ຕັນຫາຈະເຣີນເພາະມິດສາທິດຖິໃນປິຢະຣູປະ - ສາຕະຣູປະ
ອະກຸສົນ
ພິກຂຸ ທ. ! ສະມະນະຫຼືພຣາມພວກໃດ ໃນກາລອະດີຕກໍຕາມ, ໃນກາລອະນາຄົຕກໍຕາມ, ໃນກາລນີ້ກໍຕາມ, ຍ່ອມເຫັນສິ່ງອັນເປັນທີ່ຮັກທີ່ພໍໃຈ (ປິຍະຮູບສາຕະຮູບ) ໃນໂລກໂດຍຄວາມເປັນຂອງທ່ຽງ ໂດຍຄວາມເປັນສຸຂ ໂດຍຄວາມເປັນຕົວຕົນ ໂດຍຄວາມເປັນຂອງບໍ່ສຽບແທງ ໂດຍຄວາມເປັນຂອງກະເສມ; ສະມະນະຫຼືພຣາມພວກນັ້ນ ຍ່ອມເຮັດຕັນຫາໃຫ້ຈະເຣີນ. ເມື່ອເຮັດຕັນຫາໃຫ້ຈະເຣີນຢູ່ ກໍເຮັດອຸປະທິໃຫ້ຈະເຣີນ. ເມື່ອເຮັດອຸປະທິໃຫ້ຈະເຣີນຢູ່ ກໍເຮັດທຸກຂ໌ໃຫ້ຈະເຣີນ. ເມື່ອເຮັດທຸກຂ໌ໃຫ້ຈະເຣີນຢູ່ ສະມະນະຫຼືພຣາມພວກນັ້ນ ຍ່ອມບໍ່ຫຼຸດພົ້ນຈາກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ; ເຮົາຕະຖາຄົຕ ຍ່ອມກ່າວວ່າ “ພວກເຫຼົ່ານັ້ນ ຍ່ອມບໍ່ຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ປຽບເໝືອນຖ້ວຍດື່ມສໍາລິດ ມີເຄື່ອງດື່ມໃສ່ຢູ່ແລ້ວຊະນິດໜຶ່ງສົມບູນດ້ວຍສີ ກິ່ນ ແລະຣົສ ແຕ່ວ່າມີຢາພິດປົນຕິດຢູ່. ຄັ້ງນັ້ນ ມີບຸຣຸສຜູ້ໜຶ່ງ ຊຶ່ງກໍາລັງຮ້ອນເຮັ່ງ ມີຄວາມຮ້ອນເອົ້າໄປໝົດໂຕ ອິດເມື່ອຍ ຄໍແຫ້ງ ກະຫາຍນໍ້າ ມາເຖິງແລ້ວ. ຄົນທັງຫຼາຍບອກແກ່ບຸຣຸສນັ້ນວ່າ “ນີ້ແນທ່ານຜູ້ຈະເຣີນ ! ຖ້ວຍດື່ມສໍາລິດໃບນີ້ ມີເຄື່ອງດື່ມສົມບູນດ້ວຍສີ ກິ່ນ ແລະຣົສສໍາລັບທ່ານ, ແຕ່ວ່າມີຢາພິດປົນຕິດຢູ່, ຖ້າຫາກທ່ານຕ້ອງການດື່ມກໍດື່ມໄດ້, ເມື່ອທ່ານກຳລັງດື່ມ ຈະຕິດໃຈມັນ ດ້ວຍສີຂອງມັນແດ່ ດ້ວຍກິ່ນຂອງມັນແດ່ ດ້ວຍຣົສຂອງມັນແດ່; ແຕ່ວ່າຄັນດື່ມເຂົ້າໄປແລ້ວ ທ່ານຈະເຖິງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍເພາະເຫຕນັ້ນ” ດັ່ງນີ້. ບຸຣຸສນັ້ນ ບໍ່ທັນຈະພິຈາຣະນາຖ້ວຍດື່ມສໍາລິດອັນນັ້ນ (ວ່າຈະຄວນດື່ມ ຫຼືບໍ່ຄວນດື່ມແນວໃດເປັນຕົ້ນ) ຮີບດື່ມເອົາໆ ບໍ່ຍອມວາງ. ບຸຣຸສນັ້ນ ກໍເຖິງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍເພາະເຫຕນັ້ນ. ເຊັ່ນໃດ ກໍເຊັ່ນນັ້ນ ທີ່ສະມະນະຫຼືພຣາມພວກໃດ ໃນກາລະອະດີຕກໍຕາມ. ໃນກາລະອະນາຄົຕກໍຕາມ, ໃນກາລນີ້ກໍຕາມ, ຍ່ອມເຫັນສິ່ງ ອັນເປັນທີ່ຮັກ ທີ່ພິຣົມໃຈໃນໂລກ ໂດຍຄວາມເປັນຂອງທ່ຽງ...ໆລໆ.... ຍ່ອມບໍ່ຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.
- ນິທານ. ສັງ. ໑໖/໑໓໒-໑໓໓/໒໕໙-໒໖໐.