ການເກີດຂອງສັນຍາເທົ່າກັບການເກີດຂອງທຸກ

ຂັນ 5

0:00/0:00
ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ແລະຄວາມປາກົດຂອງສັນຍາໃນຮູບ ສັນຍາໃນສຽງ ສັນຍາໃນກິ່ນ ສັນຍາໃນຣົສ ສັນຍາໃນໂຜຕຖັພພະ ແລະສັນຍາໃນທັມມາຣົມໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງ ຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງ ຊະຣາ ແລະມໍຣະນະ ແລ.
- ຂັນທະ. ສັງ. ໑໗/໒໘໕/໔໘໙.

ຂໍ້ຄວນກໍານົດກ່ຽວກັບສັນຍາ

ພິກຂຸ ທ. ! ສຸຂໂສມະນັສໃດໆ ທີ່ອາໄສສັນຍາແລ້ວເກີດຂຶ້ນ, ສຸຂໂສມະນັດສະ ນີ້ແລ ເປັນສະເໜ່ (ອັສສາທະ) ຂອງສັນຍາ; ສັນຍາບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນະວະ) ຂອງສັນຍາ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນສັນຍາ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈໃນສັນຍາ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກສັນຍາ.
- ຂັນທະ. ສັງ. ໑໗/໓໕,໗໘/໕໙,໑໒໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ