ພິກຂຸທັງຫລາຍບໍ່ຄວນກີດກັ້ນເສນາສະນະຂອງສົງຕາມລຳດັບພັນສາ ອົງໃດກີດກັ້ນຕ້ອງອາບັດທຸກກົດ
ວິໄນສົງ
ຄັ້ງນັ້ນແລ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະນະຄອຣເວສາລີຕາມພຣະພຸທທາພິຣົມຍ໌ ແລ້ວສະເດັຈຈາຣິກໄປທາງພຣະນະຄອຣສາວັຕຖີ ສມັຍນັ້ນ ພິກຂຸອັນເຕວາສິກ [ໝາຍເຖິງສິສຜູ້ຢູ່ພາຍໃຕ້ກາຣຄຸ້ມຄອງ] ຂອງພຣະສັພພັຄຄີຟ້າວໄປຂ້າງໜ້າພິກຂຸສົງຄ໌ເຊິ່ງມີພຣະພຸທທະເຈົ້າເປັນປະມຸຂ ຈ່ອງວິຫາຣ ກັ້ນບ່ອນນອນໄວ້ວ່າ ບ່ອນນີ້ຂອງອຸປັຊຊາຂອງພວກເຮົາ ບ່ອນນີ້ຂອງອາຈາຣຍ໌ຂອງພວກເຮົາ ບ່ອນນີ້ຂອງພວກເຮົາ. ຄັ້ງນັ້ນ ທ່ານພຣະສາຣີບຸຕໄປທີຫລັງພິກຂຸສົງຄ໌ເຊິ່ງມີພຣະພຸທທະເຈົ້າເປັນປະມຸຂ ເມື່ອພິກຂຸທັງຫລາຍຈ່ອງວິຫາຣແລະບ່ອນນອນ ໝົດແລ້ວ ຫາບ່ອນນອນບໍ່ໄດ້ ທ່ານຈຶ່ງໄປນັ່ງທີ່ເຫງົ້າໄມ້ແຫ່ງໜຶ່ງ ຄັນເວລາປັຈຈຸສສະມັຍແຫ່ງຣາຕຣີ [ເວລາເຊົ້າມືດ] ພຣະຜູ້ມີພຣະພາຄສະເດັຈລຸກຂຶ້ນຊົງພຣະກາສະ [ໄອ] ພຣະສາຣີບຸຕກໍໄອອະແຮມ
ພ. ໃຜຫັ້ນ?
ສ. ຂ້ານ້ອຍ ສາຣີບຸຕ ພຣະອົງຄ໌ຜູ້ຈະເຣີນ!
ພ. ສາຣີບຸຕ ເປັນຫຍັງເຈົ້າຈຶ່ງມານັ່ງທີ່ເຫງົ້າໄມ້ນີ້?
ລຳດັບນັ້ນ ທ່ານພຣະສາຣີບຸຕໄດ້ກຣາບທູລເຣື່ອງນັ້ນແກ່ພຣະຜູ້ມີພຣະພາຄ.
ລຳດັບນັ້ນ, ພຣະຜູ້ມີພຣະພາຄຕຣັສສັ່ງໃຫ້ປະຊຸມສົງຄ໌ໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕທີ່ເກີດຂຶ້ນເປັນຄັ້ງທໍາອິດ ແລ້ວຊົງສອບຖາມພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ຂ່າວວ່າພິກຂຸອັນເຕວາສິກຂອງພຣະສັພພັຄຄີຟ້າວໄປກ່ອນພິກຂຸສົງຄ໌ມີພຣະພຸທທະເຈົ້າເປັນປະມຸຂ ແລ້ວຈ່ອງວິຫາຣ ກັ້ນບ່ອນນອນໄວ້ວ່າ ບ່ອນນີ້ຂອງອຸປັຊຊາຂອງພວກເຮົາ ບ່ອນນີ້ຂອງອາຈາຣຍ໌ຂອງພວກເຮົາ ບ່ອນນີ້ຂອງພວກເຮົາຈິງຫລື?
ພິກຂຸທັງຫລາຍກຣາບທູລວ່າ ຈິງຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ເຫຕໃດໂມຄະບຸຣຸສເຫລົ່ານັ້ນຈຶ່ງຟ້າວໄປກ່ອນພິກຂຸສົງຄ໌ມີພຣະພຸທທະເຈົ້າເປັນປະມຸຂ ແລ້ວຈ່ອງວິຫາຣ ກັ້ນບ່ອນນອນໄວ້ວ່າ ບ່ອນນີ້ຂອງອຸປັຊຊາຂອງພວກເຮົາ ບ່ອນນີ້ຂອງອາຈາຣຍ໌ຂອງພວກເຮົາ ບ່ອນນີ້ຂອງພວກເຮົາ ກາຣກະທໍາຂອງໂມຄະບຸຣຸສເຫລົ່ານັ້ນ ບໍ່ເປັນໄປເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ຫລືເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ ໂດຍແທ້ແລ້ວ ກາຣກະທຳຂອງພວກເຂົານັ້ນ ຍ່ອມເປັນໄປເພື່ອຄວາມບໍ່ເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ແລະເພື່ອຄວາມເປັນຢ່າງອື່ນຂອງຊົນບາງພວກທີ່ເຫລື້ອມໃສແລ້ວ. ຄັນແລ້ວຊົງສະແດງທັມມິກະຖາ ຕຣັສຮຽກພິກຂຸທັງຫລາຍມາຖາມວ່າ:
ພິກຂຸທັງຫລາຍ! ພິກຂຸໃດຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ?
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດອອກບວຊຈາກຕະກຸນກະສັຕ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດອອກບວຊຈາກຕະກຸນພຣາມນ໌ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດອອກບວຊຈາກຕະກຸນຄະຫະບໍດີ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດຊົງຈຳພຣະສູຕໄວ້ໄດ້ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດຊົງວິນັຍ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດເປັນທັມມະກະຖຶກ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດໄດ້ປະຖົມຊານ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດໄດ້ທຸຕິຍະຊານ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດໄດ້ຕະຕິຍະຊານ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດໄດ້ຈະຕຸຕຖະຊານ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດເປັນໂສດາບັນ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດເປັນສະກະທາຄາມີ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດເປັນອະນາຄາມີ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດເປັນພຣະອະຣະຫັນຕ໌ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດໄດ້ວິຊຊາ ໓ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ພິກຂຸບາງພວກກຣາບທູລຢ່າງນີ້ວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພິກຂຸໃດໄດ້ອະພິນຍາ ໖ ພິກຂຸນັ້ນຄວນໄດ້ອາສະນະອັນເລີດ ນໍ້າອັນເລີດ ບິນທະບາຕອັນເລີດ.
ລຳດັບນັ້ນ, ພຣະຜູ້ມີພຣະພາຄຊົງຕຣັສກັບພິກຂຸທັງຫລາຍວ່າ: