ຈົ່ງທ່ຽວຈາຣິກໄປເພື່ອປະໂຫຍດແກ່ມະຫາຊົນ

ທໍາໃນທ່າມກາງ

0:00/0:00
ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຈົ່ງທ່ຽວຈາຣິກໄປເພື່ອປະໂຫຍດເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸກແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຫຍດ ເພື່ອເກື້ອກູນ ເພື່ອຄວາມສຸຂແກ່ເທວະດາ ແລະ ມະນຸດທັງຫລາຍ...

ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຈົ່ງສະແດງທັມ

* ງາມໃນເບື້ອງຕົ້ນ
* ງາມໃນທ່າມກາງ
* ງາມໃນທີ່ສຸດ

ປະກາດພຣົມມະຈັນ ພ້ອມທັງອັດຖະ ພ້ອມທັງພະຍັນຊະນະບໍຣິສຸດ ບໍຣິບູນສິ້ນເຊິງ ສັດຕະທັງຫລາຍຜູ້ມີທຸລີໃນຈັກຂຸໜ້ອຍມີຢູ່ ເພາະບໍ່ໄດ້ຟັງທັມຍ່ອມເຂົ້າເຖິງຄວາມເສື່ອມ ຜູ້ຮູ້ທົ່ວເຖິງທັມຍ່ອມມີ.


ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໑໓໐/໔໒໘
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ