີ່ເຫັນໄດ້ເອງ
ທໍາໃນທີສຸດ
(ເມື່ອບຸຄຄົລນັ້ນຮູ້ສຶກຕໍ່ຄວາມດັບສິ້ນຣາຄະ-ໂທສະ-ໂມຫະ)
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໗໐໒)
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຄໍາທີ່ພຣະໂຄດົມກ່າວວ່າ ‘ນິພພານທີ່ເຫັນໄດ້ເອງ ນິພພານທີ່ເຫັນໄດ້ເອງ’, ດັ່ງນີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ນິພພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ, ເປັນສິ່ງທີ່ກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນນັ້ນ ມີໄດ້ດ້ວຍເຫຕພຽງເທົ່າໃດໜໍ ? ຂ້ານ້ອຍ !”
ພຣາມ ! ບຸຄຄົລ ຜູ້ກໍາໜັດແລ້ວ ອັນຣາຄະສຸບງໍາແລ້ວ, ມີຈິຕ ອັນຣາຄະດຶງຮັດແລ້ວ ຍ່ອມຄິດເພື່ອບຽດບຽນຕົນເອງແດ່ ຍ່ອມຄິດເພື່ອບຽດບຽນຜູ້ອື່ນແດ່ ຍ່ອມຄິດເພື່ອບຽດບຽນທັງຕົນເອງແລະຜູ້ອື່ນທັງສອງແດ່, ຍ່ອມສະເຫວີຍສະເພາະຊຶ່ງທຸກຂ໌ໂທມະນັດສະ ອັນເປັນໄປທາງຈິຕແດ່. ເມື່ອລະຣາຄະໄດ້ແລ້ວ, ເຂົາຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງ ຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຜູ້ອື່ນ ຍ່ອມບໍ່ຄິດແມ່ນແຕ່ເພື່ອບຽດບຽນຕົນເອງ ແລະຜູ້ອື່ນທັງສອງຢ່າງ, ແລະຍ່ອມບໍ່ສະເຫວີຍສະເພາະ ຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕໂດຍແທ້. ພຣາມ ! ນິພພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ ຍ່ອມມີໄດ້ແມ່ນວ່າດ້ວຍອາການດັ່ງນີ້ ແລ.
ພຣາມ ! ບຸຄຄົລຜູ້ເກີດໂທສະແລ້ວ, ອັນໂທສະສຸບງໍາແລ້ວ ມີຈິຕອັນໂທສະດຶງຮັດແລ້ວ ຍ່ອມຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງແດ່ ຍ່ອມຄິດ ແມ່ນແຕ່ເພື່ອບຽດບຽນຜູ້ອື່ນແດ່ ຍ່ອມຄິດ ແມ່ນແຕ່ເພື່ອບຽດບຽນທັງຕົນເອງ ແລະຜູ້ອື່ນທັງສອງແດ່, ຍ່ອມສະເຫວີຍສະເພາະຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕແດ່. ເມື່ອລະໂທສະໄດ້ແລ້ວ, ເຂົາຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຜູ້ອື່ນ ຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງ ແລະຜູ້ອື່ນທັງສອງຢ່າງ, ແລະຍ່ອມບໍ່ສະເຫວີຍສະເພາະ ຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕໂດຍແທ້. ພຣາມ ! ນິພພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ ຍ່ອມມີໄດ້ແມ່ນວ່າດ້ວຍອາການດັ່ງນີ້ແລ.
ພຣາມ ! ບຸຄຄົລຜູ້ມີໂມຫະແລ້ວ, ອັນໂມຫະສຸບງໍາແລ້ວ ມີຈິຕອັນໂມຫະດຶງຮັດແລ້ວ ຍ່ອມຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງແດ່, ຍ່ອມຄິດ ແມ່ນແຕ່ເພື່ອບຽດບຽນຜູ້ອື່ນແດ່, ຍ່ອມຄິດ ແມ່ນແຕ່ເພື່ອບຽດບຽນທັງຕົນເອງ ແລະຜູ້ອື່ນແດ່, ຍ່ອມສະເຫວີຍສະເພາະ ຊຶ່ງທຸກຂະໂທມະນັດສະ ອັນເປັນໄປທາງຈິຕແດ່. ເມື່ອລະໂມຫະໄດ້ແລ້ວ, ຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງ ຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຜູ້ອື່ນ ຍ່ອມບໍ່ຄິດ ແມ່ນແຕ່ເພື່ອບຽດບຽນຕົນເອງ ແລະຜູ້ອື່ນທັງສອງຢ່າງ, ແລະຍ່ອມບໍ່ສະເຫວີຍສະເພາະ ຊຶ່ງທຸກຂະໂທມະນັດສະ ອັນເປັນໄປໃນທາງຈິຕໂດຍແທ້. ພຣາມ ! ນິພພານທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ ຍ່ອມມີໄດ້ເຖິງແມ່ນວ່າດ້ວຍອາການດັ່ງນີ້ ແລ.
ພຣາມ ! ເມື່ອໃດແລ, ຜູ້ນີ້ ຍ່ອມສະເຫວີຍສະເພາະ ຊຶ່ງຄວາມດັບສິ້ນໄປແຫ່ງຣາຄະ ອັນຫາເສດເຫຼືອຢູ່ບໍ່ໄດ້, ຍ່ອມສະເຫວີຍສະເພາະ ຊຶ່ງຄວາມດັບສິ້ນໄປແຫ່ງໂທສະ ອັນຫາເສດເຫຼືອຢູ່ບໍ່ໄດ້, ຍ່ອມສະເຫວີຍສະເພາະ ຊຶ່ງຄວາມດັບສິ້ນໄປແຫ່ງໂມຫະ ອັນຫາເສດເຫຼືອຢູ່ບໍ່ໄດ້; ພຣາມເອີຍ ! ເມື່ອນັ້ນ, ນິພພານ ທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.
- ຕິກ. ອັງ. ໒໐/໒໐໒/໔໙໕.