ການເກີດຂອງສັງຂານເທົ່າກັບການເກີດຂອງທຸກ

ຂັນ 5

0:00/0:00
ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ແລະຄວາມປາກົດຂອງສັນເຈຕະນາ ໃນເລື່ອງຮູບ ສັນເຈຕະນາໃນເລື່ອງສຽງ ສັນເຈຕະນາໃນເລື່ອງກິ່ນ ສັນເຈຕະນາໃນເລື່ອງຣົສ ສັນເຈຕະນາໃນເລື່ອງໂຜຕຖັພພະ ແລະສັນເຈຕະນາໃນເລື່ອງທັມ ມາຣົມໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງຊະຣາ ແລະມໍຣະນະແລ.
- ຂັນທະ. ສັງ. ໑໗/໒໘໕/໔໙໑.

ຂໍ້ຄວນກໍານົດກ່ຽວກັບ ສັງຂາຣ

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສສັງຂາຣທັງຫຼາຍ ແລ້ວເກີດຂຶ້ນ, ສຸຂ ໂສມະນັດສະນີ້ແລ ເປັນສະເໜ່ (ອັສສາທະ) ຂອງສັງຂາຣທັງຫຼາຍ; ສັງຂາຣທັງຫຼາຍບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນົບ) ຂອງສັງຂາຣທັງຫຼາຍ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນສັງຂາຣທັງຫຼາຍ ການລະເສຍໄດ້ ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນສັງຂາຣທັງຫຼາຍ ດ້ວຍອຸບາຍໃດໆ, ອຸບາຍນີ້ແລ ເປັນເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກສັງຂາຣທັງຫຼາຍ.

- ຂັນທ. ສັງ. ໑໗/໗໙/໑໒໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ