ພິກຂຸປະກອບດ້ວຍທັມ 5 ປະການ ເສບອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ການບໍ່ນານ

ທາງສາຍກາງ

0:00/0:00
ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣ ເສພອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ, ທັມ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້
1. ເປັນຜູ້ມີທຸຣະໜ້ອຍ ມີກິຈໜ້ອຍ ລ້ຽງງ່າຍ ຍິນດີຍິ່ງໃນບໍຣິຂາຣແຫ່ງຊີວິຕ.
2. ເປັນຜູ້ມີອາຫາຣໜ້ອຍ ປະກອບດ້ວຍຄວາມເປັນຜູ້ບໍ່ເຫັນແກ່ປາກແກ່ທ້ອງ.
3. ເປັນຜູ້ນອນໜ້ອຍ ໝັ່ນປະກອບຄວາມພຽນເປັນເຄື່ອງຕື່ນຢູ່.
4. ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ສະດັບຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍ ອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ.
5. ພິຈາຣະນາຈິຕຕາມທີ່ຫລຸດພົ້ນແລ້ວ.
ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣນີ້ແລ ເສພອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐໖/໙໖
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ