ຜູ້ແບກຂອງໜັກ

ຂັນ 5

0:00/0:00
ພິກຂຸ ທ.! ເຮົາຈະສະແດງ ຂອງໜັກ ຜູ້ແບກຂອງໜັກ ແລະ ການແບກຂອງໜັກ....ແກ່ພວກເຈົ້າ. ເຈົ້າທັງຫຼາຍ ຈົ່ງຟັງຂໍ້ຄວາມນັ້ນ.

ພິກຂຸ ທ.! ອັນໃດໜໍຊື່ວ່າຂອງໜັກ ? ພິກຂຸ ທ.! ອຸປາທານຂັນທັງຫ້ານັ້ນແຫຼະ ເຮົາກ່າວວ່າ ເປັນຂອງໜັກ. ອຸປາທານຂັນ ທັງຫ້າເຫຼົ່າໃດໜໍ ? ຫ້າຄື :- ຂັນອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ຮູບ, ຂັນອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັງຂານ, ແລະຂັນອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ. ພິກຂຸ ທ.! ນີ້ເຮົາເອີ້ນວ່າ ຂອງໜັກ.

ພິກຂຸ ທ.! ອັນໃດໜໍຊື່ວ່າ ຜູ້ແບກຂອງໜັກ ? ພິກຂຸ ທ.! ບຸກຄົນ (ຕາມສົມມຸດ) ນັ້ນແຫຼະເຮົາເອີ້ນວ່າ ຜູ້ແບກຂອງໜັກ. ເຂົາມີຊື່ແນວນີ້ ມີໂຄດແນວນັ້ນຕາມທີ່ຮູ້ກັນຢູ່. ພິກຂຸ ທ.! ນີ້ເຮົາເອີ້ນວ່າ ຜູ້ແບກຂອງໜັກ.

ພິກຂຸ ທ.! ອັນໃດໜໍຊື່ວ່າ ການແບກຂອງໜັກ ? ພິກຂຸ ທ.! ຕັນຫານີ້ໃດທີ່ເຮັດໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກຳໜັດ ເພາະອຳນາດແຫ່ງຄວາມເພີນ ຊຶ່ງມີປົກກະຕິເຮັດໃຫ້ເພີດເພີນ ໃນອາຣົມນ໌ນັ້ນໆ, ໄດ້ແກ່ ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ. ພິກຂຸ .! ນີ້ເຮົາເອີ້ນວ່າ ການແບກຂອງໜັກ.

- ຂັນທະ. ສັງ. ໑໗/໓໒/໔໙-໕໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ