ອາການເກີດແຫ່ງຄວາມທຸກໂດຍສັງເຂບ

ປະຕິຈະສະມຸບາດ

0:00/0:00
ມິຄະຊາລະ ! ຮູບ ທັງຫຼາຍທີ່ເຫັນດ້ວຍຕາ ອັນເປັນຮູບທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ເປັນທີ່ຍົວະຍວນຊວນໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ຖ້າພິກຂຸເພີດເພີນ ພໍ່າສັນເສີນ ສະຢົບມົວເມົາໃນຮູບນັ້ນແລ້ວ; ເມື່ອພິກຂຸນັ້ນ ເພີດເພີນ ພໍ່າສັນເສີນສະຢົບມົວເມົາໃນຮູບນັ້ນຢູ່, ນັນທິ (ຄວາມເພີນ) ຍ່ອມເກີດຂຶ້ນ. ມິຄະຊາລະ ! ເຮົາກ່າວວ່າ “ຄວາມເກີດຂຶ້ນແຫ່ງທຸກຂ໌ ມີໄດ້ ເພາະຄວາມເກີດຂຶ້ນແຫ່ງນັນທິ (ຄວາມເພີນ)” ດັ່ງນີ້
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ