ເມື່ອຈະເຣີນເມດຕາຈິດຢູ່ ພວກອະມະນຸດຍ່ອມກະທຳຈິດໃຫ້ຫວັ່ນໄຫວບໍ່ໄດ້
ພຣົມວິຫານ 4
ພິກຂຸທັງຫລາຍ! ຫອກມີໃບອັນຄົມ ຖ້າມີບຸຣຸສມາກ່າວວ່າ ເຮົາຈະງໍເຂົ້າ ຈະພັບ ຈະມ້ວນເຊິ່ງຫອກມີໃບອັນຄົມນີ້ດ້ວຍຝາມື ຫລືດ້ວຍກຳມື ດັ່ງນີ້, ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸຣຸສນັ້ນຈະເປັນຜູ້ສາມາດເພື່ອຈະງໍເຂົ້າ ຈະພັບ ຈະມ້ວນເຊິ່ງຫອກທີ່ມີໃບອັນຄົມນັ້ນດ້ວຍຝາມື ຫລືດ້ວຍກຳມືໄດ້ຫລືໜໍ?
ເປັນໄປບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!
ຂໍ້ນັ້ນເພາະເຫຕໃດ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເພາະວ່າກາຣທີ່ຈະງໍເຂົ້າຈະພັບແລະຈະມ້ວນເຊິ່ງຫອກທີ່ມີໃບອັນຄົມດ້ວຍຝາມື ຫລືດ້ວຍກຳມື ກະທຳໄດ້ບໍ່ງ່າຍເລີຍ ແລະບຸຣຸສນັ້ນຍ່ອມເປັນຜູ້ມີສ່ວນແຫ່ງຄວາມອິດເມື່ອຍລຳບາກທ່າດຽວ.
ພິກຂຸທັງຫລາຍ! ພິກຂຸອົງຄ໌ໃດຈະເຣີນເມຕຕາເຈໂຕວິມຸຕ ກະທຳໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງອາສັຍ ກະທຳໃຫ້ຕັ້ງໝັ້ນ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ ຖ້າອະມະນຸສຈະກະທຳຈິຕຂອງພິກຂຸນັ້ນໃຫ້ຫວັ່ນໄຫວ (ຕັສສະ ເຈ ອະມະນຸສໂສ ຈິຕຕັງ ຂິປິຕັພພັງ ມັນເຍີຍຍະ) ອະມະນຸສນັ້ນຍ່ອມເປັນຜູ້ມີສ່ວນແຫ່ງຄວາມອິດເມື່ອຍລຳບາກທ່າດຽວ ສັນນັ້ນ ເໝືອນກັນ.
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ, ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕຕິ ກະທໍາໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງອາສັຍ ກະທຳໃຫ້ຕັ້ງໝັ້ນ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.
ສັງຍຸຕຕະນິກາຍ ນິທານ. ສັນຕິສູຕ ໑໖/໒໖໘/໖໖໘-໖໖໙