ວິພາກແຫ່ງເວທະນາ

ຂັນ 5

0:00/0:00
ພິກຂຸ ທ. ! ເຮົາຈະສະແດງທັມປະຣິຍາຍ ຊຶ່ງມີປະຣິຍາຍຮ້ອຍແປດ ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າຈົ່ງຟັງທັມປະຣິຍາຍຂໍ້ນັ້ນ.

ພິກຂຸ ທ. ! ທັມປະຣິຍາຍ ຊຶ່ງມີປະຣິຍາຍຮ້ອຍແປດນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ເວທະນາ ແມ່ນວ່າສອງຢ່າງ ເຮົາໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າສາມຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າຫ້າຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າຫົກຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າສິບແປດຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າສາມສິບຫົກຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ແລະເວທະນາ ແມ່ນວ່າຮ້ອຍແປດຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ.

ພິກຂຸ ທ. ! ເວທະນາສອງຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສອງຢ່າງນັ້ນຄື ເວທະນາທີ່ເປັນໄປທາງກາຍ ແລະເວທະນາທີ່ເປັນໄປທາງໃຈ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສອງຢ່າງ

ພິກຂຸ ທ. ! ເວທະນາສາມຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສາມຢ່າງນັ້ນຄື ສຸຂະເວທະນາ (ຄວາມຮູ້ສຶກອັນເປັນສຸຂ) ທຸກຂະເວທະນາ (ຄວາມຮູ້ສຶກອັນເປັນທຸກຂ໌) ແລະອະທຸກຂະມະສຸຂະເວທະນາ (ຄວາມຮູ້ສຶກກໍຍັງບໍ່ອາດກ່າວໄດ້ວ່າເປັນທຸກຂ໌ຫຼືສຸຂ). ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສາມຢ່າງ.

ພິກຂຸ ທ. ! ເວທະນາຫ້າຢ່າງ ນັ້ນເປັນແນວໃດໜໍ ? ເວທະນາຫ້າຢ່າງນັ້ນ ຄື ອິນຊີຄືສຸຂ ອິນຊີຄືທຸກຂ໌ ອິນຊີຄືໂສມະນັດສະ ອິນຊີຄືໂທມະນັດສະ ແລະອິນຊີຄື ອຸເປກຂາ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາຫ້າຢ່າງ.

ພິກຂຸ ທ. ! ເວທະນາຫົກຢ່າງ ນັ້ນເປັນແນວໃດໜໍ ? ເວທະນາຫົກຢ່າງນັ້ນ ຄື ເວທະນາອັນເກີດແຕ່ສັມຜັສທາງຕາ, ເວທະນາອັນເກີດແຕ່ສັມຜັສທາງຫູ, ເວທະນາ ອັນເກີດແຕ່ສັມຜັສທາງດັງ, ເວທະນາອັນເກີດແຕ່ສັມຜັສທາງລີ້ນ, ເວທະນາອັນເກີດແຕ່ສັມຜັສທາງກາຍ, ແລະເວທະນາອັນເກີດແຕ່ສັມຜັສທາງໃຈ. ພິກຂຸ ທ. ! ເຫຼົ່ານີ້ ເອີ້ນວ່າ ເວທະນາຫົກຢ່າງ.

ພິກຂຸ ທ. ! ເວທະນາສິບແປດຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສິບແປດຢ່າງນັ້ນ ຄື ຄວາມຮູ້ສຶກຂອງຈິຕ ທີ່ມົ່ວສຸມຢູ່ດ້ວຍໂສມະນັດສະຫົກຢ່າງ, ຄວາມຮູ້ສຶກຂອງຈິຕ ທີ່ມົ່ວສຸມຢູ່ດ້ວຍໂທມະນັດສະຫົກຢ່າງ, ແລະຄວາມຮູ້ສຶກຂອງຈິຕທີ່ມົ່ວສຸມຢູ່ດ້ວຍອຸເປກຂາຫົກຢ່າງ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສິບແປດຢ່າງ.

ພິກຂຸ ທ. ! ເວທະນາສາມສິບຫົກຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສາມສິບຫົກຢ່າງນັ້ນຄື ໂສມະນັດສະເວທະນາ ທີ່ເນື່ອງດ້ວຍເຢົ້າເຮືອນ (ກາມະຄຸນ ໕) ຫົກຢ່າງ, ໂສມະນັດສະເວທະນາ ທີ່ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ບໍ່ກ່ຽວດ້ວຍກາມະຄຸນ ໕) ຫົກຢ່າງ, ໂທມະນັດສະເວທະນາ ທີ່ເນື່ອງດ້ວຍເຢົ້າເຮືອນຫົກຢ່າງ, ໂທມະນັດສະເວທະນາ ທີ່ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນຫົກຢ່າງ, ອຸເປກຂາເວທະນາ ທີ່ເນື່ອງດ້ວຍເຢົ້າເຮືອນຫົກຢ່າງ, ແລະອຸເປກຂາເວທະນາ ທີ່ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ຫົກຢ່າງ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສາມສິບຫົກຢ່າງ.

ພິກຂຸ ທ. ! ເວທະນາຮ້ອຍແປດຢ່າງ ນັ້ນເປັນແນວໃດໜໍ ? ເວທະນາຮ້ອຍແປດຢ່າງນັ້ນ ຄື ເວທະນາສາມສິບຫົກ (ດັ່ງທີ່ກ່າວແລ້ວຂ້າງຕົ້ນ) ສ່ວນທີ່ເປັນອະດີຕ, ເວທະນາສາມສິບຫົກ ສ່ວນທີ່ເປັນອະນາຄົຕ, ແລະເວທະນາສາມສິບຫົກ ສ່ວນທີ່ເປັນປັຈຈຸບັນ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາຮ້ອຍແປດຢ່າງ.

ພິກຂຸ ທ. ! ເຫຼົ່ານີ້ ຊື່ວ່າທັມປະຣິຍາຍ ຊຶ່ງມີປະຣິຍາຍຮ້ອຍແປດແລ.

- ສະລາ. ສັງ. ໑໘/໒໘໖-໘/໔໓໐-໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ